ວິທະຍຸສາກົນ ແຫ່ງ ສປ ຈີນ, ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ເມສາ 1961 ຫາ ວັນ25 ເມສາ2025 ຄົບຮອບ 64ປີ ເຊິ່ງເປັນການໄຂ ສັງກາດໃໝ່ ແຫ່ງການໄປ-ມາຫາສູ່ກັນ ບົນຈິດໃຈມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຕະຫອດໄລຍະ 64 ປີ ຜ່ານມາ, ໂດຍຍຶດໝັ້ນອຸດົມການດຽວກັນ, ຜູ້ນໍາຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ສຸມທຸກຄວາມພະຍາຍາມ ຮ່ວມກັນ ຢ່າງສູງເພື່ອຊຸກຍູ້ສົ່ງເສີມ ແລະ ຍົກລະດັບການພົວພັນ ຂອງສອງປະເທດ ຂຶ້ນສູ່ລະດັບໃໝ່ທີ່ເໝາະ ໃນແຕ່ລະໄລຍະ, ຈາກການກໍານົດການຮ່ວມມື ຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ມາເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ” ຕາມທິດ 4 ດີ (ເປັນບ້ານໃກ້ ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ໂດຍການຮ່ວມລົງນາມ ໃນແຜນແມ່ບົດ ວ່າດ້ວຍການສ້າງ ຄູ່ຮ່ວມຊະຕາກໍາ ລາວ-ຈີນ.ສຸພາສິດລາວບູຮານ ກ່າວໄວ້ວ່າ: “ໄລຍະທາງພິສູດມ້າ, ການເວລາພິສູດຄົນ” ເຊິ່ງບໍ່ຕ່າງຈາກການພົວພັນຮ່ວມມື ລາວ-ຈີນ ຕະຫລອດໄລຍະ 64 ປີ ຜ່ານມາ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງ ເຖິງຜົນສໍາເລັດທີ່ພົນເດັ່ນ ແລະ ຄວາມໝັ້ນຄົງ ຂະນົງແກ່ນ ຂອງສາຍພົວພັນການທູດ ຂອງສອງປະເທດ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ໃນຂະບວນການທົດສອບ ແຫ່ງການປ່ຽນແປງ ຢ່າງສັບ ສົນ ຂອງສະຖານະການ ໃນພາກພື້ນ ແລະ ສາກົນ ແລະ ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງມີຜົນປະໂຫຍດໃໝ່ ໃຫຍ່ຫວງກວ່າເກົ່າ. ໝາກຜົນໃນການຮ່ວມມື ດັ່ງກ່າວໄດ້ສະແດງອອກໃນຫລາຍດ້ານ ທີ່ພົນເດັ່ນ. ໃນນີ້ ດ້ານການເມືອງ: ການນໍາ ຂອງສອງປະເທດ ນັບແຕ່ຂັ້ນສູງສຸດ ຈົນຮອດ ລະດັບທ້ອງຖິ່ນ ໄດ້ແລກປ່ຽນ ການຢ້ຽມຢາມ ແລະ ພົບປະກັນ ຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນ ທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.ດ້ານການຄ້າ: ມາຮອດ ປັດຈຸບັນ, ສປ ຈີນ ແມ່ນຄູ່ການຄ້າ ທີ່ໃຫຍ່ອັນດັບ 2 ຂອງ ສປປ ລາວ, ສະເພາະປີ 2024, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 8.23 ຕື້ໂດລາສະຫລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15.91%. ມູນຄ່າການຄ້າສອງຝ່າຍ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ພາຍຫລັງ ເປີດນໍາໃຊ້ຂະບວນລົດໄຟ ຂົນສົ່ງສິນຄ້າລາວ-ຈີນ ລະຫວ່າງ ປະເທດເປັນຕົ້ນມາ, ຄາດວ່າ ອີກບໍ່ດົນ ສປ ຈີນ ຈະກາຍເປັນຄູ່ຄ້າໃຫຍ່ ອັນດັບໜຶ່ງຂອງ ສປປ ລາວ ເພາະຍັງມີທ່າແຮງ ບົ່ມຊ້ອນຢ່າງຫລວງຫລາຍ. ດ້ານການລົງທຶນ: ນັບແຕ່ລັດຖະບານລາວ ໄດ້ເປີດນະໂຍບາຍ ສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ເຫັນວ່າ ມີທ່າກ້າວ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຈໍານວນ ແລະ ມູນຄ່າໂຄງການ ທີ່ໄດ້ອະນຸມັດນັບແຕ່ປີ 1989 ມາຮອດ ປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດທັງໝົດ ຫລາຍກວ່າ 18 ຕື້ໂດລາ ສະຫະລັດ, ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະ ເທດ ແລະ ເຂດແຄ້ວນ ທີ່ເຂົ້າມາລົງທຶນຢູ່ ສປປ ລາວ. ຂະນະທີ່ ລົດໄຟລາວ-ຈີນ ຖືເປັນແຮງຂັບເຄື່ອນ ທີ່ເດັ່ນທີ່ສຸດ ໃນການດຶງດູດ ການລົງທຶນ ຈາກຕ່າງປະເທດ.

ດ້ານການຄົມມະນາຄົມຂົນສົ່ງ: ສອງປະເທດ ໄດ້ມີຜົນສໍາເລັດ ອັນຍິ່ງໃຫຍ່ ໂດຍສະເພາະການເປີດນໍາໃຊ້ເສັ້ນທາງດ່ວນນະຄອນຫລວງວຽງວຽງຈັນ-ວັງວຽງ ແລະ ໂຄງການກໍ່ ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ ການຄົມມະນາຄົມ ຂົນສົ່ງຂອງ ສປປ ລາວ ກ້າວຂຶ້ນສູ່ ອຸດສາຫະກໍາ ການຂົນສົ່ງ ທີ່ທັນສະໄໝ ແບບກ້າວກະໂດດ, ທັງປະກອບສ່ວນ ສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການສ້າງປະຊາຄົມ ຮ່ວມຊາຕາກໍາ ຂອງມວນມະນຸດ ຂອງ ສປ ຈີນແລະ ສອດຄ່ອງກັບ ແຜນຍຸດທະສາດຂອງ ສປປ ລາວໃນການຫັນປະເທດ ທີ່ບໍ່ມີຊາຍແດນ ຕິດຈອດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ກັບປະເທດໃກ້ຄຽງ ແລະ ພາກພື້ນ ເຮັດໃຫ້ ການໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ, ລວມທັງການຂົນສົ່ງສິນຄ້າ ມີຄວາມສະດວກ ສະບາຍ ແລະ ຂະຫຍາຍຕົວຂຶ້ນ ເປັນກ້າວໆ. ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຕົວແບບສໍາຄັນ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ກາຍເປັນເສັ້ນທາງຄໍາ ທີ່ບໍ່ພຽງແຕ່ ສະເພາະ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ຫາກຍັງ ລວມເຖິງປະເທດໃກ້ຄຽງ ແລະ ພາກພື້ນຕື່ມອີກ. ອີກດ້ານໜຶ່ງທີ່ພົ້ນເດັ່ນ ແລະ ຄວນເວົ້າເຖິງນັ້ນ ແມ່ນການທີ່ ສອງປະເທດ ລາວ-ຈີນ ໄດ້ຮ່ວມກັນລົງນາມ ກໍ່ສ້າງສູນການຮ່ວມມື ດ້ານນະວັດຕະກຳ ປັນຍາປະດິດ ຫລື AI ຢູ່ ສປປ ລາວ ເຊິ່ງເປັນການຕັດສິນໃຈທີ່ຖືກຕ້ອງ ແລະ ສອດຄ່ອງກັບຍຸກສະໄໝ ແຫ່ງເຕັກໂນໂລຊີ ທັນສະໄໝ ເພາະຈຸດປະສົງ ການສ້າງຕັ້ງສູນດັ່ງກ່າວ ແມ່ນເພື່ອຊ່ວຍປະເທດລາວ ສ້າງແບບຈຳລອງ AI ຂະໜາດໃຫຍ່ ຂອງຕົນເອງ ແລະ ຄວບຄຸມດ້ວຍຕົນເອງ, ສ້າງຖານຂໍ້ມູນພາສາ, ແບບຈຳລອງຂະແໜງການ ແລະ ຮູບແບບການນຳໃຊ້ ຕົວຈິງ, ຫລຸດຜ່ອນ ການອາໄສເຕັກໂນໂລຊີຕ່າງປະເທດ, ສ້າງພະ ລັງຂັບເຄື່ອນໃຫ້ແກ່ ຂົງເຂດກະສິກຳ, ການແພດ ແລະ ຂົງເຂດອື່ນໆ. ນອກຈາກນີ້, ການຮ່ວມມື ໃນຂົງເຂດ ການສຶກສາ-ວັດທະນະທໍາ, ສາທາລະນະສຸກ, ການ ທ່ອງທ່ຽວ ແລະ ຂົງເຂດອື່ນໆ ໄດ້ຮັບຜົນສໍາເລັດ ຢ່າງຕໍ່ເນື່ອງ ແລະ ນັບມື້ ກ້າວຂຶ້ນສູ່ ບາດກ້າວໃໝ່ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ ແລະ ປະກອບສ່ວນ ເພີ່ມເນື້ອໃນດ້ານວັດທະນະທໍາ ຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ອຸດົມສົມບູນຂຶ້ນ ຢ່າງບໍ່ຢຸດຢັ້ງ.

ປັດຈຸບັນ, ສາຍພົວພັນຮ່ວມມື ລາວ-ຈີນ ພວມຢູ່ໃນໄລຍະທີ່ດີທີ່ສຸດ ໃນປະຫວັດສາດ, ແຕ່ຢ່າງໃດກໍຕາມ, “ຕົ້ນໄມ້ໃຫຍ່ ໃນປ່າດົງທີ່ຕຶບໜາ ຍ່ອມມີຄວາມສ່ຽງ ທີ່ຈະຖືກລົມພັດ ໃຫ້ລົ້ມລົງໄດ້” ເຊິ່ງບໍ່ຕ່າງຈາກສາຍພົວພັນຮ່ວມມື ລາວ-ຈີນ ຕະຫລອດ ໄລຍະ 64 ປີ ຜ່ານມາ ແມ່ນປາສະຈາກ ບໍ່ໄດ້ບາງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຍ້ອນບັນດາອິດທິ ກຳລັງປໍລະປັກ ທີ່ຫວັງທໍາລາຍມ້າງເພສາຍພົວພັນຮ່ວມມື ທີ່ດີງາມຂອງ ສອງຊາດລາວ-ຈີນ ໂດຍສະເພາະ ການໂຄສະນາໂຈມຕີ, ໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງ ແລະ ອື່ນໆ. ຢ່າງໃດກໍຕາມ, ດ້ວຍແນວທາງ ນະໂຍບາຍ ອັນຖືກຕ້ອງ ກໍຄື ການຈັດຕັ້ງ ຜັນຂະຫຍາຍ ເນື້ອໃນຈິດໃຈ ແລະ ເຈດຕະນາລົມ ອັນໝາຍໝັ້ນ ແລະ ໜັກແໜ້ນຂອງການນຳສູງສຸດ ຂອງພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ມີເປົ້າໝາຍ ພາລະກິດ ສັງຄົມນິຍົມ ອັນດຽວກັນ ເຮັດໃຫ້ການພົວພັນ ລະຫວ່າງ ການນຳສູງສຸດຂອງສອງພັກ, ສອງລັດ ໄດ້ເສີມຂະຫຍາຍ ບົດບາດການ ນໍາພາ-ຊີ້ນຳຕໍ່ ການພັດທະນາ ສາຍພົວພັນ ລາວ-ຈີນ ອັນໄດ້ກາຍເປັນກຳລັງແຮງ ຊຸກຍູ້ໃຫ້ແກ່ ສອງຝ່າຍ ສາມາດເອົາຊະນະ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຫລົ່ານັ້ນ ນັບມື້ໄດ້ຮັບຜົນສໍາເລັດ ທີ່ພົ້ນເດັ່ນ ແລະ ນັບມື້ເຕີບໃຫຍ່ ຂະຫຍາຍຕົວ ກວມເອົາ ທຸກຂົງເຂດວຽກງານ, ແຕ່ສູນກາງຮອດທ້ອງຖິ່ນ, ແຕ່ຕົວເມືອງ ຮອດຊົນນະບົດ, ນັບມື້ນັບກ້າວ ເຂົ້າສູ່ລວງເລິກ ແລະ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ເຊິ່ງເປັນການ ຢືນຢັນເຖິງຄວາມໝັ້ນຄົງ ຂະນົງແກ່ນ ຂອງສາຍພົວພັນ ການທູດລະຫວ່າງ ສປປ ລາວ- ສປ ຈີນ ຕະຫລອດໄລຍະ 6 ກວ່າທົດສະວັດ ທີ່ຜ່ານມາ. ປັດຈຸບັນ ສອງປະເທດ ພວມຮ່ວມກັນຈັດຕັ້ງ ຜັນຂະຫຍາຍ ຕາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບທີ 2 ທີ່ໄດ້ກຳນົດທິດທາງລວມ ແລະ ຫລັກການ ໃນການເສີມຂະຫຍາຍ ສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ ໃນໄລຍະຕໍ່ໜ້າ ເພື່ອຊຸກຍູ້ ການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ, ບົນພື້ນຖານຍຶດ ໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນ ທາງການເມືອງ, ມີຜົນປະໂຫຍດ ຮ່ວມກັນ ທາງດ້ານເສດຖະກິດ, ຊ່ວຍເຫລືອ ແລະ ປົກປ້ອງກັນ ທາງດ້ານຄວາມໝັ້ນຄົງ, ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນ ທາງດ້ານວັດທະນະທຳ-ສັງຄົມ ແລະ ອື່ນໆ.ສະນັ້ນ, ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ຈາກຜົນສໍາເລັດ ທີ່ໄດ້ຈາກການສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຕະຫລອດໄລຍະ 6 ທົດສະວັດຜ່ານ ຈະກາຍເປັນກໍາລັງແຮງ ທີ່ບໍ່ເຫືອດແຫ້ງ ແລະ ນັບມື້ເຂັ້ມ ແຂງໃນຂັບເຄື່ອນ ເຮັດໃຫ້ການຈັດຕັ້ງ ປະຕິບັດແຜນແມ່ບົດ ດັ່ງກ່າວ ໃຫ້ນັບມື້ກ້າວສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາ ຄວາມຈະເລີນຮຸ່ງເຮືອງ ສີວິໄລ ກໍຄື ນໍາເອົາຜົນປະໂຫຍດ ຕົວຈິງ ມາສູ່ປະຊາຊົນ ສອງຊາດລາວ-ຈີນ ແລະ ເປັນການຕອບສະໜອງ ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນສອງປະເທດ ໃນການເສີມສ້າງ ສັນຕິພາບ, ສະຖຽນ ລະພາບ ແລະ ຄວາມຈະເລີນ ວັດທະນາຖາວອນ ຢູ່ໃນພາກພື້ນ ແລະ ໃນໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ