Wednesday, April 2, 2025
Homeຂ່າວຕ່າງປະເທດຫວຽດນາມ - ອາເມຣິກາ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ໃຫ້ມີຄວາມດຸນດ່ຽງ

ຫວຽດນາມ – ອາເມຣິກາ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ໃຫ້ມີຄວາມດຸນດ່ຽງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ໃນການເຮັດວຽກກັບຄະນະສະພາດຳເນີນທຸລະກິດ ອາເມຣິກາ-ອາຊຽນ (USBA) ແລະ ວິສາຫະກິດໃຫຍ່ຂອງອາເມຣິກາ ເກືອບ 60 ແຫ່ງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢືນ ຢັນວ່າ: ຫວຽດນາມ ປາດ ຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າໃຫ້ມີຄວາມດຸນດ່ຽງ, ປະສົມກົມກ່ຽວ, ຍືນຍົງ ກັບ ອາເມຣິກາ. ທ່ານປາດຖະໜາວ່າ, ບັນດານັກລົງທຶນ ອາເມ ຣິກາ ຈະສືບຕໍ່ເພີ່ມທະວີການລົງທຶນໃໝ່, ເປີດກວ້າງການລົງທຶນຢູ່ຫວຽດນາມ, ພິ ເສດແມ່ນໃນບັນດາຂົງເຂດສຳຄັນ ຄື: ພະລັງງານ, ເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ, AI, ການບິນ, ການບິນອາວະກາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຂ່າວລະບຸວ່າ: ອາເມລິກາ ຕີລາຄາສູງຍຸດທະສາດພັດທະນາເສດຖະກິດ – ສັງຄົມຂອງ ຫວຽດນາມ, ບັນດາວິສາຫະກິດ ອາເມຣິກາ ພ້ອມແລ້ວທີ່ຈະລົງທຶນ, ເປີດກວ້າງການລົງທຶນຢູ່ຫວຽດນາມໃນຂົງເຂດ ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເຕັກໂນໂລຊີສູງ, ການບິນ… ບັນດາວິສາຫະກິດ ອາເມຣິກາ ປາດຖະໜາວ່າ ຫວຽດນາມ ຈະມີນະໂຍບາຍໃຫ້ບຸລິມະສິດເພື່ອສົ່ງເສີມການລົງທຶນສຳລັບໂຄງການ, ຜະລິດຕະພັນລະອຽດຈຳນວນໜຶ່ງຊຶ່ງ ອາເມຣິກາ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ, ໃຫ້ບຸລິມະສິດດຶງດູດການລົງທຶນ ແລະ ການພັດທະນາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments