ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ, ສຶກສາອົບຮົມກໍ່ສ້າງ ແລະ ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານຈຳນວນ ແລະ ຄຸນນະພາບ, ເວລາໃດພັກກໍໃຫ້ຄວາມສໍາຄັນ, ຄວາມເອົາໃຈໃສ່ໃນການນໍາພາໂດຍກົງ ຮອບດ້ານ ເດັດຂາດ ຕໍ່ກອງທັບ, ສ້າງກອງທັບໃຫ້ເປັນກອງທັບປະຕິວັດ ທີ່ໄວ້ໃຈຂອງພັກ, ເປັນທີ່ເພິ່ງອັນໜັກແໜ້ນຂອງປະຊາຊົນບັນດາເຜົ່າ, ເປັນກຳແພງເພັດທີ່ແຂງແກ່ນ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ດ້ານການປ້ອງກັນຊາດ ຮັບປະກັນເຮັດໃຫ້ ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ສະຫາຍ ພັນໂທ ຄໍາຫລ້າ ພັນທະຈັກ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 301 ກອງພົນທີ 3 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 301 ໃຫ້ສຳພາດໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະ 70 ປີ, ພັກໄດ້ພິສູດໃຫ້ເຫັນວ່າ ບັນຫາຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ມີຫລັກການຂອງພັກ ໄດ້ມີຜົນງານສໍາເລັດຫລາຍດ້ານ ເຊິ່ງໃນເບື້ອງຕົ້ນ ພວກເຮົາສາມາດປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຊາດຢ່າງໝັ້ນຄົງ, ການພັດທະນາເສດທະກິດ-ສັງຄົມ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່ານັບມື້ດີຂຶ້ນກວ່າເກົ່າ ຖ້າທຽບໃສ່ແຕ່ກ່ອນ, ແນວທາງການຕ່າງປະເທດຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນສູງ, ຊື່ສຽງບົດບາດຂອງ ສປປລາວ ໄດ້ສູງເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ. ຕໍ່ກັບກຳລັງປະກອບອາວຸດ ໂດຍສະເພາະແມ່ນ ກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ເຮັດໃຫ້ກຳລັງປະກອບອາວຸດເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ສະຫາຍ ພັນໂທ ຄໍາຫລ້າ ພັນທະຈັກ ຍັງໃຫ້ຮູ້ອີກວ່າ: ໄລຍະຜ່ານມາ ກໍຄື ປັດຈຸບັນ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 301 ໄດ້ນໍາພາກົມກອງຮາກຖານເຄື່ອນໄຫວ ເຮັດໃຫ້ສະພາບໃນຂອບເຂດ ຮັບຜິດຊອບ ຂອງກົມກອງມີຄວາມສະຫງົບ, ເຮັດໃຫ້ຂອບເຂດຊາຍແດນ ຕາເວັນຕົກສຽງເໜືອຂອງປະເທດ ແຕ່ ເມືອງປາກທາ ແຂວງບໍ່ແກ້ວ-ເມືອງຄອບ-ເມືອງຊຽງຮ່ອນ-ເມືອງເງິນ ແຂວງໄຊຍະບູລີ ມີຄວາມສະຫງົບຢ່າງໜັກແໜ້ນ, ໄດ້ຊີ້ນໍາບັນດາກົມ ກອງຮາກຖານທີ່ຂຶ້ນກັບຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ແບບມູນເຊື້ອ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານຕາມທາງກວ້າງ, ທາງເລິກ. ດ້ານວຽກງານປັບປຸງກໍ່ສ້າງກໍາລັງ ໄດ້ສຸມໃສ່ນໍາພາວຽກງານສຶກສາອົບຮົບ ການເມືອງແນວຄິດ ໃຫ້ພະນັກງານ-ສະມາຊິກພັກ-ນັກຮົບ ໃນທົ່ວກອງພັນໃຫຍ່ ມີຄຸນທາດການເມືອງໜັກແໜ້ນ ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມ ເດັດດ່ຽວໜຽວແໜ້ນ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດາມະຕິຕ່າງໆຂອງ ພັກ. ພ້ອມກັນນີ້, ຍັງໄດ້ສຸມໃສ່ກໍ່ສ້າງ ແລະ ປັບປຸງ ກົງຈັກການຈັດຕັ້ງນັບແຕ່ຂັ້ນ ກອງພັນໃຫຍ່ ລົງຮອດກົມກອງຮາກຖານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ວຽກງານ ກໍ່ສ້າງພັກ ກໍໄດ້ເອົາໃຈໃສ່ດໍາເນີນຢ່າງຕັ້ງໜ້າ ເປັນຕົ້ນແມ່ນການກໍ່ສ້າງໜ່ວຍພັກ ປອດໃສ່ ເຂັ້ມແຂງ ໜັກແໜ້ນ ເຊິ່ງສາມາດຮັບຮອງໄດ້ 27 ໜ່ວຍພັກ, ເທົ່າກັບ 90% ຂອງຈານວນໜ່ວຍພັກທັງໝົດໃນທົ່ວກອງພັນໃຫຍ່, ມີສະມາຊິກພັກແຂງກວມເອົາ 76,24% ຂອງຈໍານວນສະມາຊິກພັກທັງໝົດ, ການກໍ່ສ້າງພະນັກງານ ກໍໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ຮັບປະກັນລັກສະນະສືບທອດປ່ຽນແທນໄປແຕ່ລະຮຸ່ນ ໄປຕາມແຜນກຳນົດສ້າງພະນັກງານໃນແຕ່ລະໄລຍະ, ໄຈັດສົ່ງພະນັກງານໄປຮຽນກໍ່ສ້າງຢູ່ພາຍໃນ ແລະ ຕ່າງ ປະເທດ. ນອກນັ້ນ, ຍັງປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ເອົາໃຈໃສ່ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ, ລັດເຊຍ ແລະ ບັນດາປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດ.