Wednesday, March 19, 2025
Homeທຸລະກິດປູກພືດປະສົມປະສານ ມີລາຍຮັບ 260 ລ້ານກີບຕໍ່ປີ

ປູກພືດປະສົມປະສານ ມີລາຍຮັບ 260 ລ້ານກີບຕໍ່ປີ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ການສ້າງເສດຖະກິດຄອບຄົວແມ່ນການຫາລາຍໄດ້ແກ້ໄຂຄວາມທຸກຍາກ ເຮັດໃຫ້ສະມະຊິກທຸກຄົນມີຢູ່ມີກິນ, ມີລາຍຮັບ ໂດຍອີງໃສ່ຄວາມສາມາດ, ທ່າແຮງ, ເງື່ອນໄຂ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ປະກອບກັບຄວາມດຸໝັ່ນຂະຫຍັນພຽນ ເຮັດໃຫ້ຖານະຂອງຄອບຄົວດີຂຶ້ນ, ຄືດັ່ງຄອບຄົວຂອງທ່ານ ຄໍາໂອດ ໄຊຍະລາດ ອາຍຸ 55 ປີ ປັດຈຸບັນແມ່ນປະຊາຊົນ ຢູ່ບ້ານດົງບາກໃໝ່ຫີນຄໍາ ເມືອງສະໜາມໄຊ ແຂວງອັດຕະປື, ເປັນຄອບຄົວຕົວແບບ ໃນການປູກຝັງ ໂດຍການປູກພືດປະສົມປະສານ ສ້າງລາຍຮັບໄດ້ສະເລ່ຍ 260 ລ້ານກີບຕໍ່ປີ.

ທ່ານ ຄໍາໂອດ ໄຊຍະລາດ ໄດ້ເປັນຕົວແທນໃຫ້ຄອບຄົວຕົວແບບ ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສະໜາມໄຊ ຄັ້ງທີ XIII ໃນວັນທີ 18 ມີນາ 2025 ນີ້ວ່າ: ຄອບຄົວຂອງ ມີແຮງງານສົມບູນ 5 ຄົນ ຍິງ 1 ຄົນ, ເມື່ອກ່ອນຄອບຄົວແມ່ນຢູ່ບ້ານຄັງ ແລະ ກໍເປັນຄອບຄົວໜຶ່ງທີ່ນອນຢູ່ໃນຄອບຄົວທຸກຍາກ, ອາຊີບຕົ້ນຕໍ ແມ່ນເຮັດນາ ແລະ ຮັບຈ້າງທົ່ວໄປ, ເຊິ່ງເຫັນວ່າລາຍຮັບທີ່ໄດ້ມາຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຂອງການໃຊ້ຈ່າຍພາຍໃນຄອບຄົວ ເຮັດໃຫ້ການດໍາລົງຊີວິດ ພົບກັບຄວາມຫຍຸ້ງຍາກ ຂາດເຂີນຫລາຍດ້ານ.

ໃນປີ 2004 ຕົນເອງ ແລະ ຄອບຄົວໄດ້ຫັນມາທໍາການຜະລິດ ໂດຍສຸມໃສ່ການປູກພືດຜັກກິນໝາກ ແລະ ກິນໃບ ເຊັ່ນ: ຖົ່ວ, ແຕງ, ໝາກໂມ, ໝາກເຂືອ ແລະ ພືດຜັກກິນໃບອື່ນໆ ໃນເນື້ອທີ່ 0,6 ເຮັກຕາ, ເຊິ່ງສາມາດສ້າງລາຍຮັບຈາກການຂາຍຜົນຜະລິດ ລວມໃນ 13 ປີ ໄດ້ປະມານ 100 ລ້ານກວ່າກີບ, ລາຍຮັບດັ່ງກ່າວນັ້ນຈໍານວນໜຶ່ງ ແມ່ນໄດ້ໃຊ້ຈ່າຍເຂົ້າໃນການດໍາລົງຊີວິດປະຈຳວັນ ແລະ ລາຍຮັບຈໍານວນໜຶ່ງ ແມ່ນໄດ້ສະສົມໄວ້, ການຜະລິດໃນໄລຍະນັ້ນ ແມ່ນມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກເນື້ອທີ່ທໍາການຜະລິດມີຈຳກັດ, ພາຫະນະ ແລະ ອຸປະກອນຍັງຂາດເຂີນ ແລະ ບໍ່ທັນສະໄໝ. ໃນປີ 2012 ຢາກຂະຫຍາຍເນື້ອທີ່ປູກ ແລະ ເພີ່ມຜົນຜະລິດອອກຕື່ມ ແລະ ໄດ້ເອົາເງິນທີ່ສະສົມໄວ້ ຊື້ລົດໄຖນາ 1 ຄັນ, ລົດຈັກ 1 ຄັນ ແລະ ຊື້ດິນຕື່ມອີກ 1 ຕອນ ເນື້ອທີ່ 0,5 ເຮັກຕາ. ແຕ່ທ້າຍປີ 2018 ເປັນຕົ້ນມາ ຄອບຄົວກໍໄດ້ຖືກຍົກຍ້າຍ, ຈັດສັນໃຫ້ມາຢູ່ບ້ານດົງບາກໃໝ່ຫີນຄໍາ ເຊິ່ງຄະນະພັກຂັ້ນເທິງ ໄດ້ມີນະໂຍບາຍຟື້ນຟູແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ເຊິ່ງຄອບຄົວຕົນເອງ ກໍໄດ້ຮັບການຊຸກຍູ້ສົ່ງເສີມໃນຫລາຍດ້ານເຊັ່ນ: ດ້ານວິຊາການ, ແນວພັນ, ຢາປາບສັດຕູພືດ ແລະ ອື່ນໆ. ນອກຈາກນັ້ນ, ຂັ້ນເທິງຍັງໄດ້ຕົກລົງໃຫ້ຄອບຄົວຂອງຕົນ ເຂົ້າຮ່ວມໃນການຮ່ວມມືທົດລອງສາທິດເຮືອນຮົ່ມ ໂດຍໄດ້ສຸມໃສ່ການປູກພືດປະສົມປະສານ ເຊິ່ງເປັນພືດທີ່ຕະຫລາດມີຄວາມຕ້ອງການ ເຊັ່ນ: ຖົ່ວ, ໝາກແຕງ, ໝາກໂມ, ໝາກເຂືອ ແລະ ພືດຜັກກິນໃບ ແລະ ມີສັດລ້ຽງອີກຈໍານວນໜຶ່ງ. ບັນດາຜົນຜະລິດດັ່ງກ່າວນັ້ນ ແມ່ນໄດ້ນໍາໄປຈຳໜ່າຍຢູ່ຕະຫລາດພາຍໃນເມືອງ ແລະ ຈໍານວນໜຶ່ງ ກໍມີແມ່ຄ້າໄປຮັບຊື້ຢູ່ສວນເລີຍ, ໄລຍະແຕ່ປີ 2023 ຫາ 2025 ນີ້ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ສະເລ່ຍ 260 ລ້ານກວ່າກີບຕໍ່ປີ. ປັດຈຸບັນຄອບຄົວ ແມ່ນມີຊີວິດການເປັນຢູ່ທີ່ດີ ມີເງິນສົ່ງລູກໄດ້ຮໍ່າຮຽນ, ມີເນື້ອທີ່ດິນປຸກສ້າງ 2 ຕອນ, ດິນສວນ 3 ຕອນ ເນື້ອທີ່ 1 ເຮັກຕາ, ມີເຮືອນ 2 ຫລັງ, ມີລົດໃຫຍ່ 1 ຄັນ, ລົດໄຖນາ 3 ຄັນ, ລົດຈັກ 4 ຄັນ.

ບັນດາຜົນງານ ກໍຄືໄຊຊະນະທີ່ຄອບຄົວຕົນເອງຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງຂອງພັກ ໂດຍໄດ້ຮັບການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດ ຈາກຄະນະພັກຂັ້ນເທິງ ກໍຄືບັນດາຂະແໜງ ການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ຕະຫລອດຮອດອົງການຈັດຕັ້ງຂອງບ້ານ ບວກກັບຄວາມມານະອົດທົນ, ຊອກຮູ້ຮໍ່າຮຽນ, ຄວາມຕັດສິນໄຈ ຢ່າງເດັດດ່ຽວຂອງທຸກຄົນໃນຄອບຄົວ, ສາມາດເຮັດໃຫ້ເສດຖະກິດຂອງຄອບຄົວດີຂຶ້ນຢ່າງຕໍ່ເນື່ອງ ຈາກຄອບຄົວທຸກຍາກໃນເມື່ອກ່ອນ ກາຍເປັນຄອບຄົວກຸ້ມກິນໃນປັດຈຸບັນ ແລະ ໄດ້ຮັບນາມມະຍົດ ຈາກຂັ້ນເທິງໃຫ້ເປັນຄອບຄົວຕົວແບບໃນການປູກຝັງ.

ຂ່າວ: ສິດຕິພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments