ຕາມຂ່າວຈາກວໍຊີງຕັນ, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າ ຂອງ ສປ ຈີນ ເພີ່ມຂຶ້ນອີກ ເປັນ 50% ມີຜົນບັງຄັບໃຊ້ ນັບແຕ່ວັນທີ 9ເມສານີ້ ຖ້າຫາກ ລັດຖະບານ ສປ ຈີນ ບໍ່ຍົກເລີກ ມາດຕະການ ຕອບໂຕ້ ກັບສິນຄ້າ ຂອງ ສ.ອາເມລິກາ ໃນອັດຕາເກັບພາສີ 34%ໃນວັນທີ 8ເມສານີ້. ຖ້າຫາກ ອັດຕາພາສີ ຂອງ ສ.ອາເມລິກາ ມີຜົນເປັນຈິງ ເທົ່າກັບວ່າ ສປ ຈີນ ຈະຜະເຊີນກັບ ອັດຕາພາສີ ສູງເຖິງ 104% ເນື່ອງຈາກສົງຄາມພາສີ ລະຫວ່າງ ສ.ອາເມລິກາ ແລະ ສປ ຈີນ ເກີດຂຶ້ນ ຕັ້ງແຕ່ ລັດຖະບານ ໂດນັນ ທຣຳ ສະໄໝ ທຳອິດ ແລະ ໄດ້ຮັບສານຕໍ່ ໃນຍຸກລັດຖະບານ ໂຈ ໄບເດັນ ຈົນມາຮອດ ປັດຈຸບັນ. ເຖິງຢ່າງໃດກໍ່ຕາມ ກະຊວງ ການຄ້າຈີນ ປະກາດວ່າ: ນັບແຕ່ ວັນທີ 10ເມສານີ້ ສິນຄ້າ ທຸກປະເພດ ຊຶ່ງມີຕົ້ນທາງ ມາຈາກ ສ.ອາເມລິກາ ຕ້ອງຈ່າຍ ພາສີໃນອັດຕາ ເພີ່ມຂຶ້ນອີກ 34% ແລະ ເພີ່ມຄວາມເຂັ້ມງວດ ກັບການສົ່ງອອກ ແຮທາດ ຫາຍາກ 7 ຊະນິດ ລວມທັງແຮທາດແກໂດລີນຽມ ແລະ ອິດທຽມເປັນຕົ້ນ.
ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ