Tuesday, April 1, 2025
Homeທຸລະກິດ13 ປີ ມັດສະດາ ໃຫ້ບໍລິການສັງຄົມລາວສະເໝີມາ

13 ປີ ມັດສະດາ ໃຫ້ບໍລິການສັງຄົມລາວສະເໝີມາ

ທ່ານ ວິລັດເທບ ແກ້ວມະນີວົງ ຫົວໜ້າການຕະຫຼາດຂອງ ບໍລິສັດ ມັດສະດາ ສີໂຄດຕະບອງ ຈຳກັດ ກ່າວວ່າ: ບໍລິສັດຕົວແທນນໍາເຂົ້າ ແລະ ຈໍາໜ່າຍ ລົດ MAZDA ໃນ ສປປ ລາວ ຢ່າງເປັນທາງການ, ບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 2012 ຈົນຮອດ ປັດຈຸບັນ ນັບເປັນເວລາໄດ້ 13 ປີ, ໄດ້ແນະນໍາຜະລິດຕະພັນໃໝ່ All-New MAZDA2 ຢ່າງເປັນທາງການ ຂຶ້ນໃນວັນທີ 22 ມີນາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວວຽງຈັນ (ຕຶກເກົ່າ), ສຳນັກງານໃຫຍ່ຂອງສູນ MAZDA ຕັ້ງຢູ່ທີ່ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໂຊຣູມແຫ່ງນີ້ ແມ່ນເປັນໜຶ່ງໃນການໃຫ້ບໍລິການຕໍ່ລູກຄ້າດ້ວຍຄວາມຈິງໃຈ, ໃສ່ໃຈທຸກລາຍລະອຽດໃນການໃຫ້ບໍລິການ ແບບຄົບວົງຈອນ ຊຶ່ງມີຫ້ອງວາງຂາຍໄວ້ຄອຍຕ້ອນຮັບ ເພື່ອໃຫ້ລູກຄ້າໄດ້ສຳຜັດເຖິງລົດ MAZDA ທຸກຮຸ່ນຢ່າງສະດວກສະບາຍ, ມີບໍລິການຫຼັງການຂາຍ ໄວ້ລໍຖ້າກວດ, ດູແລລົດ ຂອງບັນດາທ່ານ ທຸກໄລຍະໃນການໃຊ້ງານຢ່າງໃກ້ຊິດ ພ້ອມດ້ວຍ ທີມງານຊ່າງທີ່ມີປະສົບການ ຫຼາຍກວ່າ 10 ປີ, ມີອາໄຫຼ່ຂອງແທ້ຈາກໂຮງງານ ແລະ ຫ້ອງເຄາະພົ່ນສີ ໃຫ້ບໍລິການທີ່ສະດວກວ່ອງໄວ ແລະ ໄດ້ຄຸນນະພາບ.

ມັດສະດາ ພ້ອມແລ້ວທີ່ຈະໃຫ້ທຸກທ່ານເຂົ້າມາສຳຜັດ ທຸກມິຕິໃໝ່ຢ່າງໃກ້ຊິດ ຂອງ All-New MAZDA2 ຊຶ່ງເປັນລົດ Premium ທີ່ມີເຄື່ອງຈັກ 1.5L ມາພ້ອມລະບົບເຕັກໂນໂລຊີ SkyActiv-G ໃຫ້ຄວາມແຮງ ພ້ອມທັງ ປະຢັດນໍ້າມັນ, ໃຫ້ຄວາມນິ້ມ ແລະ ເພີດເພີນທຸກການຂັບຂີ່, ເປັນລົດທີ່ນໍາເຂົ້າ ແລະ ຜະລິດຈາກໂຮງງານ MAZDA ໃນປະເທດຍີ່ປຸ່ນໂດຍກົງ ແລະ ຂຶ້ນຊື່ເລື່ອງຄຸນນະພາບ, ສະມັດຖະພາບໃນການຂັບຂີ່, ທີ່ສົມບູນແບບ ຕາມຄອນເຊັບ The Perfect of Driving.

ບັນດາທ່ານສາມາດສອບຖາມທີ່ ເຄົາເຕີ້ ທີ່ມີພະແນກທີ່ປຶກສາການຂາຍພ້ອມໃຫ້ຂໍ້ມູນທຸກໆທ່ານ. ຂ້າພະເຈົ້າ ຕາງໜ້າບໍລິສັດ ຂໍຂອບໃຈລູກຄ້າທີ່ນໍາໃຊ້ລົດຍີ່ຫໍ້ MAZDA ທີ່ຕັດສິນໃຈເລືອກຊື້ລົດຍີ່ຫໍ້ MAZDA, ທາງບໍລິສັດໃຫ້ຄຳໝັ້ນສັນຍາວ່າ: ຈະດູແລລູກຄ້າທຸກໆທ່ານເໝືອນຄອບຄົວດຽວກັນ. ບັນດາທ່ານສາມາດສອບຖາມທີ່ເຄົາເຕີ້ ພະແນກທີ່ປຶກສາການຂາຍພ້ອມໃຫ້ຂໍ້ມູນທຸກໆທ່ານ.

ຕິດຕໍ່ເບີ: 021 222288, ວອດແອັບ 020 96996996.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments