Wednesday, April 23, 2025
Homeຂ່າວຕ່າງປະເທດກອງປະຊຸມລະດູບານໃໝ່ ບັນດາການນຳການເງິນທົ່ວໂລກ

ກອງປະຊຸມລະດູບານໃໝ່ ບັນດາການນຳການເງິນທົ່ວໂລກ

ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ລະດູບານໃໝ່ ຂອງບັນດາ ການນຳ ການເງິນ ທົ່ວໂລກ, ໂດຍກອງທຶນ ເງິນຕາ ສາກົນ (IMF) ແລະ ທະນາຄານໂລກ (WB) ຈັດຂຶ້ນ ແຕ່ວັນທີ 21–26 ເມສາ 2025, ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ. ໃນສະພາບທີ່ ເສດຖະກິດໂລກ ມີການຜັນແປ ຫລາຍຢ່າງ, ກອງປະຊຸມ ໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງ ສັນຍານ ຊີ້ໃຫ້ເຫັນ ຢ່າງຈະແຈ້ງກວ່າ ກ່ຽວກັບ ການເຕີບໂຕ ທົ່ວໂລກ ໃນປີນີ້.ໂດຍແມ່ນໜຶ່ງ ໃນຈຳນວນ 2 ກອງປະຊຸມປະຈຳປີ ໃຫຍ່ທີ່ສຸດຂອງ IMF ແລະ WB, ກອງປະຊຸມ ລະດູບານໃໝ່ ຂອງ 2 ອົງການ ການເງິນໃຫຍ່ ໄດ້ປຶກສາຫາລື ໃນຫລາຍຫົວຂໍ້, ຈາກເສດຖະກິດໂລກ ຕະຫລອດຮອດ ບັນດານະໂຍບາຍ ການຄຸ້ມຄອງ ພາກລັດ ທົ່ວໂລກ ຫລື ການແກ້ໄຂ ບັນດາຜົນຮ້າຍ ຢ້ອນຫລັງ ຈາກການປະທະກັນ ຢູ່ປະເທດ ຈຳນວນໜຶ່ງ. ສຳລັບ ການຄາດຫວັງ ເສດຖະກິດ ທົ່ວໂລກ ຫລ້າສຸດ ທີ່ໄດ້ປະກາດ ໃນທ້າຍປີ 2024, IMF ຄາດຄະເນ ເສດຖະກິດໂລກ ບັນລຸ ລະດັບເຕີບໂຕ 3,3% ໃນປີ 2025 ແລະ 2026, ໃນຂະນະທີ່ ໄຟເງິນເຟີ້ ຄິດສະເລ່ຍ ທົ່ວໂລກໃນປີ 2025 ໄດ້ຮັບການຄາດຄະເນວ່າ ຢູ່ລະດັບ 4,2% ແລະ ປີ 2026 ແມ່ນ 3,5%. ດັ່ງນັ້ນ ເພື່ອແນໃສ່ ຫລີກລ່ຽງ ເລື່ອງກອງປະຊຸມລະດູບານໃໝ່ IMF – WB ປີ 2025 ຖືກສົງຄາມ ພາສີ ອາກອນ ໃນປະຈຸບັນ ຄອບງຳ, ມີຫລາຍຫົວຂໍ້ອື່ນ, ຄື: ໂຄງການອຸປະຖຳ, ການລົງທຶນ ຈາກຕ່າງປະເທດ ເຂົ້າພາຍໃນປະເທດ ແລະ ລົງລ້າງໜີ້ ສຳລັບ ບັນດາພື້ນຖານ ເສດຖະກິດ ທຸກຍາກກວ່າ; ນະໂຍບາຍກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ; ໜູນຊ່ວຍ ບັນດາປະເທດ ທີ່ພວມຢູ່ ແລະ ພາຍຫລັງ ການປະທະກັນ ກໍ່ນອນໃນໂຄງການ ດຳເນີນງານ. ໜຶ່ງໃນ ບັນດາຫົວຂໍ້ ທີ່ໜ້າສົນໃຈ ນັ້ນແມ່ນ ການຟື້ນຟູ ບັນດາບ້ວງເງິນໜູນ ຊ່ວຍຂອງ IMF ແລະ WB ໃຫ້ແກ່ ຊີຣີ. ໃນນັ້ນ, UNDP ມີແຜນການສະໜອງ ແຫລ່ງ ການເງິນ ມີມູນຄ່າ 1,3 ຕື້ໂດລາສະຫະລັດ ໃຫ້ແກ່ ຊີຣີ ພາຍໃນເວລາ 3 ປີຕໍ່ໜ້າ. ຂະນະທີ່ ອາກຊັງຕິນ ບັນລຸໄດ້ຂໍ້ຕົກລົງ ກູ້ຢຶມເງິນ 20 ຕື້ໂດລາສະຫະລັດ ຈາກ IMF ເພື່ອສ້າງໂຄງສ້າງໜີ້ສິນຄືນໃໝ່ ແລະ ຍົກສູງກຳລັງ ຄວາມສາມາດ ໃຫ້ແກ່ ທະນາຄານສູນກາງ ຂອງປະເທດນີ້. ກົງກັນຂ້າມ, ມີຫົວຂໍ້ທີ່ເປັນມູນເຊື້ອອື່ນໆ ຂອງກອງປະຊຸມ IMF – WB ຫວ່າງມໍ່ໆມານີ້ຄື: ການຊຸກຍູ້ການເງິນສີຂຽວໃຫ້ແກ່ ບັນດາປະເທດ ພວມພັດທະນາ, ສ້າງໂຄງສ້າງໜີ້ສິນ ໃຫ້ບັນດາປະເທດ ທຸກຍາກ ຄືນໃໝ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments