Tuesday, April 1, 2025
Homeຂ່າວຕ່າງປະເທດໄຟປ່າ ຢູ່ ສ.ເກົາຫລີ ເຮັດໃຫ້ເສຍຊີວິດ 26 ຄົນ

ໄຟປ່າ ຢູ່ ສ.ເກົາຫລີ ເຮັດໃຫ້ເສຍຊີວິດ 26 ຄົນ

ວັນທີ 27 ມີນາ 2025 ສຳນັກຂ່າວຕ່າງປະເທດລາຍງານວ່າ: ໄຟໄໝ້ປ່າຫລາຍຈຸດຢູ່ພາກຕາເວັນອອກສຽງໃຕ້ ຂອງ ສ.ເກົາ ຫລີ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ, ມີຄົນເສຍຊີວິດເພີ່ມເປັນ 26 ຄົນ, ບາດເຈັບສາຫັດ 8 ຄົນ ແລະ ບາດເຈັບເລັກໜ້ອຍ 22 ຄົນ, ຍົນເຮລິກົບເຕີຂອງທີມມອດໄຟຕົກ 1 ລຳ.

ປະຊາຊົນຫລາຍກວ່າ 37,815 ຄົນ ຖືກອົບພະຍົບອອກ ຈາກພື້ນທີ່ໄຟໄໝ້ປ່າ ໂດຍສະເພາະເມືອງອີຊອງ ແລະ ອັນດົງ ເນື້ອທີ່ເສຍຫາຍແລ້ວຫລາຍກວ່າ 36,009 ເຮັກຕາ. ໄຟໄໝ້ປ່າຄັ້ງນີ້ແມ່ນເລີ່ມໄໝ້ແຕ່ວັນສຸກທີ 21 ມີນາ 2025 ເປັນຕົ້ນມາ ຈຸດເລີ່ມຕົ້ນຢູ່ເຂດຊັນຊອງ ແຂວງເຄຍອງຊັງເໜືອ ແລະ ໄໝ້ລາມໄປເມືອງອື່ນໆ ຢ່າງໄວວາ ຍ້ອນມີລົມພັດແຮງ.

ລັດຖະບານ ສ.ເກົາຫລີ ໄດ້ຈັດສົ່ງເຮລີກົບເຕີ 87 ລຳ ແລະ ເຈົ້າໜ້າທີ່ຫລາຍກວ່າ 4,900 ຄົນ ລວມທັງນັກດັບເພີງ, ພະນັກ ງານ ແລະ ທະຫານ ເຂົ້າໄປພື້ນທີ່ ທີ່ໄດ້ຮັບຜົນກະທົບ ແລະ ຕັ້ງ ແຕ່ວັນສຸກທີ່ຜ່ານມາກອງທັບ ສ.ເກົາຫລີ ໄດ້ສົ່ງກຳລັງພົນປະ ມານ 5,000 ຄົນ ແລະ ເຮລີກົບເຕີ 146 ລໍາ ເພື່ອມອດໄຟປ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments