Wednesday, April 23, 2025
Homeຂ່າວພາຍໃນຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມການຮ່ວມມືທາງດ້ານວັດທະນະທໍາແຫ່ງອາຊີ ປະຈຳປີ 2025 “The Asia Cultural Co-operation Forum”, ທີ່ ຮົງກົງ, ສປ...

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມການຮ່ວມມືທາງດ້ານວັດທະນະທໍາແຫ່ງອາຊີ ປະຈຳປີ 2025 “The Asia Cultural Co-operation Forum”, ທີ່ ຮົງກົງ, ສປ ຈີນ

ໃນວັນທີ 22 ເມສາ 2025 ທີ່ຮົງກົງ, ສປ ຈີນ ຄະນະຜູ້ແທນລາວ ນໍາໂດຍທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີການຮ່ວມມືທາງດ້ານວັດທະນະທໍາແຫ່ງອາຊີ ປະຈຳປີ 2025. ມີຄະນະຜູ້ແທນເຂົ້າຮ່ວມຫຼາຍກວ່າ 150 ທ່ານ ທີ່ມາຈາກ 27 ປະເທດ.

ກອງປະຊຸມການຮ່ວມມືທາງດ້ານວັດທະນະທໍາແຫ່ງອາຊີ ຄັ້ງນີ້ ແມ່ນຈັດຂື້ນໂດຍເຂດປົກຄອງພິເສດ ຮົງກົງ ນັບແຕ່ປີ 2003 ເປັນຕົ້ນມາ ຊຶ່ງໄດ້ເຊີນບັນດາລັດຖະມົນຕີວັດທະນະທຳ ຂອງບັນດາປະເທດທີ່ຢູ່ໃນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຈາກພາກພື້ນອາຊີ ກໍຄືພາກພື້ນສາກົນ ແລະ ທົ່ວໂລກ ເຂົ້າຮ່ວມ. ໃນໄລຍະປີ 2011 ເປັນຕົ້ນມາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ເຂົ້າຮ່ວມຢ່າງເນື່ອງນິດ ລຽນຕິດ. ສຳລັບປີ 2025 ນີ້ ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບົດບາດສໍາຄັນຂອງວັດທະນະທໍາ ໃນໄລຍະໃໝ່ ພາຍໃຕ້ຫົວຂໍ້ “Connect. Create. Engage: Bridging Cultural for All” ເພຶ່ອແລກປ່ຽນຂໍ້ມູນຂ່າວສານ, ແນວທາງການຮ່ວມມື ທາງດ້ານສິລະປະວັດທະນະທຳ ລວມທັງ ບັນດາຜະລິດຕະພັນວັດທະນະທຳຕ່າງໆ, ບົດບາດຄວາມສຳຄັນຂອງວຽກງານວັດທະນະທຳ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການສ້າງຄວາມເຂັ້ມແຂງ, ການມີສ່ວນຮ່ວມ ແລະ ການພັດທະນາແບບຍືນຍົງ ກໍຄຶການຍົກລະດັບຂອບການຮ່ວມມືລະຫວ່າງ ລັດຖະບານ, ແລກປ່ຽນຄວາມຄິດເຫັນກ່ຽວກັບນະໂຍບາຍການຮ່ວມມືທາງດ້ານວັດທະນະທຳ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ຮົງກົງ ກັບ ບັນດາປະເທດ ຄູ່ຮ່ວມມືຕ່າງໆ ໃຫ້ແໜ້ນແຟ້ນຍິ່ງຂື້ນ.

ທ່ານ ນາງ ດາລານີ ພົມມະວົງສາ ໄດ້ຮັບກຽດມີຄຳເຫັນຕໍ່ກອງປະຊຸມ ຊຶ່ງໄດ້ຍົກໃຫ້ເຫັນນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ຕໍ່ວຽກງານການປົກປັກຮັກສາ ແລະ ພັດທະນາສົ່ງເສີມວັດທະນະທຳອັນດີງາມກໍ່ຄືການປົກປັກຮັກສາມໍລະດົກ ວັດທະນະທຳຂອງຊາດ. ນອກນັ້ນທ່ານ ກໍ່ຍັງໄດ້ເນັ້ນເຖິງການຮ່ວມມື ກໍຄືການແລກປ່ຽນວັດທະນະທຳກັບບັນດາປະເທດ ເພື່ອນມິດ ໃນພາກພື້ນ ແລະ ໃນໂລກ ຢູ່ໃນເວທີຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ. ຄຽງຄູ່ກັນນັ້ນ, ວັດທະນະທຳ ມີບົດບາດສຳຄັນຕໍ່ຂົງເຂດເສດຖະກິດ-ສັງຄົມ, ເປັນຕົ້ນກໍ່ສ້າງວຽກເຮັດງານທຳທີ່ມີລາຍຮັບທີ່ໝັ້ນຄົງຕິດພັນກັບການສົ່ງເສີມຫົວຄິດປະດິດສ້າງ ແລະ ພູມປັນຍາທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ, ຕໍ່ການພົວພັນລະຫວ່າງປະເທດ ແລະ ຊີວິດການເປັນຢູ່ຂອງມວນມະນຸດ.

ຄະນະຜູ້ແທນລາວ ຍັງໄດ້ນຳສະເໜີມໍຣະດົກວັດທະນະທຳລາວ ຊຶ່ງປັດຈຸບັນ ມີມໍລະດົກໂລກ 03 ແຫ່ງ ຄື: ເມືອງຫຼວງພະບາງ, ປາສາດຫີນວັດພູຈຳປາສັກ ແລະ ທົ່ງໄຫຫີນຊຽງຂວາງ. ຄຽງຄູ່ກັນນັ້ນ, ມໍຣະດົກວັດທະນະທຳ ນາມມະທຳ ຂອງລາວ ກໍໄດ້ຖືກຮັບຮອງເຂົ້າໃນບັນຊີມໍລະດົກໂລກທາງດ້ານວັດທະນະທຳ ທີ່ບໍ່ເປັນວັດຖຸ ໂດຍອົງການອຸຍແນສໂກ ເປັນຕົ້ນ ຮັບຮອງເອົາສຽງແຄນເຊື້ອຊາດລາວ ໃນປີ 2017, ພູມປັນຍາຕໍ່າລາຍນາກ ໃນປີ 2023 ແລະ ຟ້ອນລໍາວົງລາວ ໃນປີ 2024. ໃນປີ 2025ນີ້ ຈະໄດ້ສືບຕໍ່ກະກຽມເອກະສານນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນເປັນມໍລະດົກໂລກທາງດ້ານທຳມະຊາດແຫ່ງທຳອິດຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments