Wednesday, March 19, 2025
Homeຂ່າວໜ້າໜຶ່ງພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ. ແຕ່ໃນການພັດທະນາພື້ນຖານໂຄງລ່າງນັ້ນ, ໄດ້ເນັ້ນເຖິງການພັດທະນາເສັ້ນ ທາງຕ້ອງມີແຜນການ ແລະ ມີການແບ່ງງານໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ມີນາ 2025 ນີ້ວ່າ: ການກຳເນີດຂອງ ພັກປະຊາຊົນປະຕິວັດລາວພ້ອມກັບໂຄງການການເມືອງ ຊຶ່ງເປັນຄັນທຸງເພື່ອກຳນົດແນວທາງ ແລະ ບາດກ້າວເດີນຂອງການປະຕິ ວັດ ໃນແຕ່ລະໄລຍະຂອງການປະຕິວັດລາວນັ້ນ ແມ່ນເປັນຂີດໝາຍແຫ່ງການຂະຫຍາຍຕົວຢ່າງກະ ໂດດຂັ້ນ ແລະ ເປັນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງການປະຕິວັດລາວ, ດ້ານແນວທາງການ ເມືອງ ແລະ ການຈັດຕັ້ງນໍາພາ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ, ພັກໄດ້ຊີ້ນໍາ, ແຜນການແບ່ງງານໃຫ້ທ້ອງຖິ່ນ ແລະ ຮາກຖານສົມທົບກັບສູນກາງ, ສູ້ຊົນກໍ່ສ້າງລະບົບເສັ້ນ ທາງທາງບົກປະເພດຕ່າງໆ, ເຮັດໃຫ້ການຄົມມະນາຄົມ ລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເຊື່ອມຈອດກັນ ແລະ ທະລຸໂລ່ງໃນທົ່ວປະເທດ.

ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໃຫ້ຮູ້ອີກວ່າ: ໃນສະພາບການໃໝ່ ພັກເຮົາໄດ້ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງການນໍາພາອັນສະຫລາດສ່ອງໃສ, ເປັນເຈົ້າຕົນເອງ ແລະ ປະດິດສ້າງຂອງຕົນ ເພື່ອນໍາພາພະລະກິດປົກປັກຮັກສາ ແລະ ສ້າງສ້າງປະເທດຊາດ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງໆຂຶ້ນ ແລະ ກ້າວສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ, ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ ໄດ້ນໍາພາວຽກງານຂອງ ຍທຂ ແລະ ຜົນງານອັນພົ້ນເດັ່ນ ໂດຍສະເພາະໃນໄລ ຍະຜັນຂະຫຍາຍມະຕິ XI ຂອງພັກ, ພັກເຮົາຖືເອົາ ການຄົມມະນາຄົມຂົນສົ່ງເປັນປາຍແຫລມ ເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ, ບົນພື້ນຖານດັ່ງກ່າວນັ້ນລັດຖະບານ ກໍຄື ກະຊວງ ຍທຂ ໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານຕ່າງໆ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີບາດກ້າວຂະຫຍາຍ ຕົວກ້າວກະໂດດເຊັ່ນ: ການສ້າງທາງດ່ວນ, ທາງລົດໄຟ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂໃຫ້ແກ່ການເຂົ້າເຖິງຕະຫລາດພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ. ໃນນັ້ນ, ມີທາງປູເບຕົງ, ທາງປູອັດສະຟານ, ທາງປູຢາງ, ທາງປູແຮ່ ແລະ ທາງປູດິນທຳມະຊາດ, ມີຂົວທັງໝົດ 12.723 ຂົວ, ທຽບໃສ່ປີ 1986 ເພີ່ມຂຶ້ນ 12.624 ຂົວ. ໃນນີ້, ມີທາງປູຢາງທີ່ໄປເຖິງທຸກເທສະບານແຂວງ, ມີເສັ້ນທາງປູຢາງ ແລະ ເສັ້ນທາງດິນແດງທຽວໄດ້ສອງລະດູເຂົ້າເຖິງ 148 ເມືອງໃນຂອບເຂດທົ່ວປະເທດ, ຕາໜ່າງເສັ້ນທາງສາມາດໄປເຖິງທຸກແຂວງ, ທຸກເມືອງໃນທົ່ວປະເທດໃນນັ້ນມີ 147 ເມືອງ, ທີ່ມີເສັ້ນທາງປູຢາງເຂົ້າເຖິງ, ຈາກທັງໝົດ 148 ເມືອງ. ນອກ ຈາກນັ້ນ, ຍັງໄດ້ເອົາໃຈໃສ່ພັດທະນາບັນດາຕາໜ່າງຄົມມະນາຄົມຂົນສົ່ງ ເຊື່ອມໂຍງເສັ້ນທາງພາຍໃນປະ ເທດກັບບັນດາປະເທດໃກ້ຄຽງ ຕາມແລວເສດຖະກິດໃນອະນຸພາກພື້ນ ໃຫ້ໄດ້ມາດຕະຖານສາກົນ, ໂດຍສາມາດຍົກລະດັບຕາໜ່າງເສັ້ນທາງຫລວງແຫ່ງຊາດ ທີ່ເປັນທາງຫລວງອາຊຽນ ເປັນຕົ້ນທາງ R3, ທາງ 2W, ທາງ 2E, ທາງ 13 ເໜືອ, ທາງ 13 ໃຕ້, ທາງເລກ 8, ທາງເລກ 9, ທາງເລກ 12, ທາງເລກ 18B, ອັນພົ້ນເດັ່ນໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ເປີດການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ. ສະເພາະການບໍລິການດ້ານຄົມມະນາຄົມຂົນສົ່ງທັງໂດຍສານ ແລະ ສິນຄ້າ ເຫັນວ່າມີການຂະຫຍາຍຕົວຢ່າງແຂງແຮງ ພາຍຫລັງທີ່ໄດ້ເປີດນໍາໃຊ້ທາງລົດ ໄຟລາວ-ຈີນ ຢ່າງເປັນທາງການ, ສະເພາະທາງລົດໄຟ ລາວ-ຈີນ ການຂົນສົ່ງຜູ້ໂດຍສານນັບແຕ່ມື້ເປີດ-ເດືອນມັງກອນ 2025 ໄດ້ 8,2 ກວ່າລ້ານເທື່ອຄົນ, ການຂົນສົ່ງສິນຄ້າໄດ້ 11,62 ກວ່າລ້ານໂຕນ. ນອກນັ້ນ, ສາມາດສ້າງລາຍຮັບໄດ້ຈາກການເກັບຄ່າບິນຜ່ານນ່ານຟ້າ ມີເຮືອບິນຜ່ານຈໍານວນ 2,8 ລ້ານກວ່າຖ້ຽວບິນ, ສາມາດສ້າງລາຍຮັບໃຫ້ປະເທດຊາດໄດ້ທັງໝົດ 723,59 ກວ່າລ້ານໂດລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments