ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງບຣຸກແຊນ ປະເທດແບນຊິກ ເມື່ອວັນທີ 26 ມີນາ, ສະຫະພາບເອີຣົບ (ອີຢູ) ໄດ້ອະນຸມັດໃຫ້ນໍາໃຊ້ໃບອະນຸຍາດຂັບຂີ່ດີຈິຕອນ, ການຄວບຄຸມຜູ້ຂັບຂີ່ລາຍໃໝ່ ແລະ ໃຫ້ບັນດາປະເທດສະມາຊິກຕັດສິນໃຈ ກ່ຽວກັບການກວດສຸຂະພາບ ເພື່ອຂໍໃບອະນຸຍາດຂັບຂີ່ພາຍໃຕ້ເປົ້າໝາຍການປັບປຸງຄວາມປອດໄພຕາມຖະໜົນ. ການປະຕິຮູບດັ່ງກ່າວເປັນສ່ວນໜຶ່ງ ຂອງຊຸດມາດຕະການຄວາມປອດໄພເທິງຖະໜົນ ເພື່ອໃຫ້ຍອດຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຕາມຖະໜົນໃຫ້ ໃນປີ 2030 ໂດຍມີຜູ້ແທນຈາກທັງລັດຖະສະພາເອີຣົບ ແລະ ຄະນະມົນຕີເອີຣົບ ລວມເຖິງລັດຖະບານຈາກ 27 ປະເທດສະມາຊິກ ອີຢູ ຮ່ວມພິຈາລະນາ. ຢ່າງໃດກໍ່ຕາມມາດຕະການດັ່ງກ່າວຍັງຄົງຕ້ອງຜ່່ານການຮັບຮອງ ຈາກທັງຄະນະມົນຕີ ແລະ ລັດຖະສະພາກ່ອນຈະຖືກບັງຄັບໃຊ້.
ເອີຣົບ ປະຕິຮູບຄວາມປອດໄພ ເທິງຖະໜົນ ດ້ວຍການໃຊ້ໃບຂັບຂີ່ດີຈິຕອນ
RELATED ARTICLES