Home ຂ່າວພາຍໃນ ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ

ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ

0
15

ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງເປັນທູດ ຢູ່ຕ່າງປະເທດ ໃນວັນທີ 26 ມີນາ 2025 ໂດຍມີທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ, ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ໂອຕຣິດ, ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ, ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ ປະຈຳ ອາຊຽນ ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.

ໃນໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສໍາຄັນໃນຄັ້ງນີ້. ພ້ອມນີ້, ໄດ້ແຈ້ງກ່ຽວກັບ ພາລະບົດບາດ, ໜ້າທີ່ ແລະ ບັນດາໜ້າວຽກບຸລິມະສິດ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງໄດ້ຍົກໃຫ້ເຫັນຂອບການຮ່ວມມື ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສົນທິສັນຍາ, ສັນຍາສາກົນ ແລະ ການຊ່ວຍເຫລືອຂອງບັນດາປະເທດ ທີ່ບັນດາທ່ານທູດ ຈະໄດ້ໄປປະຈໍາການຢູ່.

ທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງ ໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍ ບັນດາຂົງເຂດວຽກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ດີຂຶ້ນ ແລະ ເຮັດໃຫ້ປະເທດຊາດເກີດຜົນປະໂຫຍດສູງສຸດ.

ຂ່າວ: ອະພິເດດ ແສງດາລາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here