Home ຂ່າວການເມືອງ ຜົນງານອັນພົ້ນເດັ່ນໃນການພົວພັນຫວຽດນາມ-ລາວ

ຜົນງານອັນພົ້ນເດັ່ນໃນການພົວພັນຫວຽດນາມ-ລາວ

0
6

ຫວຽດນາມ ແລະ ລາວ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີສາຍພູຫລວງເປັນຊາຍແດນຮ່ວມຂອງສອງປະເທດ, ຮ່ວມໃຊ້ແມ່ນ້ຳຂອງ, ມີ​ປະຫວັດສາດ ​ແລະ ວັດທະນະທຳ​ທີ່​ຕິດພັນສະໜິດຕິດແທດກັນ​ມາ​ແຕ່​ເດິກດຳບັນ. ຕະຫລອດໄລຍະຜ່ານມາສອງປະເທດໄດ້ຮ່ວມມື, ພົວພັນອັນໄດ້ມີຜົນງານພົ້ນເດັ່ນຫລາຍດ້ານ ເປັນຕົ້ນການ​ພົວພັນ​ທາງດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ​, ດ້ານ​ປ້ອງ​ກັນ​ຊາດ-ປ້ອງກັນຄວາມ​ສະຫງົບ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​, ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາ-ບຳລຸງ​ສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​, ການ​ຮ່ວມ​ມື, ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ, ຄະນະກຳມາທິການ​ຂອງ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງ​ຖິ່ນ.

ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວໃນວັນທີ 21 ເມສາ 2025 ນີ້ວ່າ: ພາຍໃຕ້ການນໍາພາ-ຊີ້ນຳຂອງສອງພັກ, ຊີ້ນຳໂດຍກົງຂອງກົມການເມືອງ ແລະ ຄະນະເລຂາທິການ, ລັດຖະບານ ແລະ ສະພາແຫ່ງຊາດ ໃນໄລຍະຜ່ານມາ, ບັນດາຄະນະພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາຄະນະກຳມະການສະພາແຫ່ງຊາດ, ແນວລາວສ້າງຊາດ, ອົງການຈັດຕັ້ງ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ເປັນເຈົ້າການປະສານສົມທົບກັນຢ່າງຕັ້ງໜ້າ ແລະ ຈັດຕັ້ງປະຕິບັດບັນດາສັນຍາຮ່ວມມືຫວຽດນາມ-ລາວຂອງການນຳຂັ້ນສູງຂອງສອງພັກ. ບັນດາສັນຍາ​ຮ່ວມມື​ລະຫວ່າງ​ສອງ​ລັດຖະບານ, ສັນຍາ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ​ດ້ານ​ຕ່າງໆ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບທາງ​ດ້ານ​ການ​ເມືອງ, ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ວຽກງານປ້ອງ​ກັນ​ຊາດ, ຮັກສາຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ; ສືບ​ຕໍ່​ຮັດແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວເຂົ້າສູ່ລວງເລິກ ​ແທດ​ເຖິງຕົວຈິງ​ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ຍັງໄດ້ປະກອບສ່ວນຍົກສູງບົດບາດ​ຂອງ​ສອງ​ພັກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນພາກພື້ນ ແລະ ໃນໂລກ.

ທ່ານ ຫງວຽນ ມິງ ເຕີມ ໄດ້ກ່າວຕື່ມວ່າ: ໃນໂອກາດທີ່ ທ່ານ ເລືອງ ເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ລະຫວ່າງວັນທີ 24–25 ເມສາ 2025 ນີ້ ເປັນການເດີນທາງມາຢ້ຽມຢາມທາງລັດຖະກິດ ສປປ ລາວ ຄັ້ງທຳອິດຂອງ ທ່ານ ເລືອງ ເກືອງ ໃນຖານະຮັບຕຳແໜ່ງໃໝ່ ແລະ ໃນທ່າມກາງສະເຫລີມສະຫລອງບຸນປີໃໝ່ລາວ ເຊິ່ງເປັນບັນຍາກາດອັນອົບອຸ່ນມີຊີວິດຊີວາສະແດງເຖິງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ສະໜິດແໜ້ນ, ຈົງຮັກພັກດີ ແລະ ບໍລິສຸດຜຸດຜ່ອງລະຫວ່າງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ. ການຢ້ຽມຢາມ ສປປ ລາວ ຄັ້ງນີ້, ໄດ້ດຳເນີນໃນບັນຍາກາດທີ່ສອງພັກ, ສອງລັດ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ພວມດຳເນີນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທົ່ວປະເທດຂອງແຕ່ລະພັກໃນຕົ້ນປີ 2026. ການພົວພັນຫວຽດນາມ-ລາວ ຢູ່ໃນທວງທ່າພັດທະນາຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາຜົນງານທີ່ສຳຄັນທີ່ເພິ່ງພໍໃຈ. ການຢ້ຽມຢາມໃນຄັ້ງນີ້, ແມ່ນໜຶ່ງໃນບັນດາຂີດໝາຍສຳຄັນຂອງປະຫວັດສາດການພົວພັນຂອງສອງປະເທດ; ສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງແຕ່ລະພັກ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງແຕ່ລະປະເທດ, ຢືນຢັນການສະໜັບສະໜູນຢ່າງແຂງແຮງໃຫ້ແກ່ການປ່ຽນແປ່ງໃໝ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ​ພັດທະນາສູ່ລວງເລິກ, ​ມີ​ປະສິດທິ​ຜົນ ​ແລະ ​ແທດເໝາະກັບສະພາບຄວາມເປັນຈິ່ງ​, ນຳ​ເອົາຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ມາ​ໃຫ້​ປະຊາຊົນ​ແຕ່ລະ​ປະ​ເທດ.

ຂ່າວ: ຢ່າຕົ່ງ ຊົ່ງຈົ່ງເນັ່ງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here