ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ກອງປະຊຸມສ້າງການຫັນປ່ຽນໃນການພັດທະນາ ກະສິກຳເປັນສິນຄ້າ ຕາມທິດຍືນຍົງ ຢູ່ 4 ແຂວງພາກໃຕ້ ປະກອບມີ: ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ຈັດຂຶ້ນໃນວັນທີ 25 ກໍລະກົດ 2022 ຢູ່ແຂວງຈໍາປາສັກ ໂດຍເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີຫົວໜ້າຄະນະຜູ້ຊ່ວຍວຽກນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ຜູ້ຕາງໜ້າເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວວ່າ: ກອງປະຊຸມ ໄດ້ຮັບຟັງລາຍງານກ່ຽວກັບການຜະລິດກະສິກຳເປັນສິນຄ້າຈາກພາກສ່ວນຕ່າງໆ, ໄດ້ມີຄົ້ນຄ້ວາ, ເຊື່ອມຊຶມ ແລະ ສ້າງຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ຊຸກຍູ້ໃຫ້ການຮ່ວມມືຈັດຕັ້ງປະຕິບັດຢ່າງແຂງແຮງ ໃນການພັດທະນາກະສິກຳເປັນສິນຄ້າ ຕາມທິດຍືນຍົງ ໂດຍສະເພາະ ຢູ່ 4 ແຂວງພາກໃຕ້ ແນໃສ່ເຮັດໃຫ້ທິດນຳຂອງ ພັກ-ລັດຖະບານ ຕໍ່ການນຳພາ, ສົ່ງເສີມການຜະລິດເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະເຂດ ແຕ່ລະທ້ອງຖິ່ນມີການຂະຫຍາຍຕົວຢ່າງກວ້າງຂວາງ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍຄື ການລຶບລ້າງຄວາມ ທຸກຍາກຂອງປະຊາຊົນ ທີ່ລັດຖະບານ ກໍຄື ແຕ່ລະແຂວງວາງອອກໃຫ້ປະກົດຜົນເປັນຈິງ.

ເພື່ອບັນລຸເປົ້າໝາຍ ສ້າງການຫັນປ່ຽນໃນການພັດທະນາ ກະສິກຳເປັນສິນຄ້າ ຕາມທິດຍືນຍົງຢູ່ 4 ແຂວງພາກໃຕ້ໃນຄັ້ງນີ້, ກອງປະຊຸມໄດ້ປະກອບຄຳເຫັນ ແລະ ສົນທະນາແລກປ່ຽນກ່ຽວກັບການພັດທະນາກະສິກຳເປັນສິນຄ້າ ຕິດພັນກັບການກຳນົດເຂດ ຢູ່ 4 ແຂວງພາກໃຕ້, ການຫັນເປັນອຸດສາຫະກຳ ໃນຂະແໜງກະສິກຳ, ການພັດທະນາເສດຖະ ກິດຮ່ວມມືກັບປະຊາຊົນ, ຄວາມເຫັນກ່ຽວກັບຫັນກະສິກຳເປັນອຸດສາຫະກຳ ແລະ ສະຫະ ກອນ, ການປັບປຸງການເຄື່ອນໄຫວຂອງສະມາຄົມ-ກຸ່ມທຸລະກິດຢູ່ແຂວງ ໃນຂະແໜງການຜະລິດສິນຄ້າກະສິກຳ ເປັນຕົ້ນ: ກາເຟ, ມັນຕົ້ນ, ຢາງ ພາລາ; ປະກອບຄຳເຫັນກ່ຽວກັນການພັດທະນາດ້ານການຄ້າ, ການຂົນສົ່ງ, ການສົ່ງອອກສິນຄ້າກະສິກຳຢູ່ບັນດາແຂວງພາກໃຕ້, ບົດຮຽນໃນການສ້າງຄວາມເຂັ້ມແຂງຂອງອົງ ການຈັດຕັ້ງທຸລະກິດ, ການເຊື່ອມໂຍງການເຄື່ອນໄຫວຂອງພາກທຸລະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນແຂວງ ແລະ ຫົວຂໍ້ສຳຄັນອື່ນໆ.

ຂ່າວ: ເກດສະໜາ

ພາບ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here