ໃນໂອກາດທີ່ທ່ານສີຈິ້ນຜິງປະທານປະເທດຈີນເດີນທາງໄປຢ້ຽມຢາມກຳປູເຈຍທາງລັດຖະກິດແຕ່ວັນທີ 17 ຫາ 18 ເມສານີ້, ສອງຝ່າຍໄດ້ເປັນເອກະພາບກັນເຫັນດີສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່ ຊຶ່ງໄດ້ເພີ່ມເນື້ອໃນໃໝ່ ແລະຄວາມມີຊີວິດຊີວາໃໝ່ໃຫ້ແກ່ “ມິດຕະພາບທີ່ແໜ້ນແຟ້ນ” ລະຫວ່າງຈີນ-ກຳປູເຈຍ.
“ບໍ່ວ່າສະຖານະການສາກົນມີການປ່ຽນແປງໄປຄືແນວໃດ, ສອງປະເທດຈະເດີນຢູ່ແຖວໜ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ.” ສິບກວ່າປີຜ່ານມາ, ຈາກການສ້າງຕັ້ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ເຖິງການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ ແລະກ້າວຂຶ້ນເປັນຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່ຕື່ມອີກ, ການພົວພັນລະຫວ່າງຈີນ-ກຳປູເຈຍໄດ້ບັນລຸການພັດທະນາແບບກ້າວກະໂດດຂັ້ນ.
ຍ້ອນຫຍັງການພົວພັນລະຫວ່າງຈີນ-ກຳປູເຈຍໄດ້ຖືກຍົກສູງຂຶ້ນເລື້ອຍໆ? ກ່ອນອື່ນ, ແມ່ນຍ້ອນຈີນ ແລະກຳປູເຈຍເປັນເພື່ອນມິດທີ່ແທ້ຈິງ. ໃນຫຼາຍປີຜ່ານມາ, ພາຍໃຕ້ສະພາບການທີ່ມີຄວາມຕ້ອງການການຊ່ວຍເຫຼືອຫຼາຍທີ່ສຸດນັ້ນ, ຈີນແລະ ກຳປູເຈຍກໍໄດ້ຊ່ວຍຊູຍູ້ໜູນກັນຢ່າງສະເໝີຕົ້ນສະເໝີປາຍ.
ໃນຂະນະດຽວກັນ, ສອງປະເທດລ້ວນແຕ່ໄດ້ເດີນຕາມເສັ້ນທາງແຫ່ງການສ້າງສາຄວາມທັນສະໄໝ ແລະພວມຊຸກຍູ້ການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ກັບ “ຍຸດທະສາດ 5 ແຈ” ຂອງກຳປູເຈຍ. ໂດຍປະເຊີນໜ້າກັບພູມສາດການເມືອງທີ່ດຸເດືອດຂຶ້ນເລື້ອຍໆ ແລະລັດທິປົກປ້ອງການຟື້ນຕົວຄືນໃນປັດຈຸບັນ, ສອງຝ່າຍລ້ວນແຕ່ມີຄວາມປາຖະໜາຢາກເພີ່ມທະວີການຮ່ວມມືກັນ ເພື່ອຮັບມືກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆ. ພາຍໃຕ້ສະພາບການດັ່ງກ່າວ, ການຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ ເປັນມາດຕະການທີ່ທັນກັບສະພາບການແລະ ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນສອງຊາດ.
ຈະເຮັດແນວໃດ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່? ໃນເວລາພົບປະກັບທ່ານຮຸນມາເນັດນາຍົກລັດຖະມົນຕີກຳປູເຈຍ, ທ່ານສີຈິ້ນຜິງໄດ້ໃຊ້ຄຳສັບທີ່ວ່າ “ກ້າວຂຶ້ນຕາມກະແສຍຸກສະໄໝ”. ການລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງທີ່ມີລະດັບສູງກວ່າເກົ່າ, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ມີຄຸນນະພາບສູງກວ່າເກົ່າ, ສ້າງສິ່ງຮັບປະກັນດ້ານຄວາມໝັ້ນຄົງທີ່ມີລະດັບສູງກວ່າເກົ່າ, ດຳເນີນການແລກປ່ຽນດ້ານວັດທະນະທຳໃຫ້ຫຼາຍກວ່າເກົ່າແລະ ເພີ່ມທະວີການປະສານງານດ້ານຍຸດທະສາດທີ່ມີມາດຕະຖານສູງກວ່າເກົ່າ.ນີ້ແມ່ນທ່ານສີຈິ້ນຜິງສະເໜີອອກມາ ເພື່ອເປັນການຊີ້ທິດເຍືອງທາງໃຫ້ແກ່ການຂະຫຍາຍການພົວພັນລະຫວ່າງຈີນ-ກຳປູເຈຍໃນໄລຍະຕໍ່ໄປ ແລະ ໄດ້ເພີ່ມເນື້ອໃນທາງຍຸກສະໄໝອັນໃໝ່ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ.
“ຈີນແມ່ນເພື່ອນມິດທີ່ໜ້າເຊື່ອຖືທີ່ສຸດຂອງກຳປູເຈຍ”, “ຈີນແມ່ນຜູ້ສະໜັບສະໜູນທີ່ເດັດດ່ຽວທີ່ສຸດ ແລະເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືທີ່ສຸດຂອງກຳປູເຈຍ”…ນີ້ແມ່ນສຽງຈາກໃຈຈິງຂອງກຳປູເຈຍ. ໂດຍຜ່ານຂະບວນການທົດສອບທາງປະຫວັດສາດ, ຈີນແລະກຳປູເຈຍທີ່ເປັນ “ເພື່ອນມິດທີ່ຈິງໃຈຕໍ່ກັນ” ໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ ທີ່ໄດ້ຮັບການຍົກລະດັບການພົວພັນລະຫວ່າງສອງຝ່າຍ, ມິດຕະພາບລະຫວ່າງສອງປະເທດຈະໝັ້ນຄົງຂະໜົງແກ່ນກວ່າເກົ່າແລະຈະເພີ່ມພະລັງທີ່ສ້າງສັນຫຼາຍກວ່າເກົ່າໃຫ້ແກ່ສັນຕິພາບແລະການພັດທະນາຂອງພາກພື້ນກໍຄືຂອງໂລກ.
ໂດຍ: ຊີອາໄອ