ຂ່າວສານຊີອາໄອລາຍງານໃນວັນທີ 17 ມີນາ ຜ່ານມາວ່າ: ອົງການຮ່ວມມື ແລະ ພັດທະນາເສດຖະກິດ ຫຼື OECD ໄດ້ເຜີຍແຜ່ບົດລາຍງານການປະເມີນເສດຖະກິດໄລຍະກາງ ໂດຍຄາດຄະເນວ່າ: ເສດຖະກິດໂລກໃນປີ 2025 ແລະ ປີ 2026 ຈະຂະຫຍາຍຕົວ 3.1% ແລະ 3.0% ຕາມລຳດັບ ຊຶ່ງໄດ້ຫຼຸດລົງ 0.2% ແລະ 0.3% ຕາມລຳດັບ ເມື່ອທຽບກັບໂຕເລກທີ່ຄາດຄະເນໃນເດືອນທັນວາປີ 2024 ຜ່ານມາ.
ບົດລາຍງານຊີ້ອອກວ່າ: ສາເຫດທີ່ເຮັດໃຫ້ໂຕເລກດັ່ງກ່າວຖືກປັບຫຼຸດລົງແມ່ນຍ້ອນກຳແພງການຄ້າລະຫວ່າງປະເທດເພີ່ມຂຶ້ນ ແລະ ຄວາມກົດດັນຈາກການເມືອງໃນພາກພື້ນ ລວມເຖິງຄວາມບໍ່ແນ່ນອນຂອງນະໂຍບາຍ ທີ່ມີຕໍ່ການລົງທຶນ ແລະ ລາຍຈ່າຍຂອງຄອບຄົວ. ປັດຈຸບັນ ທົ່ວໂລກຍັງປະເຊີນໜ້າກັບຄວາມສ່ຽງຢ່າງໜັກໜ່ວງ, ເສດຖະກິດໂລກມີຄວາມແຕກແຍກຫຼາຍຂຶ້ນ. ກຳແພງການຄ້າໄດ້ເພີ່ມຂຶ້ນຢ່າງຂະ ໜາດໃຫຍ່ ແລະ ຂອບເຂດກວ້າງຂວາງກວ່າເກົ່າ ຊຶ່ງສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ຈະເຮັດໃຫ້ໄພເງິນເຟີ້ຮ້າຍແຮງຂຶ້ນ. ໃນຂະນະດຽວກັນ, ໄພເງິນເຟີ້ທີ່ສູງກວ່າການຄາດຄະເນໄວ້ຈະເຮັດໃຫ້ນະໂຍບາຍເງິນຕາມີການຮັດກຸມ ແລະ ສ້າງຜົນກະທົບຕໍ່ຕະຫຼາດການທະນາຄານ.