ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາເປັນເວລາດົນນານ. ສາມາດເວົ້າໄດ້ວ່າ: ສາຍພົວພັນແບບພິເສດ ທີ່ມີໜຶ່ງດຽວໃນໂລກ ຊຶ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບແຫ່ງການຮ່ວມມື, ພົວພັນແລກປ່ຽນໃນທຸກຂົງເຂດວຽກງານ ໂດຍສະເພາະ ແມ່ນການປະຕິບັດຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ – ຫວຽດນາມ, ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ, ການຮ່ວມມືປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4, ທີ່ນະຄອນຫຼວງຮ່າໂນ້ຍ, ເມື່ອວັນທີ 16 ເມສາຜ່ານມາ, ທ່ານ ສອນໄຊ ສີພອນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ມີການພົບປະກັບ ທ່ານ ຟ້າມມິງຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ. ຜູ້ນໍາທັງສອງ ໄດ້ມີການແລກປ່ຽນ ກ່ຽວກັບການພົວພັນສອງຝ່າຍ ແລະ ເຫັນດີຊີ້ນຳບັນດາອົງການທີ່ກ່ຽວຂ້ອງ ສຸມກຳລັງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ. ໃນນັ້ນ, ແມ່ນຜົນການພົບປະ ລະຫວ່າງ ສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ – ຫວຽດນາມ ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ, ການຮ່ວມມືດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ການນຳທັງສອງ ເຫັນດີເພີ່ມທະວີບັນດາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ສ້າງບາດກ້າວບຸກທະລຸ ກ້າວໄປເຖິງການບັນລຸວົງເງິນການຄ້າສອງຝ່າຍ 5 ຕື້ໂດລາ. ເພີ່ມທະວີການເຊື່ອມຕໍ່2 ພື້ນຖານເສດຖະກິດຢ່າງຮອບດ້ານ. ພິເສດ ແມ່ນພື້ນຖານໂຄງລ່າງ, ຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ.
ດ້ານການຄ້າ ແລະ ການລົງທຶນ: ຫ້ອງການການຄ້າ ຫວຽດນາມ ປະຈໍາ ສປປ ລາວ ໃຫ້ຮູ້ວ່າ: ວົງເງິນການຄ້າ ຫວຽດນາມ – ລາວ ໃນເດືອນມັງກອນ ປີ 2025 ບັນລຸ 290 ລ້ານໂດລາ, ມີການເຕີບໂຕຢູ່ລະດັບ 66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກຂອງ ຫວຽດນາມມາລາວ ບັນລຸກ່ວາ 117 ລ້ານໂດລາ ບັນດາຜະຕິດລະພັນສົ່ງອອກຫຼັກຄື: ຜະລິດຕະພັນນ້ຳມັນຊະນິດຕ່າງໆ, ຜະລິດຕະພັນເຄມີ, ເຄື່ອງຈັກ. ຂະນະດຽວກັນ, ການນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 173 ລ້ານໂດລາ. ປີ 2024, ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ ແລະ ລາວບັນລຸໝາກຜົນທີ່ໜ້າປະທັບໃຈ ລື່ນກາຍຂີດໝາຍ 2 ຕື້ໂດລາ ແລະ ການສົ່ງອອກເກີນດຸນ ບັນລຸກ່ວາ 2,2 ຕື້ໂດລາ, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ປີ 2023. ສໍາລັບປີ 2025, ຫວຽດນາມ ແລະ ລາວ ສູ້ຊົນຊຸກຍູ້ນຳວົງເງິນການຄ້າ ລະຫວ່າງ ສອງປະເທດ ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີ 2024, ກ້າວໄປເຖິງການນຳວົງເງິນການຄ້າສອງຝ່າຍ ບັນລຸ 5 ຕື້ໂດລາ ໂດຍໄວ. 2 ຝ່າຍເຫັນດີຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງກົນໄກ, ນະໂຍບາຍໃຫ້ບຸລິມະສິດ ແລະ ສົ່ງເສີມການຄ້າ 2 ຝ່າຍ, ຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ. 2 ຝ່າຍ ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຊຶ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ໂດຍສະເພາະ ແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ, ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ.
ດ້ານວຽກງານການຕ່າງປະເທດ: ໃນການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ສສ ຫວຽດນາມ, ເມື່ອວັນທີ 14 ກຸມພາຜ່ານມາ, ທີ່ຮ່າໂນ້ຍ, ສອງຝ່າຍ ໄດ້ເຫັນດີສືບຕໍ່ຜັນຂະຫຍາຍຢ່າງມິປະສິດທິຜົນ ຂໍ້ຕົກລົງຮ່ວມມື ໄລຍະ 2021 – 2025 ແລະ ສົມທົບກັນກວດກາຄືນ, ສ້າງຂໍ້ຕົກລົງຮ່ວມມືໃນໄລຍະຕໍ່ໄປ. ຮັກສາກົນໄກທາບທາມຄວາມເຫັນດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ປະຈຳປີ. ຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ.
ລາວ ຍາມໃດກໍຈົດຈຳການຊ່ວຍເຫຼືອຂອງຫວຽດນາມ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນຕໍ່ໜ້າ ແລະ ສືບຕໍ່ພັດທະນາແບບຍືນຍົງ.
ໂດຍ: ຫອມໄຊຍະເດດ