ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 22 ເມສານີ້, ສສ ຫວຽດນາມ ພວມຊຸກຍູ້ການຫັນເປັນສີຂຽວ ແລະ ຍືນຍົງ. ສິ່ງທີ່ກຳນົດນີ້ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນປັດໄຈຫລັກແຫລ່ງ ແລະ ແມ່ນກຳລັງໜູນບຸກທະລຸ ເພື່ອຊຸກຍູ້ການເຕີບໂຕ ສີຂຽວ ແລະ ພັດທະນາຢ່າງໝັ້ນຄົງ. ຍຸດທະສາດພັດທະນາເສດຖະກິດສີຂຽວ ຂອງ ສສ ຫວຽດນາມ ແມ່ນສຸມໃສ່ 3 ເປົ້າໝາຍ: ຊຸກຍູ້ການປັບປຸງຈິນຕະນາການສີຂຽວ, ສ້າງປະຊາຄົມສີຂຽວ ທີ່ມີຄວາມຮັບຜິດຊອບ ແລະ ຍູ້ແຮງການຮ່ວມມື ສາກົນ ຜ່ານບັນດາຮູບແບບການຮ່ວມມືສີຂຽວຈາກຫລາຍຝ່າຍ. ຍຸດທະສາດພັດທະນາເສດຖະກິດສີຂຽວຂອງ ສສ ຫວຽດນາມ ວາງອອກເປົ້າໝາຍ ສັງລວມ, ກຳນົດການເຕີບໂຕສີຂຽວ ຕ້ອງບັນລຸ ໃຫ້ໄດ້ ຄວາມວັດທະນາ ຖາວອນ ດ້ານເສດຖະກິດ, ຍືນຍົງກ່ຽວກັບ ສິ່ງແວດລ້ອມ ແລະ ຍຸຕິທຳສັງຄົມ; ມຸ່ງໄປເຖິງພື້ນຖານເສດຖະກິດ ສີຂຽວ, ຄວາມດຸ່ນດ່ຽງ carbon ແລະ ການປະກອບສ່ວນ ເຂົ້າໃນເປົ້າໝາຍຫລຸດຜ່ອນຄວາມອຸ່ນຂຶ້ນຂອງໜ່ວຍໂລກ. ໃນກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍ ທົ່ວໂລກ (P4G) ຄັ້ງທີ 4 ທີ່ຫາກໍ່ຈັດຂຶ້ນຢູ່ ຮ່າໂນ້ຍ, ຈາກນັ້ນ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນຕໍ່ໜ້າ ບັນດາຜູ້ແທນ ສາກົນວ່າ: ສສ ຫວຽດນາມ ກຳນົດ ການຫັນເປັນ ສີຂຽວ ແມ່ນບັນຫາ ຫລັກແຫລ່ງ ແກ່ນສານ ເພື່ອຊຸກຍູ້ ການເຕີບໂຕ ທີ່ວ່ອງໄວ ແລະ ພັດທະນາແບບຍືນຍົງ. ພື້ນຖານເສດຖະກິດ ສີຂຽວ ຕ້ອງມີວິສາຫະກິດ ສີຂຽວ. ສັງຄົມສີຂຽວ ຕ້ອງມີພົນລະເມືອງ ສີຂຽວ”. ໂລກສີຂຽວ ຕ້ອງມີບັນດາປະເທດ ສີຂຽວ. ການເຂົ້າຮ່ວມ, ປະກອບສ່ວນ ແລະ ຊົມໃຊ້ໝາກຜົນ ຈາກວິວັດການ ຫັນເປັນ ສີຂຽວ ທັງແມ່ນນໜ້າທີ່, ທັງແມ່ນ ສິດຜົນປະໂຫຍດ ຂອງທຸກປະເທດ, ຊົນຊາດ ຕາມຈິດໃຈ “ພ້ອມກັນເຮັດ, ພ້ອມກັບຮັບໄຊຊະນະ, ພ້ອມກັນ ຮັບຜົນປະໂຫຍດ ແລະ ພ້ອມກັນພັດທະນາ. ດັ່ງນັ້ນ ເພື່ອປະຕິບັດ ຄຳໝັ້ນສັນຍາ ນຳການປ່ອຍອາຍພິດລົງ ລະດັບ “0” ໃນປີ 2050, ສສ ຫວຽດນາມ ໄດ້ຜັນຂະຫຍາຍຫລາຍ ໝວດມາດຕະການ ຢ່າງຄົບຊຸດ ເພື່ອຊຸກຍູ້ ການພັດທະນາ ເສດຖະກິດສີຂຽວ. ມີຫລາຍນະໂຍບາຍ ໄດ້ປະກາດໃຊ້ ພ້ອມທັງ ປັບປຸງບັນດານະໂຍບາຍ ກ່ຽວກັບ ການຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນ ແລະ ປົກປັກຮັກສາ ສິ່ງແວດລ້ອມ ໃຫ້ສຳເລັດຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍ ຊັບພະຍາກອນນ້ຳ. ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: ສສ ຫວຽດນາມ ແມ່ນໜຶ່ງ ໃນບັນດາປະເທດທຳອິດ ທີ່ສ້າງແຜນການກະທຳແຫ່ງຊາດ ກ່ຽວກັບ ການປະຕິບັດ ໂຄງການດຳເນີນງານ ປີ 2030 ຫັນທິດ ຈາກຮູບແບບ ການເຕີບໂຕເດີມ ໄປຍັງການເຕີບໂຕສີຂຽວ ແລະ ເສດຖະກິດ ດິຈິຕອນ. ນີ້ແມ່ນບັນດາຄຳໝັ້ນສັນຍາຢ່າງແຮງ, ກໍ່ຄວາມກົດດັນຕໍ່ຕົນເອງ, ເພື່ອປຸກລຸກພູມປັນຍາ ຫວຽດນາມ, ເພື່ອຊອກຫາ ນະວັດຕະກຳ ທົ່ວໂລກ ເພື່ອຊຸກຍູ້ການພັດທະນາສີຂຽວຂອງ ສສ ຫວຽດນາມ. ນອກນັ້ນ ມີຫລາຍໝວດ ມາດຕະການ ກໍ່ພວມໄດ້ຮັບ ການຜັນຂະຫຍາຍ ຢ່າງຕັ້ງໜ້າ ເພື່ອແນໃສ່ແກ້ໄຂ ສະພາບ ຕິດຄັດແຫລ່ງ ພວມຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ໃນນັ້ນ ມີ 16 ໂຄງການພັດທະນາ ແບບຍືນຍົງ ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້, ດ້ວຍທຶນກູ້ຢຶມ ປະມານ 2,5 ຕຶ້ໂດລາສະຫະລັດ. ລັດຖະບານ ພ້ອມກັບອົງກອນ, ອົງການກ່ຽວຂ້ອງ ປະຕິບັດບັນດາມາດຕະການໜູນຊ່ວຍ ວິສາຫະກິດ ຫັນປ່ຽນການຜະລິດ, ຕອບສະໜອງ ບັນດາມາດຖານໃໝ່, ມາດຖານສີຂຽວ, ການປ່ອຍອາຍພິດ carbon, ມາດຖານສິ່ງແວດລ້ອມ ສັງຄົມ ການບໍລິຫານ (ESG).ລະດັບຄວາມພ້ອມ ເພື່ອຫັນເປັນສີຂຽວ ຂອງປະຊາຄົມ ວິສາຫະກິດ ຫວຽດນາມ ນັບມື້ນັບສູງ ເມື່ອນັບມື້ ນັບມີຫລາຍຮູບແບບ ໃນບັນດາຂົງເຂດປຸງແຕ່ງ, ກິດຈະກຳສີຂຽວ, ທ່າກຳປັ່ນສີຂຽວ, ເຂດອຸດສາຫະກຳຊີວະພາບ, ວັດສະດຸກໍ່ສ້າງ.ຂະນະທີ່ ທ່ານ ຫງວຽນໂດ໋ແອັງຕວັນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຢັ້ງຢືນ: ການຮ່ວມມື ພາກລັດ – ເອກະຊົນ ປະກອບສ່ວນ ຄຸນຄ່າ ທີ່ໃຫຍ່ກວ່າ ໃຫ້ແກ່ ກະສິກຳ ຫວຽດນາມ.ນີ້ແມ່ນທ່າອ່ຽງພື້ນຖານຫລັກ ເພື່ອປ່ຽນແປງໃໝ່ ປະດິດຄິດສ້າງດ້ານກະສິກຳ ຫວຽດນາມ. ເພາະວ່າ ການປ່ຽນແປງໃໝ່ ປະດິດຄິດສ້າງ ທຳອິດ ແມ່ນຕ້ອງເລີ່ມມາຈາກ ຫລາຍແນວຄວາມຄິດໃໝ່ ແລະ ຫລາຍຮູບແບບ, ສາມາດຮ່ວມສຳພັນ, ສົມທົບນຳກັນ ຂອງທັງພາກລັດ – ເອກະຊົນ. ດ້ວຍເປົ້າໝາຍ ກະສິກຳ ເຕີບໂຕ 4% ຊື່ງລັດຖະບານ ມອບໝາຍນັ້ນ ການປ່ຽນແປງໃໝ່ ປະດິດຄິດສ້າງ ແມ່ນບັນຫາຫລັກ ເພື່ອໃຫ້ ສສ ຫວຽດນາມ ສາມາດເຕີບໂຕ ວ່ອງໄວກວ່າ. ດ້ວຍຄວາມປາດຖະໜາ ຢາກພັດທະນາ ແບບຍືນຍົງ ພ້ອມທັງ ປະກອບສ່ວນ ຊຸກຍູ້ວິວັດການຫັນເປັນ ສີຂຽວ ທົ່ວໂລກ ເຖິງວ່າ ແມ່ນປະເທດ ພວມພັດທະນາ, ຍັງຈຳກັດ ກ່ຽວກັບ ແຫລ່ງກຳລັງ ແຕ່ ສສ ຫວຽດນາມ ກໍ່ພວມມານະ ພະຍາຍາມ ປະຕິບັດ ຍຸດທະສາດ ພັດທະນາ ສີຂຽວ, ກະກຽມ ເປັນຢ່າງດີ ໃຫ້ແກ່ ວິວັດທະນາ ການພັດທະນາ “ທັງວ່ອງໄວ ທັງເປັນສີຂຽວ” ແລະ ຍືນຍົງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ