Friday, September 20, 2024
Homeທຸລະກິດໝູນໃຊ້ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນເພື່ອພັດທະນາຢ່າງບຸກທະລຸ

ໝູນໃຊ້ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນເພື່ອພັດທະນາຢ່າງບຸກທະລຸ

ຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0 ແລະ ໂລກລະບາດໂຄວິດ – 19 ໄດ້ນຳມາຊຶ່ງສິ່ງທ້າທາຍ ແລະ ກາລະໂອກາດຫຼາຍຢ່າງຕໍ່ຫຼາຍຂະແໜງອາຊີບຢູ່ ຫວຽດນາມ. ທຸກໆຂະແໜງອາຊີບລ້ວນແຕ່ຕ້ອງປັບຕົວໃຫ້ແທດເໝາະ, ປ່ຽນແປງໃໝ່ ໝູນໃຊ້ເຕັກໂນໂລຢີສູງ, ຫັນເປັນດີຈີຕອນ ເພື່ອຄົງຕົວ ແລະ ພັດທະນາ. ທີ່ເວທີປາໄສເສດຖະກິດ ຫວຽດນາມ ປີ 2022 ຈັດຕັ້ງໂດຍຄະນະເສດຖະກິດສູນກາງ, ມີຫຼາຍຄຳເຫັນຢັ້ງຢືນວ່າ ຫວຽດນາມ ໄດ້ໝູນໃຊ້ປະສິດທິຜົນ ແລະ ກາລະໂອກາດຈາກການປ່ຽນແປງເຕັກໂນໂລຢີ ແລະ ຫັນເປັນດີຈີຕອນເພື່ອເພີ່ມຄວາມໄວບຸກທະລຸນັບທັງໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

ຕໍ່ໜ້າການພັດທະນາຂອງເຕັກໂນໂລຢີ, ມີວິສາຫະກິດຫຼາຍແຫ່ງ ຕ້ອງຫັນເປັນດີຈີຕອນຢ່າງແຮງເພື່ອຮັບມື. ນັບແຕ່ປີ 2019, ກຸ່ມບໍລິສັດ ລົກເຈິ່ຍ, ແມ່ນວິສາຫະກິດນຳໜ້າໃນການສ້າງລະບົບມູນຄ່າກະສິກຳແບບຍືນຍົງຢູ່ ຫວຽດນາມ, ໄດ້ກະກຽມໂທລະສັບສະມາດໂຟນນັບພັນໜ່ວຍໃຫ້ແກ່ຊາວກະສິກອນ ເພື່ອເພີ່ມທະວີການໝູນໃຊ້ເຕັກໂນໂລຢີໃນການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ບໍລິໂພກ. ປັດຈຸບັນມີ ປະມານ 80% ວິວັດການໝູນໃຊ້, ບໍລິຫານຄຸ້ມຄອງສັງລວມຈາກຫ້ອງການຕະຫຼອດຮອດການໝູນໃຊ້ວິທີການປູກຝັງ, ຕິດຕາມກວດກາຂັ້ນຕອນການຜະລິດ, ບໍລິໂພກສິນຄ້າ ລ້ວນແຕ່ໄດ້ນຳໃຊ້ໂປແກຼມນີ້.

ທ່ານ ຫງວຽນຢຸຍທ້ວນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດລົກເຈິ່ຍ ໃຫ້ຮູ້ວ່າ: ໃນເນື້ອທີ່ດິນ 1 ລ້ານ ເຮັກຕາຂອງ ລົກເຈິ່ຍ ພວມໝູນໃຊ້ບັນດາມາດຖານທີ່ວ່າຫ້ອງການບໍ່ໃຊ້ເຈ້ຍ, ທົ່ງນາບໍ່ມີຮອຍຕີນ ແລະ ສະເພາະ 110.00 ເຮັກຕາຕົ້ນເຂົ້າຢູ່ແຂວງ ອານຢາງ, ພວກຂ້າພະເຈົ້າໄດ້ ແລະ ພວມໝູນໃຊ້ການຜະລິດແລກປ່ຽນການຄ້າໂດຍບໍ່ນຳໃຊ້ເງິນສົດ. ໄປຄຽງຄູ່ກັນນັ້ນ, ບາງທ້ອງຖິ່ນໄດ້ຈັດຕັ້ງແຜນທີ່ດີຈີຕອນໃນການປູກຝັງ. ນີ້ກໍ່ແມ່ນວຽກງານທຳອິດເພື່ອສ້າງທົ່ງນາຂະໜາດໃຫຍ່ ແລະ ຈາກນັ້ນ ກໍສ້າງປະສິດທິຜົນໃນການຜະລິດກະສິກຳໃນຂອບຂະໜາດໃຫຍ່.

ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້, ຫວຽດນາມ ພວມສືບຕໍ່ກຳນົດກົນໄກ, ນະໂຍບາຍທີ່ແທດຈິງເພື່ອສົ່ງເສີມວິສາຫະກິດນຳເຂົ້າເຕັກໂນໂລຢີ, ເປັນຕົ້ນແມ່ນຕໍ່ຂົງເຂດ, ຂະແໜງຫຼັກແຫຼ່ງ, ປາຍແຫຼມເພື່ອໝູນໃຊ້ເຂົ້າໃນການຜະລິດ, ດຳເນີນທຸລະກິດໂດຍໄວ ສ້າງບັນດາຜະລິດຕະພັນໃໝ່ທີ່ມີມູນຄ່າເພີ່ມສູງຂຶ້ນ. ຕາມທ່ານ ນາງປ.ອ ເຈິ່ນທິຮົ່ງມິງ, ຫົວໜ້າສະຖາບັນຄົ້ນເສດຖະກິດສູນກາງແລ້ວ, ນອກຈາກການລົງທຶນກ່ຽວກັບການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ, ພິເສດແມ່ນບຸກທະລຸດ້ານເຕັກໂນໂລຢີ ແມ່ນຕ້ອງເຊື່ອມຕໍ່ຢ່າງຄົບຊຸດເພື່ອກາຍເປັນລະບົບມູນຄ່າເພີ່ມຜົນກຳໄລ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ພິເສດກວ່ານັ້ນແມ່ນຕອບສະໜອງເປົ້າໝາຍພັດທະນາຍຸດທະສາດຂອງປະເທດຊາດ. ໄປຄຽງຄູ່ກັນນັ້ນ, ຕະຫຼາດວິທະຍາສາດເຕັກໂນໂລຢີຕ້ອງເຊື່ອມຕໍ່ກັນ, ກ້າວໄປເຖິງການຫັນບັນດາຕະຫຼາດສິນຄ້າ, ແຮງງານ ແລະ ການເງິນເປັນຄົບຊຸດ. ສຳຄັນກວ່ານັ້ນແມ່ນນະໂຍບາຍການເງິນເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງນັບທັງພາກລັດ ແລະ ພາກເອກະຊົນ, ພ້ອມກັນນັ້ນແມ່ນສືບຕໍ່ຍູ້ແຮງການຮ່ວມມືສາກົນ ໃນກົນໄກຫຼາຍຝ່າຍ. ທ່ານນາງ ປ.ອ ເຈິ່ນທິຮົ່ງມິງ ໃຫ້ຮູ້ວ່າ: ຜ່ານການເຂົ້າເປັນສະມາຊິກຂອງບັນດາອົງການຫຼາຍຝ່າຍກໍ່ຄື ເມື່ອພວກເຮົາເຂົ້າຮ່ວມບັນດາສົນທິສັນຍາການຄ້າເສລີ… ນີ້ກໍ່ແມ່ນກາລະໂອກາດໃຫຍ່ຫຼວງທີ່ສຸດໃຫ້ແກ່ພວກເຮົາເພື່ອສ້າງສະພາບແວດລ້ອມແຫ່ງຄວາມສະດວກ ອາດສາມາດຍູ້ແຮງການສົ່ງອອກ – ນຳເຂົ້າ. ພິເສດ, ຂ້າພະເຈົ້າຢາກເນັ້ນໜັກວ່າ ຫວຽດນາມ ຈະມີກາລະໂອກາດເພື່ອເຂົ້າຮ່ວມການໂອ້ລົມສົນທະນາ, ເພື່ອສາມາດສ້າງຄວາມສະດວກໃຫ້ແກ່ພວກເຮົາ ແລະ ວິສາຫະກິດ, ຈາກນັ້ນ ອາດຈະເປັນເຈົ້າການໃນການເຂົ້າຮ່ວມລະບົບສະໜອງ.

ມີນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໃຫ້ຂໍ້ສັງເກດວ່າ: ປັດຈຸບັນ, ໃນສະພາບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ – 19 ໃຫ້ມີປະສິດທິຜົນ, ນອກຈາກການເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຍົກລະດັບລະບົບມູນຄ່າຂົງເຂດ, ຂະແໜງຈຸດສຸມທີ່ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບນັ້ນ ແມ່ນຕ້ອງສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການພັດທະ ນາວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອສ້າງບາດກ້າວບຸກທະລຸກ່ຽວກັບສະມັດຕະພາບ, ມີຄຸນນະພາບ, ມີປະສິດທະພາບ ແລະ ກຳລັງແກ້ງແຍ້ງ ຕອບສະໜອບຄວາມຮຽກຮ້ອງປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູ ແລະ ພັດທະນາເສດຖະກິດ. ທ່ານ ຫງວຽນຮ່ວາງ ຢາງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່າວວ່າ: ຫວຽດນາມ ຄວນຕັ້ງໜ້າເຂົ້າຮ່ວມ ແລະ ສະໜັບສະໜູນບັນດາກົນໄກຫຼາຍຝ່າຍ ແຕ່ກໍ່ຕ້ອງພິຈາລະນາ, ກວດກາດ້ານເສດຖະກິດຄືນ ໃໝ່ ເພື່ອຮັບປະກັນຄວາມເປັນເຈົ້າການໃນການໂອ້ລົມສົນທະນາ, ພ້ອມກັນແກ້ໄຂບັນດາບັນຫາທີ່ມີລັກ ສະນະພາກພື້ນ ຫຼຸດຜ່ອນຄວາມສ່ຽງໃນລະບົບສະໜອງທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ເພື່ອປັບປຸງທີ່ຕັ້ງໃນລະບົບສະໜອງ ຕ້ອງກຳນົດໄດ້ລັກສະນະຮີບດ່ວນ ແລະ ຄວາມເປັນເຈົ້າການຂອງວິສາຫະກິດ, ໃນຂອດກະກຽມບຳລຸງສ້າງ ແລະ ພິເສດແມ່ນດຶງດູດແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ກ່ຽວກັບເຕັກໂນໂລ ຢີ, ການເຫັນເປັນດີຈີຕອນ ເພື່ອຮັບໃຊ້ໃຫ້ແກ່ລະບົບພັດທະນາຜະລິດຕະພັນ.

ຫວຽດນາມ ຕັ້ງເປົ້າໝາຍຮອດປີ 2030, ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ສວມບົດບາດສຳຄັນໃນການພັດທະນາເຕັກໂນໂລຢີປາຍແຫຼມ, ຈຸດສຸມ ນັ້ນແມ່ນວິສາຫະກິດປຸງແຕ່ງ, ຜະລິດ, ປະກອບສ່ວນສຳຄັນເຂົ້າໃນກົນໄກສ້າງຄົງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດທັນສະໄໝ, ເຮັດໃຫ້ຫວຽດນາມກາຍເປັນປະເທດທີ່ມີເຕັກໂນໂລຢີທັນສະໄໝ. ໃນສະພາບການນັ້ນ, ມີວິສາຫະກິດຫຼາຍແຫ່ງ ໄດ້ ແລະ ພວມກຽມພ້ອມໝູນໃຊ້ບັນດາກາລະໂອກາດຈາກການປະຕິວັດເຕັກໂນໂລຢີ, ຫັນເປັນດີຈີຕອນຢ່າງແຂງແຮງເພື່ອສອດຄ່ອງ ແລະ ພັດທະນາຢ່າງບຸກທະລຸ.

ຮຽບຮຽງໂດຍ: ລຸ້ງດາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments