Wednesday, March 19, 2025
Homeຂ່າວຕ່າງປະເທດການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕ

ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມສະຖະຕິ ຂອງ ກົມພາສີອາກອນ (ກະຊວງການເງິນ ຫວຽດນາມ) ໃນເດືອນກຸມພາຜ່ານມາ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 655 ລ້ານກວ່າໂດລາ, ເພີ່ມຂຶ້ນ 44.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ຂ່າວລະບຸວ່າ: ໄລ່ລວມສອງເດືອນຕົ້ນປີ 2025, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 1.42 ຕື້ໂດລາ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈີນ, ຍີ່ປຸ່ນ, ສະຫະລັດ ອາເມຣິກາ ແມ່ນ 3 ຕະຫຼາດສົ່ງອອກສິນໃນນ້ຳຫຼາຍທີ່ສຸດຂອງ ຫວຽດນາມ, ກວມເອົາ 52.3%. ການສົ່ງອອກສິນໃນນ້ຳໄປຍັງບັນດາຕະຫຼາດໃຫຍ່ອື່ນໆກໍບັນລຸລະດັບເຕີບໂຕສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ຄື: ສ ເກົາຫຼີ, ອົສຕຣາລີ, ໄທ, ອັງກິດ, ການາດາ, ເຢຍລະມັນ, ຣັດເຊຍ, ບຣາຊິນ… ໃນໄລຍະຈະມາເຖິງ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕສູງກວ່າຍ້ອນຄວາມຕ້ອງການໃນການຊົມໃຊ້ສິນໃນນ້ຳຢູ່ຫຼາຍຕະຫຼາດມີທ່າອ່ຽງເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments