ສຳນັກຂ່າວຊິນຮວາຂອງ ສປ ຈີນ, ວັນທີ 22 ເມສານີ້, ສາຍການບິນເຊີງຕູແອລາຍ ຈັດສັນເຮືອບິນລຸ້ນ C909 ໃຫ້ແກ່ສາຍການບິນ ຫວຽດເຈັດ ຂອງ ສສ ຫວຽດນາມ ພາຍໃຕ້ ເງື່ອນໄຂ ສັນຍາເຊົ່າ ເຮືອບິນ ພ້ອມນັກບິນ ແລະ ການບໍລິການ ທີ່ກ່ຽວຂ້ອງ ຈຳນວນ 2 ລຳ ຊຶ່ງເລີ່ມໃຫ້ບໍລິການ ໃນເສັ້ນທາງ ຮ່າໂນຍ-ໂກນດ່າວ-ໂຮ່ຈີມິນ.ສຳລັບ ສັນຍາເຊົ່າ ເຮືອບິນ ກັບນັກບິນ ແລະ ການບໍລິການ ທີ່ກ່ຽວຂ້ອງ ແມ່ນຮູບແບບ ຂອງສັນຍາເຊົ່າ ທົ່ວໄປ ໃນອຸດສາຫະກໍາ ເຮືອບິນທົ່ວໂລກ ຊຶ່ງຜູ້ເຊົ່າ ຈະສະໜອງ ເຮືອບິນ, ນັກບິນ, ການບໍາລຸງຮັກສາ, ການປະກັນໄພ ແລະ ການສະໜັບ ສະໜູນ ການດໍາເນີນງານ.ເຮືອບິນ C909 ເຄີຍເອີ້ນວ່າ ARJ21, ມັນແມ່ນເຮືອບິນ ໂດຍສານ ພາກພື້ນ ທີ່ພັດທະນາໂດຍ ສປ ຈີນແລະ ມີລະດັບການບິນ 2.225-3.700 ກິໂລແມັດ.ຂະນະທີ່ ສາຍການບິນ ຕ່າງປະເທດ ທີ່ໃຊ້ເຮືອບິນປະເພດນີ້ ລວມທັງ ສາຍການບິນ TransNusa ຂອງອິນໂດເນເຊຍ.ເຊິ່ງເປັນລູກຄ້າ ຕ່າງປະເທດ ແຫ່ງທຳອິດ ໃນເດືອນທັນວາ 2022, ຕາມມາດ້ວຍ ສາຍການບິນລາວ ໃນເດືອນມີນາ ທີ່ຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ