ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ເປີດງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ຂຶ້ນໃນວັນທີ 22 ເມສານີ້ ທີ່ສະຖານເອກອັກຄະລັດຖະທູດດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງກະຊວງ, ອົງການ, ຂະແໜງການຕ່າງໆ ຂອງ ສປປ ລາວ, ຊາວຫວຽດນາມ ທີ່ອາໄສຢູ່ລາວ, ຄູອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ກ່າວວ່າ: ສະຖານເອກອັກຖະລັດທະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດຕັ້ງງານວາງສະແດງຮູບພາບ ແລະ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ ຄັ້ງນີ້ ແມ່ນໂອກາດທີ່ມີຄວາມໝາຍທີ່ສຸດ ເພື່ອໃຫ້ພວກເຮົາຮ່ວມກັນສະເຫຼີມສະຫຼອງ ແລະ ທົບທວນຄືນໜຶ່ງໃນບັນດາເຫດການທີ່ມີລັກສະນະປະຫວັດສາດອັນໃຫຍ່ຫຼວງທີ່ສຸດຂອງຊາວຫວຽດນາມ ທີ່ໄດ້ເກີດຂຶ້ນເມື່ອ 50 ປີກ່ອນ; ໃນນັ້ນ, ກໍມີການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພວກເຮົາໄດ້ຕໍ່ສູ້ຢ່າງກ້າຫານ, ຍາດເອົາຊະນະຕໍ່ສັດຕູ, ເຮັດສຳເລັດພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ຮ່ວມກັນກ້າວເຂົ້າສູ່ສັງກາດໃໝ່ ແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບຮັ່ງມີສະຫງ່າຜ່າເຜີຍ ແລະ ສວຍສົດງົດງາມ ຕາມທີ່ປະທານ ໂຮ່ຈິມິນ ເຄີຍມຸ່ງຫວັງ.

ຮູບພາບເກືອບ 300 ແຜ່ນ ທີ່ໄດ້ຈັດວາງໃນງານວາງສະແດງຄັ້ງນີ້ ໄດ້ອອກແບບເປັນເລື່ອງເລົ່າດ້ວຍຮູບພາບຢ່າງມີຊີວິດຊີວາ ກ່ຽວກັບບັນດາເຫດການທີ່ພົ້ນເດັ່ນໃນພາລະກິດຕໍ່ສູ້ ຕ້ານຈັກກະພັດອາເມຣິກາ ເພື່ອທ້ອນໂຮມປະເທດຊາດຂອງປະຊາຊົນຫວຽດນາມ ຊຶ່ງຈຸດສູງສຸດແມ່ນໄຊຊະນະທີ່ຍິ່ງໃຫຍ່ ລະດູບານໃໝ່ ປີ 1975, ບັນດາຮູບພາບກ່ຽວກັບຄວາມສຳພັນ ສາມັກຄີສູ້ຮົບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ; ໃນນັ້ນ, ກໍມີບັນດາຮູບພາບຕ່າງໆກ່ຽວກັບການຮ່ວມເດີນທາງໃນສະພາບສົງຄາມ ຂອງຜູ້ນຳສອງພັກ, ສອງລັດ ຫວຽດນາມ – ລາວ, ບັນດານັກຊ່ຽວຊານ, ທະຫານອາສາສະໝັກ ແລະ ປະຊາຊົນ 2 ປະເທດ ໄດ້ຄຽງບ່າຄຽງໄຫຼ່ໃນຍາມເວລາທີ່ຫຍຸ້ງຍາກທີ່ສຸດ ໃນປະຫວັດສາດຂອງທັງສອງຊາດ. ພ້ອມກັນນັ້ນ, ງານວາງສະແດງນີ້ກໍຍັງແນະນຳກ່ຽວກັບບັນດາໝາກຜົນຕ່າງໆ ແຫ່ງການພົວພັນຮ່ວມມືຮອບ-ດ້ານ ຫວຽດນາມ – ລາວ, ຢືນຢັນບົດບາດຂອງຄວາມສາມັກຄີພິເສດ ຫວຽດນາມ ແລະ ລາວ ໃນສະພາບການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ, ແມ່ນກາລະເທສະ ທີ່ມີຄວາມໝາຍເຊື່ອມຕໍ່ຈາກປະຫວັດສາດອັນສະຫງ່າອົງອາດ, ຈາກໄຊຊະນະອັນຍິ່ງໃຫຍ່ ໃນເມື່ອກ່ອນ ເຖິງຜົນງານປັດຈຸບັນ ແລະ ຄວາມເຊື່ອໝັ້ນໃນອະນາຄົດອັນໃສແຈ້ງ.

ງານວາງສະແດງຮູບພາບ ແລະ ພິທີວັນສະເຫຼີມສະຫຼອງໃນນີ້ ແມ່ນເຫດການສຳຄັນທາງດ້ານການເມືອງ ແລະ ວັດທະນະທຳ; ຫວັງວ່າຜ່ານບັນດາເຫດການດັ່ງກ່າວ, ບັນດາພະນັກງານ, ສະມາຊິກພັກ, ນັກສຶກສາ, ຊາວຫວຽດນາມ ອາໄສຢູ່ລາວ ແລະ ເພື່ອນມິດສະຫາຍອ້າຍນ້ອງລາວ ຈະທົບທວນຄືນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ ກ່ຽວກັບເສັ້ນທາງການຕໍ່ສູ້ປະຕິວັດ ທີ່ເຕັມໄປດ້ວຍການເສຍສະຫຼະ, ຄວາມລຳບາກ ແຕ່ມີກຽດສະຫງ່າ ແລະ ພາກພູມໃຈຂອງສອງຊາດພວກເຮົາ. ຈາກນັ້ນ, ພວກເຮົາຈະສູ້ຊົນພ້ອມກັນເຮັດວຽກ ແລະ ຮ່ຳຮຽນໃຫ້ດີກວ່າເກົ່າ ເພື່ອປະກອບສ່ວນປົກປັກຮັກສາບັນດາຜົນງານປະຕິວັດ ທີ່ບັນພະບູລຸດໄດ້ວາງໄວ້, ກໍ່ສ້າງບ້ານເກີດເມືອງນອນ ແລະ ປະເທດຊາດໃຫ້ນັບມື້ນັບສວຍງາມ; ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ, ລາວ -ຫວຽດນາມ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລ່ວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ພາຍຫຼັງເປີດງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ຢ່າງເປັນທງການ, ບັນດາແຂກກໍໄດ້ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ.