Wednesday, April 23, 2025
Homeທຸລະກິດພຽງ 3 ເດືອນຫລວງພະບາງ ເກັບລາຍຮັບຈາກການທ່ອງທ່ຽວ 584 ລ້ານໂດລາ

ພຽງ 3 ເດືອນຫລວງພະບາງ ເກັບລາຍຮັບຈາກການທ່ອງທ່ຽວ 584 ລ້ານໂດລາ

ອີງຕາມຂໍ້ມູນຈາກ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ (ຖວທແຂວງ) ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນ 3 ເດືອນຕົ້ນປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 1,167,581 ເທື່ອຄົນ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722 ,679 ເທື່ອຄົນ, ເທົ່າກັບ 162%; ໃນນັ້ນ, ມີນັກທ່ອງທ່ຽວພາຍໃນ 459,091 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 297,081 ເທື່ອຄົນ, ເທົ່າກັບ 183%, ນັກທ່ອງທ່ຽວສາກົນ 708,490 ເທື່ອຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 425,661 ເທື່ອຄົນ, ເທົ່າກັບ 232%,ລວມລາຍຮັບຈາກນັກທ່ອງທ່ຽວບັນລຸໄດ້ 584,665,369 ໂດລາ.

ສະເພາະ,ໃນປີ 2024 ຜ່ານມາ ມີນັກທ່ອງທ່ຽວ ເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 2,326,758 ເທື່ອຄົນ ລື່ນຄາດໝາຍ 30.8% ຂອງແຜນປີ ທີ່ກໍານົດໄວ້ ແລະ ມີລາຍຮັບຈາກນັກທ່ອງທ່ຽວ 1,209,189,549 ໂດລາ.

ຂ່າວ: ຫຼວງພະບາງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments