Friday, September 20, 2024
Homeຂ່າວກິລາມາຄຣົງ ຫວັງຊຸກຍູ້ຝຣັ່ງເປັນປະເທດແຫ່ງເກມ - ມີຈຸດປະສົງເພື່ອເຊື່ອມຕໍ່ໂອລິມປິກ ປາຣີ ກັບອີສະປອດ

ມາຄຣົງ ຫວັງຊຸກຍູ້ຝຣັ່ງເປັນປະເທດແຫ່ງເກມ – ມີຈຸດປະສົງເພື່ອເຊື່ອມຕໍ່ໂອລິມປິກ ປາຣີ ກັບອີສະປອດ

ປະທານາທິບໍດີຝຣັ່ງ ທ່ານ ເອັມມານູເອວ ມາຄຣົງ ເຊື່ອວ່າງານກິລາໂອລິມປິກປີ 2024 ທີ່ນະຄອນຫຼວງປາຣີ ຈະເປັນໂອກາດຄັ້ງປະຫວັດສາດຂອງຊາດໃນການຈັດແຂ່ງອີສະປອດ ລາຍການໃຫຍ່.

ທ່ານ ມາຄຣົງ ໄດ້ສະແດງໃຫ້ເຫັນຄວາມຕັ້ງໃຈທີ່ຈະນຳໃຊ້ງານກິລາໂອລິມປິກປາຣີ 2024 ເປັນເຄື່ອງມືໃນການຊຸກຍູ້ກິລາໃຫ້ເປັນຫົວໃຈຂອງຊາດ ແລະ ເຊື່ອວ່າການແຂ່ງຂັນຄັ້ງນີ້ ຈະຊ່ວຍກະຕຸ້ນການພັດທະນາ E-sports ໃນປະເທດຝຣັ່ງຕໍ່ໄປ.

“ ວິດີໂອເກມ ເປັນອົງປະກອບທີ່ສໍາຄັນຂອງພະລັງງານວັດທະນະທໍາຂອງຝຣັ່ງ ແລະ ພາບພົດຂອງປະເທດພວກເຮົາຕໍ່ຊາວໂລກ.”

” ລວມເຖິງຄວາມສາມາດຂອງເຮົາທີ່ຈະສ້າງຄວາມເຂົ້າໃຈ ການຄາດຄະເນ ແລະ ການເປັນຕົວແທນສໍາລັບສັງຄົມຂອງພວກເຮົາດ້ວຍ “

” ນັ້ນຄືເຫດຜົນທີ່ຂ້ອຍຕ້ອງການໃຫ້ເຮົາມີກົນລະຍຸດໃນການສ້າງເງື່ອນໄຂທີ່ເໝາະສົມ ໃນການສົ່ງເສີມປະເທດຝຣັ່ງໃນຖານະເປັນປະເທດຂອງວີດີໂອເກມ “

“ ສຸດທ້າຍນີ້ ຂ້ອຍບໍ່ໄດ້ລືມກິລາ e-sport ອີກໜຶ່ງສະຫນາມແຫ່ງຄວາມເປັນເລີດຂອງຝຣັ່ງ ດ້ວຍທີມຢ່າງ Team Vatality ຫຼື Karmine Corp.”

” ໃນແງ່ນີ້ ເຮົາມີໂອກາດຄັ້ງປະຫວັດສາດ: ໂອລິມປິກ ເກມສ໌ 2024 “

“ ມັນຂຶ້ນຢູ່ກັບເຮົາທີ່ຈະໃຊ້ປະໂຫຍດຢ່າງເຕັມທີ່ ເພື່ອສ້າງຄວາມເຊື່ອມໂຍງລະຫວ່າງງານໂອລິມປິກຂອງສອງໂລກ ດ້ຍການເປັນເຈົ້າພາບຈັດການແຂ່ງຂັນ e-sports ທີ່ຍິ່ງໃຫຍ່ທີ່ສຸດຂອງໂລກຢ່າງ CS:GO Majors, Worlds of League of Legends ແລະ The International ຂອງເກມ Dota 2.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments