ປັດຈຸບັນ ທົ່ວປະເທດແມ່ນໄດ້ຮັບຜົນກະທົບຈາກຝຸ່ນລະອອງທີ່ມີຂະໜາດນ້ອຍ ຫຼື ເອີ້ນວ່າ PM 2.5 ເຊິ່ງເກີດຈາກການເຜົາເນື້ອທີ່ການຜະລິດ ສົ່ງຜົນກະທົບຕໍ່ສຸຂະ ພາບຂອງປະຊາຊົນໃນທົ່ວປະເທດ ແຂວງທີ່ໄດ້ຮັບຜົນກະທົບຈາກ PM 2.5 ຫຼາຍກວ່າໝູ່ແມ່ນ ແຂວງ ອຸດົມໄຊ ຊຽງຂວາງ ບໍລິຄຳໄຊ ອັດຕະປື ເຊກອງ ສາລະວັນ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ໄຊສົມບູນ.
ອີງຕາມການລາຍງານຂອງສະຖາບັນຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ລາຍງານໃນວັນທີ 26 ມີນາ 2025 ໃຫ້້ຮູ້ວ່າ: ຜ່ານການກວດວັດຄ່າ PM 2.5 ເຫັນວ່າໃນຫຼາຍບ້ານ ນອນໃນບັນດາແຂວງແມ່ນພົບຄ່າ PM 2.5 ສູງເຊິ່ງມີຜົນກະທົບປານກາງຕໍ່ສຸຂະພາບ ປະກອບມີ ເຂດບ້ານ ໂພນສະຫວັນ ເມືອງ ຮຸນ ແຂວງ ອຸດົມໄຊ ວັດແທກຄ່າ PM 2.5 ສູງເຖິງ 184,4 Mg/m3/ 24h ບ້ານ ລີ ເມືອງ ແປກ ແຂວງ ຊຽງຂວາງ ວັດແທກຄ່າ PM 2.5 ໄດ້ 225,8 Mg/m3/ 24h ບ້ານນໍ້າຢ້າງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ວັດແທກໄດ້ 181,9 Mg/m3/ 24h ບ້ານຫຼັກສາມ ເມືອງ ສາມັກຄີໄຊ ແຂວງອັດຕະຕື ແທກໄດ້ 216,8 Mg/m3/ 24h ບ້ານໂພນໄຊ ເມືອງລະມານ ແຂວງເຊກອງ ວັດແທກໄດ້ 216,8 Mg/m3/ 24h ບ້ານ ນາເຫຼັກ ເມືອງ ສາລະວັນ ແຂວງສາລະວັນ ວັດແທກໄດ້ 222 Mg/m3/ 24h ບ້ານ ໜອງບຶກ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ວັດແທກໄດ້ 211,3 Mg/ m3/ 24h ບ້ານອາກາດ ກົມອຸຕຸນິຍົມ ນະຄອນຫຼວງວຽງຈັນ ວັດແທກໄດ້ 229,6 Mg/m3/ 24h ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ວັດແທກໄດ້ 168,8 Mg/m3/ 24h ບ້ານ ໂນນສະຫວ່າງ ເມືອງ ວຽງຄຳ ແຂວງ ວຽງຈັນ ວັດແທກໄດ້ 168,1 Mg/m3/ 24h ບ້ານຊະນະຄາມ ແຂວງວຽງຈັນ ວັດແທກໄດ້152,4 Mg/ m3/ 24h ບ້ານພູຊ້າງ ເມືອງອານຸວົງ ແຂວງໄຊສົມບູນ ວັດແທກໄດ້ 152,5 Mg/ m3/ 24h .
ນອກຈາກນັ້ນກໍຍັງມີບາງເຂດທີ່ເລີ່ມໄດ້ຮັບຜົນກະທົບຕໍ່ສຸຂະພາບ ຈາກສະພາບຝຸ່ນ PM 2.5 ປະກອບມີ ບ້ານດອນໄຊພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ອຸດົມໄຊ ບ້ານ ຈອມເພັດ ເມືອງ ທ່າແຂກ ແຂວງຄຳມ່ວນ ບ້ານ ໂນນສະອາດ ເຂດກະຊວງຍຸຕິທຳ ນວ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມເມືອງຈັນທະບູລີ ນວ ບ້ານຊຽງຍືນ ເຂດສວນເຈົ້າອານຸວົງ ນວ ບ້ານ ໂພທອງ ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ ບ້ານ ໂພທອງ ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ ບ້ານ ໂພນໂຮມ ເມືອງ ບຸນເໜືອ ແຂວງ ຜົ້ງສາລີ ບ້ານ ທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ບ້ານ ນາປົງ ເມືອງ ຄົງເຊໂດນ ແຂວງ ສາລະວັນ .
ສຳລັບເຂດທີ່ກ່າວມານີ້ແມ່ນໃຫ້ປະຊາຊົນທົ່ວໄປຫຼີກລ່ຽງການເຮັດກິດຈະກຳກາງແຈ້ງ ພ້ອມທັງເຝົ້າລະວັງສຸຂະພາບ ແລະ ໃຊ້ອຸປະກອນປ້ອງກັນ ຜູ້ທີ່ຕ້ອງເບີ່ງແຍງເປັນພິເສດ ຄວນຫຼີກລ່ຽງສຳລັບກິດຈະກຳກາງແຈ້ງ ແລະ ໃຊ້ອຸປະກອນປ້ອງກັນຫາກມີອາການເບື້ອງຕົ້ນເຊັ່ນ: ໄອ ຫາຍໃຈລຳບາກ ແສບຕາ ແໜ້ນໜ້າເອີກ ວິນຫົວ ຫົວໃຈເຕັ້ນບໍ່ເປັນປົກກະຕິ ປວດຮາກ ແລະ ອ່ອນເພຍຄວນປຶກສາແພດ.