ຕາມ​ຂ່າວ​ຈາກ VOVWORLD, ​ໃນວັນທີ 25 ກໍລະກົດ, ຢູ່ເຂດການບໍລິການທ່ອງທ່ຽວເກຶອວຽດ, ເທດສະບານເກືອວຽດ, ເມືອງ ຢໍລິງ, ຄະນະກຳມະການ ປະຊາຊົນ ແຂວງກ໋ວາງຈິງ ໄດ້ສົມທົບກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄຂງານ ຕະຫລາດນັດ ການຄ້າ ສາກົນ ອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ (GMS)-ກ໋ວາງຈິ 2022 ​ໂດຍ​ມີ ຮ້ານວາງສະແດງ ຫລາຍກ່ວາ 400 ຮ້ານ ຂອງວິສາຫະກິດ 250 ແຫ່ງຂອງຫວຽດນາມ, ລາວ ​ແລະ ໄທ ໄດ້ວາງສະແດງບັນດາຜະລິດ ຕະພັນເປັນຕົ້ນແມ່ນ: ຜະລິດຕະພັນ ກະສິກຳ, ເຄື່ອງປ່າ ຂອງດົງ, ສິນໃນທະເລ, ເຄື່ອງໃຊ້ສອຍ ​ແລະ ອື່ນໆ​ອີກ ງານວາງສະແດງຄັ້ງນີ້ຍັງມີຮ້ານອາຫານ ໂດຍມີບັນດາເຍື່ອງອາຫານ ທີ່ເປັນມູນເຊື້ອທີ່ມາຈາກຫລາຍເຂດຂອງຫວຽດນາມ, ລາວ ​ແລະ ໄທ. ໃນ​ໂອກາດ​ນີ້ ທ່ານ ເລດຶກຕຽນ, ຮອງປະທານ ຄະນະກຳມະການ ປະຊາຊົນ ແຂວງ ກ໋ວາງຈິ ໃຫ້ຮູ້ວ່າ: ງານຕະຫລາດນັດການຄ້າສາກົນ ອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ ກາຍເປັນສະຖານທີ່ ທ່ອງທ່ຽວ ທີ່ດຶງດູດໃຈ ເພື່ອໃຫ້ປະຊາຊົນ ທ້ອງຖິ່ນ, ນັກທ່ອງທ່ຽວ ມາຢ້ຽມຊົມ, ຊື້ເຄື່ອງ, ກະຕຸກຊຸກຍູ້ ການບໍລິໂພກ, ປະກອບສ່ວນ ຮັກສາ ທ່າເຕີບໂຕ ດ້ານເສດຖະກິດ. ງານຕະຫລາດນັດ GMS ຈະແມ່ນຂົວເຊື່ອມຕໍ່ ທີ່ມີປະສິດທິຜົນ, ແມ່ນຊ່ອງທາງ ສົ່ງເສີມ ການລົງທຶນ -ການຄ້າ-ການທ່ອງທ່ຽວ ສຳຄັນ, ສ້າງເງື່ອນໄຂ ໃຫ້ແກ່ ວິສາຫະກຫິດ ບັນດາ ປະເທດ GMS ໂຄສະນາ, ແນະນຳ ຜະລິດ ຕະພັນ, ການບໍລິການ ແລະ ຊອກຫາ ກາລະໂອກາດ ລົງທຶນ, ຮ່ວມມື ດຳເນີນ ທຸລະກິດ.

ໃນການດຳເນີນ ງານຕະຫລາດນັດ ຈັດ​ຂຶ້ນ ເປັນເວລາ 1 ອາທິດ, ບັນດາ ສະຫະ ສະມາຄົມ ການທ່ອງ ທ່ຽວ ແລະ ຫົວໜ່ວຍ ດຳເນີນທຸລະກິດ ການທ່ອງທ່ຽວ ຈະຈັດ ການທ່ອງທ່ຽວ(tour) ຢ້ຽມຢາມ ເກາະກົນກໍ, ບັນດາເຂດ ປູຊະນີ ຍະສະຖານ ທາງປະຫວັດສາດ, ການປະຕິວັດ ທາງທິດຕາເວັນຕົກ ກ໋ວາງຈິ, ການທ່ອງທ່ຽວ “ວັນໜຶ່ງ ກິນເຂົ້າຢູ່ 3 ປະເທດ ຫວຽດ – ລາວ – ໄທ” ຢ່າງ​ເບີກບານ​ ມ່ວນ​ຊື່ນ./. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here