Monday, April 28, 2025
Homeຂ່າວພາຍໃນຂະບວນລົດມະ​ໂຫລານຂັບເຄື່ອນອາຊຽນ ຈະອອກຈາກລາວ ສືບຕໍ່ໄປກຳປູເຈຍ

ຂະບວນລົດມະ​ໂຫລານຂັບເຄື່ອນອາຊຽນ ຈະອອກຈາກລາວ ສືບຕໍ່ໄປກຳປູເຈຍ

ສະຖາບັນເຕັກໂນໂລຊີຍານຍົນ, ຫຸ່ນຍົນ ແລະ ອັດສະລິຍະຂອງມາເລເຊຍ (MARii) ຊຶ່ງເປັນອົງການພາຍໃຕ້ກະຊວງ​ການ​ລົງທຶນ, ການ​ຄ້າ ແລະ ອຸດສາຫະກຳ​ ຂອງ​ມາ​ເລ​ເຊຍ ໄດ້ຈັດ​ຕັ້ງ​ງານ​ມະ​ໂຫລານ​ຂັບ​ເຄື່ອນ​ອາ​ຊຽນ 2025 (ASEAN Unity Drive 2025) ຂຶ້ນ ໂດຍເລີ່ມຕົ້ນໃນກາງເດືອນເມສາ ຫາ ຕົ້ນເດືອນພຶດສະພາ 2025 ນີ້ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ອາຊຽນສົ່ງເສີມການເຄື່ອນໄຫວແບບຍືນຍົງ ແລະ ຍົກສູງບົດບາດຂອງອາຊຽນໃນດ້ານເຕັກໂນໂລຊີລົດໄຟຟ້າ (EV).

ຂະບວນລົດ​ມະ​ໂຫລານ​ຂັບ​ເຄື່ອນ​ອາ​ຊຽນ 2025 ໄດ້ເລີ່ມເຄື່ອນອອກຈາກປະເທດມາເລເຊຍ ໃນວັນທີ 15 ເມສາ ຜ່ານມາ, ແລ້ວຜ່ານປະເທດ ຫວຽດນາມ ແລະ ມາຮອດ ສປປ ລາວ ໃນຕອນແລງຂອງວັນທີ 26 ເມສາ 2025 ນີ້ ແລະ​ ຈະສືບຕໍ່ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ ໄປທີ່​ປະທດກຳປູ​ເຈຍ​ ໃນ​ວັນ​ທີ 27 ​ເມສາ 2025 ນີ້. ສະນັ້ນ, ໃນວັນທີ 27 ເມສາ ຜ່ານມາ ທີ່ ສະຖານທູດມາເລເຊຍ ປະຈຳລາວ ກໍໄດ້ມີພິທີປ່ອຍຂະບວນລົດດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ແອດີ ເອຍວານ ມາຮມູດ ເອກອັກຄະລັດຖະທູດ ວີສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂະບວນລົດດັ່ງກ່າວ ຈະເດີນທາງຜ່ານ 9 ປະເທດອາຊຽນ ຄື: ​ອິນໂດເນເຊຍ, ສິງກະໂປ, ຟິລິປີນ, ໄທ, ມຽນມາ, ຫວຽດນາມ, ລາວ, ບຣູໄນ ແລະ ກຳປູເຈຍ; ແລ້ວຈະກັບຄືນມາສິ້ນສຸດຢູ່ທີ່ ງານ ມາເລເຊຍ ອໍໂຕ້ໂຊ 2025 (Malaysia Autoshow 2025) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 9-12 ພຶດສະພາ 2025 ທີ່ ປະເທດມາເລເຊຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments