ເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ດັ່ງນັ້ນ, ໃນທ້າຍອາທິດຜ່ານມານີ້ ທີ່ສະໂມສອນ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ກອງບັນຊາການ ປກສ ນະຄອນ ໄດ້ຈັດພິທີສຶກສາອົບຮົມຜູ້ທີ່ເສບຢາເສບຕິດ, ໂດຍການເປັນປະທານຂອງ ທ່ານ ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນ, ມີໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນ, ຫົົວໜ້າ ປກສ ກຸ່ມ 13, ມີເລຂາພັກບ້ານ-ນາຍບ້ານ, ຫົວໜ້າກອງຮ້ອຍ ປກຊ-ປກສ ບ້ານ, ພໍ່ແມ່ຜູ້ປົກຄອງ ເຂົ້າຮ່ວມ.

ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ມ້າງຈຸດມົ້ວສຸມເສບຢາເສບຕິດ (ຢາບ້າ) ໄດ້ຈຳນວນ 2 ຈຸດຄື: ຈຸດບ້ານໂພນສະຫວັນ, ບ້ານທ່າຊະໂນ ແລະ ສາມາດກັກຕົວພວກທີ່ເສບຢາເສບຕິດໄດ້ທັງໝົດ 16 ຄົນ. ຈາກນັ້ນ, ກໍໄດ້ມີການໂຄສະນາເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ມີການສຶກສາອົບຮົມ, ກ່າວເຕືອນ ແລະ ຂຽນບົດບັນທຶກກັບກຸ່ມເປົ້າໝາຍດັ່ງກ່າວ, ຖ້າວ່າພວກກ່ຽວຍັງບໍ່ຢຸດເຊົາພົວພັນກັບຢາເສບຕິດ ແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

(ຂ່າວ: ສະຫວັນ)

LEAVE A REPLY

Please enter your comment!
Please enter your name here