Home ທ່ອງທ່ຽວ ສະເໜ່ຂອງຕາດກວາງຊີ

ສະເໜ່ຂອງຕາດກວາງຊີ

0
5

ຫລວງພະບາງ ເປັນເມືອງໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ  ທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດໄປຢ້ຽມຢາມຕ່າງກໍພາກັນຫລົງໄຫລ, ຕິດອົກຕິດໃຈ ແລະ ຢາກຫວນຄືນໄປອີກ. ເຖິງວ່າຕົວ ເມືອງຫລວງພະບາງຈະນ້ອຍແຕ່ສິ່ງທີ່ເຮັດໃຫ້ຫລວງພະບາງແຕກຕ່າງຈາກບ່ອນອື່ນ ແມ່ນປະເພນີ, ວັດທະນະທຳ ແລະ ວິຖີການດຳລົງຊີວິດແບບດັ່ງເດີມຂອງຊາວເມືອງຫລວງ ລວມທັງສະຖາປັດຕະຍະກຳອັນເກົ່າແກ່ທີ່ຍັງຖືກປົກປັກຮັກສາໄວ້ຢ່າງດີ. ນອກນັ້ນກໍຍັງມີສະຖານທີ່ທ່ອງ ທ່ຽວທີ່ມີຊື່ສຽງຫລາຍແຫ່ງທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຢ່າງຫລວງຫລາຍໂດຍສະເພາະແມ່ນ ຫໍພິພິທະພັນຫລວງພະບາງ (ພະລາຊະວັງເກົ່າ), ພະທາດພູສີ, ວັດຊຽງທອງ, ຕະຫລາດກາງຄືນ, ຕາດກວາງຊີ ແລະ ອື່ນໆເຫລົ່ານີ້ເປັນຕົ້ນ.

ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວແລ້ວມື້ນີ້ຜູ້ຂຽນຂໍເວົ້າເຖິງຕາດກວາງ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງໄປປະມານ 25 ກິໂລແມັດ ໂດຍໃຊ້ເວລາເດີນທາງຈາກຕົວເມືອງໄປຫາຕາດປະມານ 1 ຊົ່ວໂມງ ດ້ວຍລົດທີ່ມີເສ້ັນທາງເຂົ້າເຖິງສະດວກສະບາຍ. ຕາດນີ້ເປັນນໍ້າຕົກຕາດຫີນປູນ ຊຶ່ງມີຄວາມສູງປະມານ 80 ແມັດ ຫລຸດລົງມາເປັນຊັ້ນໆທີ່ອ້ອມຮອບໄປດ້ວຍຕົ້ນປ່າໄມ້ທີ່ອຸດົມສົມບູນ ຂຽວງາມອຸ່ນທຸ່ມບວກກັບນ້ຳທີ່ມີີສີຂຽວມໍລະກົດໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ສ່ວນຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາ ກ່ອນຈະຮອດນ້ຳຕົກຕາດທ່ານຈະພົບກັບວັງນ້ຳສີຂຽວງົດງາມຫລາຍວັງ ແລະ ມີບາງວັງທີ່ທ່ານສາມາດລົງຫລິ້ນໄດ້ ຊຶ່ງຈະສ້າງຄວາມສົດຊື່ນເຢັນສະບາຍ ແລະ ສຳພັດໄດ້ເຖິງທຳມະຊາດແທ້ໆ.

ຕາດກວາງຊີ ເປັນນໍ້າຕົກຕາດທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນິຍົມໄປສຳພັດແຕ່ລະມື້ ຢ່າງບໍ່ຂາດສາຍ ໂດຍສະເພາະໄລຍະບຸນປີໃໝ່ລາວ  2025 ນີ້ ຈະມີນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ ໄດ້ໄປທ່ຽວຊົມ ເພື່ອໄປພັກຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດມົນສະເໜ່ຄວາມງົດງາມຂອງນ້ຳຕົກຕາດ, ທິວທັດທໍາມະຊາດອັນສວຍສົດງົດງາມທີ່ທຳມະຊາດສ້າງໄວ້ ແລະ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເມື່ອມາຮອດມາເຖິງແຂວງຫລວງພະບາງແລ້ວ ຕ້ອງມາທ່ຽວຊົມເບິ່ງຄວາມງົດງາມທີ່ທຳຊາດສ້າງຂຶ້ນຢ່າງມະຫັດສະຈັນ, ພ້ອມນັ້ນ ໃນບໍລິເວນຕາດຍັງມີບ່ອນຍ່າງເບິ່ງຄວາມງາມອ້ອມຮອບຕາດທີ່ສະດວກສະບາຍ ແລະ ມີບ່ອນຖ່າຍຮູບໄວ້ເປັນທີ່ລະນຶກເຊິ່ງແຕ່ລະມູນລ້ວນແຕ່ສ້າງຄວາມງົດງາມສ້າງຄວາມເພິ່ງພໍໃຈໃຫ້ກັບນັກທ່ອງທ່ຽວ.

 ຕາດກວາງຊີ ມີປະຫວັດຄວາມເປັນມາຕາມການເລ່ົາຂານຂອງຜູ້ເຖົ້າວ່າ: ໃນເມື່ອກ່ອນໄດ້ມີພະລືສີອົງໜຶ່ງ ໄດ້ໃຊ້ໄມ້ເທົ້າຊີເຂົ້າໃນດິນເພື່ອໃຫ້ເກີດມີນ້ຳອອກມາໃຊ້. ສະນັ້ນ, ຈຶ່ງເກີດຫ້ວຍຊີແຫ່ງນີ້ຂຶ້ນມາ ເມື່ອກະແສນ້ຳໄຫລອອກມາຕົກໃສ່ຜາຫີນສູງນີ້ ຈຶ່ງເກີດມີຕາດ ແລະ ໄດ້ມີຄົນເຫັນກວາງຄໍາໂຕໜຶ່ງອາໄສຢູ່ກ້ອງລືບຫີນຊັ້ນກາງຂອງນ້ຳຕົກ ເຊິ່ງລືບຫີນຊ້ັນດ່ັງກ່າວ ແມ່ນໄດ້ງອກຍືດຍາວອອກມາ ເຮັດໃຫ້ນ້ຳທີ່ໂຕນຢູ່ໃນຊັ້ນລືບຫີນນີ້ມີສຽງດັງກ້ອງກັງວານໄປທົ່ວບໍລິເວນ. ແຕ່ຕໍ່ມາຊັ້ນຫີນງອກນັ້ນ ກໍໄດ້ຫັກພັງລົງເຖິງຢ່າງ ໃດກໍຕາມນ້ຳຕົກຕາດກວາງຊີແຫ່ງນ້ີ ກໍຍັງມີຄວາມງາມຍັງເປັນທີ່ດຶງດູດໃຫ້ນັກທ່ອງທ່ຽວນິຍົມກັນເຂົ້າມາທ່ຽວຊົມຢ່າງບໍ່ຂາດສາຍໃນແຕ່ລະມ້ື, ແຕ່ລະເດືອນ. 

    ຕາດກວາງຊີ  ແມ່ນໄດ້ມາຈາກ “ຕາດ” ແມ່ນນ້ຳຕົກ, “ກວາງ” ແມ່ນກວາງຄໍາ ແລະ “ຊີ” ແມ່ນພະລືສີໃຊ້ໄມ້ເທົ້າຊີດິນ ເພື່ອໃຫ້ເກີດນ້ຳໄຫລອອກມາດັ່ງທີ່ພວກເຮົາເຫັນຄວາມສວຍງາມໃນປັດຈຸບັນນີ້. ສາຍນ້ຳຊີທີ່ໄຫລລົງມາຫາຕາດນັ້ນ ແມ່ນໄຫລອອກມາຈາກຫ້ວຍຕີນພູທີ່ມີຄວາມໃສເຢັນສະອາດ ໄກຈາກຫົວຕາດປະມານ 4 ກິໂລແມັດ ມີນ້ຳຫລາຍສາຍ ແລະ ຫລາຍແງ່ໄຫລໂຮມເຂົ້າກັນ ແລະ ມີຫລາຍວັງນ້ຳ ອັນປະກອບໄປດ້ວຍທິວທັດທໍາມະຊາດທີ່ສວຍສົດງົດງາມທ່ີສຸດ, ຕາດກວາງຊີມີຄວາມສູງ 71 ແມັດ, ກວ້າງສຸດ 35 ແມັດ, ປະ ກອບດ້ວຍ 6 ຊັ້ນ ແລະ ສູງຈາກ ລະດັບໜ້ານ້ຳທະເລ ປະມານ 460- 560 ແມັດ, ໃນໄລຍະທີ່ຜ່ານມາ ຕາດນີ້ເຄີຍຫັກ ແລະ ຍຸບຕົວລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງວັນ ທີ 04/12/2011 ຜ່ານມາ. ສະ ເພາະລະດູຝົນຕາດກວາງຊີ ຈະມີນ້ຳໂຕນຫລາຍທີ່ສຸດ ແຕ່ລະດູແລ້ຄືລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ ປະລິມານນ້ຳຝົນຈະໜ້ອຍລົງ. ອຸທິຍານປ່າໄມ້ແຫ່ງນີ້ ລັດຖະບານໄດ້ປະກາດໃຫ້ເປັນແຫລ່ງທ່ອງທ່ຽວໃນປີ 1987 ເປັນຕົ້ນມາ, ເຊິ່ງໃນເມື່ອກ່ອນມີຫລາຍບ້ານທີ່ຢູ່ອາໄສຢູ່ເທິງສາຍນ້ຳຊີແຫ່ງນີ້, ເນື່ອງຈາກວ່າລັດຖະບານເຫັນໄດ້ຄວາມຈໍາເປັນ ເພື່ອການອະນຸລັກຫ້ວຍນ້ຳແຫ່ງນີ້ ໃຫ້ມີຄວາມອຸດົມສົມບູນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຍ້າຍຖິ່ນຖານປະຊາຊົນລົງໄປຢູ່ເຂດໃຕ້ບ້ານ ໂດຍສະເພາະແມ່ນບ້ານທ່າແປ້ນ, ໂນນສະຫວາດ, ບ້ານນາອວນ ແລະ ບັນດາບ້ານຕ່າງໆຢູ່ໃກ້ຄຽງ. ນອກຈາກນັ້ນ, ຕາດກວາງຊີຍັງເປັນນ້ຳຕົກທີ່ສວຍງາມ ເໝາະສົມເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດລະດັບຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here