Wednesday, March 19, 2025
Homeຂ່າວໜ້າໜຶ່ງສສຊ ຫຼາຍທ່ານມີຄໍາເຫັນຕໍ່ການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ຮັບອຸດໜູນບໍານານ

ສສຊ ຫຼາຍທ່ານມີຄໍາເຫັນຕໍ່ການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ຮັບອຸດໜູນບໍານານ

ໃນວາລະປະກອບຄໍາເຫັນ ຕໍ່ຮ່າງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມີນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ຕາງກໍໄດ້ສຸມໃສ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍສະບັບດັ່ງກ່າວ, ໂດຍສ່ວນຫຼາຍແລ້ວ ສສຊ ກໍໄດ້ມີຄໍາເຫັນຕໍ່ກັບມາດຕາທີ່ມີການລະບຸການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ອາຍຸກະສຽນຮັບອຸດໜູນບໍານານ ລວມເຖິງມາດຕາອື່ນໆທີ່ກ່ຽວຂ້ອງ.

ທ່ານ ລໍາໄມ ກຸດລາວົງ ສສຊ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຄໍາເຫັນຕໍ່ມາດຕາ 18 ທີ່ໄດ້ກໍານົດເງື່ອນໄຂເຂົ້າເປັນລັດຖະກອນໃໝ່ ມີ 7 ຂໍ້, ໃນຂໍ້ 2 ກໍານົດອາຍຸໃນການເຂົ້າລັດຖະກອນໃໝ່ແຕ່ 18-35 ປີ ໃນກໍລະນີຈໍາເປັນກໍອາດຮັບເອົາຜູ້ທີ່ອາຍຸເກີນຕາມທີ່ໄດ້ກໍານົດໄວ້ ຊຶ່ງໄດ້ກ່າວວ່າ: ພື້ນຖານເຫັນດີ, ແຕ່ຖ້າວ່າກໍານົດຄືແນວນີ້ ໃນການຈັດຕັ້ງປະຕິບັດຕົວຈິງ ຢ້ານບໍ່ເປັນເອກະພາບກັນ ອາດຈະເກີດມີຊ່ອງວ່າງໄປໃນທາງທີ່ບໍ່ດີ, ພາໃຫ້ເກີດຫາງສຽງຕໍ່ວ່າໃນສັງຄົມ ກໍຄືຢູ່ໃນຂັ້ນທ້ອງຖິ່ນ; ດັ່ງນັ້ນ, ຖ້າຈໍາເປັນແທ້ໆ ກໍຢາກໃຫ້ກໍານົດຢູ່ໃນກົດໝາຍສະບັບນີ້ເລີຍໄດ້ບໍ ວ່າຈໍາເປັນດ້ານໃດ ແລະ ຂົງເຂດໃດ. ຕໍ່ມາດຕາ 29 ໄດ້ກໍານົດມີ 11 ຂໍ້ ກ່ຽວກັບການລາພັກລັດຖະການ, ໃນຂໍ້ 2 ແລະ ຂໍ້ 4 ກ່ຽວກັບການລາພັກ ແລະ ອອກລູກ ກໍານົດຢູ່ໃນກົດໝາຍໃຫ້ພັກ 3 ເດືອນເຄິ່ງ, ໃນຂໍ້ 4 ຜ່າຕັດໃຫ້ພັກ 4 ເດືອນ; ຖ້າກໍານົດຄືແນວນີ້, ໃນຄວາມເປັນຈິງຢູ່ປະເທດເຮົາ ຂ້າພະເຈົ້າຄິດວ່າຍັງບໍ່ເໝາະສົມ ໂດຍສະເພາະຢູ່ຊົນນະບົດ ເນື່ອງຈາກວ່າເວລາຖືພາ ການດູແລສຸຂະພາບ, ອາຫານການກິນ ເຫັນວ່າຍັງບໍ່ທັນໄດ້ຕາມມາດຕະຖານ, ຍ້ອນເງື່ອນໄຂຫຼາຍອັນຢູ່່ໃນຊົນນະບົດ; ອີກບັນໜຶ່ງ, ກໍລະນີເກີດລູກ, ຖ້າວ່າມີແຕ່ຜົວ-ເມຍ ແລະ ລູກນ້ອຍ ບໍ່ມີຜູ້ຊ່ວຍ ຈະເຮັດໃຫ້ມີຄວາມຫຍຸ້ງຍາກໃນການທຽວການ; ຕໍ່ມາດຕານີ້, ຢັ້ງຢືນວ່າ: ຖ້າວ່າເກີດເອງ (ເກີດທໍາມະຊາດ) ຢາກໃຫ້ພັກ 5 ເດືອນຄືເກົ່າ ແລະ ຜ່າຕັດ ສະເໜີໃຫ້ກໍານົດໃສ່ 6 ເດືອນ. ຕໍ່ມາດຕາ 71 ການຮັບອູດໜູນບໍານານ ໃນຂໍ້ 1 ກໍານົດຄ້າຍຄືມາດຕາ 18 ຂະແໜງທີ່ຈໍາເປັນອາດຈະຕໍ່ອາຍຸກະສຽນ ແຕ່ບໍ່ໃຫ້ເກີນ 65 ປີ, ຂ້າພະເຈົ້າຄິດວ່າຢ້ານເປັນຊ່ອງວ່າງ; ສະນັ້ນ, ເພື່ອເປັນເອກະພາບກັນນັ້ນ ໃຫ້ກໍານົດຢູ່ກົດໝາຍບັບນີ້ໄດ້ບໍ ເພື່ອໃຫ້ງ່າຍໃນການຈັດຕັ້ງປະຕິບັດ.

ທ່ານ ນາງ ສວຍເພັດ ທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຄໍາເຫັນວ່າ: ໂດຍລວມ, ຮ່າງກົດໝາຍສະບັບນີ້ ເຫັນວ່າມີຄວາມລະອຽດພໍສົມຄວນ ແຕ່ມີຄຳເຫັນບາງຈຸດ ໂດຍສະເພາະຕໍ່ມາດຕາ 18 ກໍານົດເງື່ອນໄຂລັດຖະກອນໃໝ່ ຂໍ້ 2 ເຫັນດີກໍານົດລັດຖະກອນໃໝ່ອາຍຸ 18-35 ປີ ສ່ວນປະໂຫຍກທີ່ວ່າກໍລະນີຈໍາເປັນອາດຈະເອົາຜູ້ທີ່ມີອາຍຸເກີນ 35 ປີ ແຕ່ບໍ່ເກີນ 40 ປີ ຂ້າພະເຈົ້າບໍ່ເຫັນດີ ເພາະວ່າຈະເປັນຊ່ອງວ່າງໃນການຈັດຕັ້ງປະຕິບັດ, ຢາກໃຫ້ກໍານົດຢ່າງເດັດຂາດ; ຖ້າຫາກເອົາຜູ້ທີ່ມີອາຍຸ 40 ປີ ແຕ່ວ່າອາຍຸການເຮັດວຽກ 25 ປີຂຶ້ນ ໄປຮັບບໍານານ ແລະ ອາຍຸກະສຽນກໍຕ້ອງ 65 ປີ ເຫັນວ່າຍັງບໍ່ສອດຄ່ອງກັບມາດຕາ 71. ຕໍ່ກັບຜູ້ທີ່ຍົກຍ້າຍມາຈາກລັດວິສາຫະກິດ ແລະ ອົງການຈັດຕັ້ງສາກົນ ທີ່ມາບັນຈຸເປັນລັດຖະກອນໃໝ່ ຕາມທີ່ໄດ້ກໍານົດໃນມາດຕາ 19 ຈະມີເງື່ອນໄຂອາຍຸຄືແນວໃດ ຊຶ່ງບໍ່ໄດ້ກໍານົດລະອຽດ ແລະ ການນັບອາຍຸການເຮັດວຽກຈະເລີ່ມແຕ່ເວລາໃດ ຢາກໃຫ້ກໍານົດລະອຽດຕື່ມ ເພາະຈະມີຜົນຕໍ່ການອອກຮັບອູດໜູນບໍານານ ທີ່ໄດ້ກໍານົດໃນມາດຕາ 71. ຕໍ່ມາດຕາ 21 ການຍົກຍ້າຍສັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການ, ເນື້ອໃນມາດຕານີ້ແມ່ນຖືກຕ້ອງເໝາະສົມ ກັບການຍົກຍ້າຍສັບປ່ຽນໜ້າທີ່ ຕາມການສັບຊ້ອນຈັດວາງຈາກການຈັດຕັ້ງ ແຕ່ຍັງບໍ່ກວມເອົາການຍົກຍ້າຍຕາມການຮ້ອງຂໍ. ສະນັ້ນ, ສະເໜີໃຫ້ເພີ່ມວັກໜຶ່ງເຂົ້າຕື່ມໄດ້ບໍ ວ່າການຍົກຍ້າຍຕາມການຮ້ອງຂໍ ນີ້ຈະມີເງື່ອນໄຂຄືແນວໃດ, ກໍານົດອາຍຸການຈັກປີ ຈຶ່ງຍົກຍ້າຍໄດ້ ຫຼື ຈະເຮັດເປັນມາດຕາຕ່າງຫາກໄດ້ບໍ ເນື່ອງຈາກໃນຕົວຈິງຜູ້ຂໍຍົກຍ້າຍມີຫຼາຍ ໂດຍສະເພາະຈາກເມືອງຫາແຂວງ. ຕໍ່ມາດຕາ 29 ການລາພັກທາງລັດຖະການ ໃນຂໍ້ 2 ພັກອອກລູກ 3 ເດືອນເຄິ່ງແມ່ນເຫັນດີໃຫ້ເພີ່ມຈາກ 3 ເດືອນເຄິ່ງເປັນ 4 ເດືອນ ຈຶ່ງຈະເໝາະສົມ; ໃນຂໍ້ 3 ການລາພັກລຸລູກ ຊຶ່ງຖືພາໄດ້ 2-3 ເດືອນໃຫ້ພັກ 1 ເດືອນ ພື້ນຖານເຫັນດີ ແຕ່ຂໍໃຫ້ພິຈາລະນາຄືນກໍລະນີຖືພາບໍ່ຮອດ 2 ເດືອນ ຖືພາໄດ້ 6 ຫຼື 7 ອາທິດ ຖ້າລຸລູກຈະບໍ່ໃຫ້ພັກເຫັນວ່າບໍ່ທັນເໝາະສົມ; ດັ່ງນັ້ນ, ສະເໜີປັບປຸງຄືນຄື: ຮູ້ວ່າໄດ້ຖືພາຕາມການຢັ້ງຢືນຂອງແພດ ກໍລະນີລຸລູກຕອນຖືພາບໍ່ຮອດ 2 ເດືອນແມ່ນໃຫ້ພັກ 15 ວັນ, ຖືພາເກີນ 2-3 ເດືອນໃຫ້ພັກ 1 ເດືອນ, ຖືພາເກີນກວ່າ 3-6 ເດືອນໃຫ້ພັກ 2 ເດືອນ, ຖືພາເກີນ 6 ເດືອນຂຶ້ນໄປໃຫ້ພັກ 3 ເດືອນເຄິ່ງ; ສໍາລັບຂໍ້ 4 ການອອກລູກດ້ວຍການຜ່າຕັດ ໃຫ້ເພີ່ມເປັນ 4 ເດືອນເຄິ່ງ”; ຂໍ້ 8 ການລາພັກແຕ່ງດອງບໍ່ເກີນ 5 ວັນ” ໃຫ້ຕື່ມຄໍາວ່າ ໂດຍບໍ່ນັບວັນພັກລັດຖະການ ໃຫ້ກໍານົດຄືກັບຂໍ້ 1 ແລະ ຂໍ້ 9, ຂໍ້ 10 ເຊັ່ນດຽວກັນ. ຕໍ່ມາດຕາ 30 ການໄປຈໍາການຢູ່ບ່ອນອື່ນຊົ່ວຄາວ ແລ້ວເງິນເດືອນ, ເງິນອູດໜູນຂອງຜູ້ກ່ຽວຈະປະຕິບັດແນວໃດ, ຈະເອົາເບື້ອງໃດ ແລະ ອີງໃສ່ກົດໝາຍ ຫຼື ນິຕິກໍາໃດ ຢາກໃຫ້ລະບຸລະອຽດຕື່ມໃນກົດໝາຍສະບັບນີ້ ຈຶ່ງຈະປະຕິບັດໄດ້ງ່າຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments