ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ຜູ້ຕ້ອງສົງໄສສັນຊາດຈີນ 2.255 ຄົນ ໃນຄະດີການຫລອກລວງທາງໂທລະຄົມ ທີ່ເມຍວາດີປະເທດມຽນມາ ໄດ້ຖືກເຈົ້າໜ້າທີ່ຕຳຫລວດຈີນ ຄຸມຕົວຜ່ານປະເທດໄທ ສົ່ງຄືນປະເທດ. ນັບແຕ່ວັນທີ 20 ກຸມພາປີນີ້ ເປັນຕົ້ນມາ, ສປ ຈີນ, ມຽນມາ ແລະ ໄທ ໄດ້ເລີ່ມຮ່ວມມືເຮັດວຽກການຄຸມຕົວຜູ້ຕ້ອງສົງໄສໃນຄະດີການຫລອກລວງທາງໂທລະຄົມທີ່ເມຍວາດີປະເທດມຽນມາ ກັບຄືນ ສປ ຈີນ ແລະ ນັບແຕ່ນັ້ນມາໄດ້ມີຜູ້ຕ້ອງສົງໄສສັນຊາດຈີນ ຈຳນວນ 2.876 ຄົນຖືກຄຸມຕົວສົ່ງຄືນຈີນ. ນັບແຕ່ປີນີ້ເປັນຕົ້ນມາ, ໂດຍແນໃສ່ການກະທຳຕ້ອງໂທດທີ່ຫລອກລວງທາງໂທລະຄົມທີ່ຖືພົນລະເມືອງຈີນ ເປັນເປົ້າໝາຍທີ່ມີເຮືອນຮັງຢູ່ເມຍວາດີ ຂອງມຽນມາ ມີສະຖານະການອັນຂ້ຽວຂາດ, ເຈົ້າໜ້າທີ່ຕຳຫລວດຂອງ ສປ ຈີນ, ມຽນມາ ແລະ ໄທ ໄດ້ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍຢ່າງບໍ່ຢຸດຢັ້ງ, ໄດ້ບີດຮັດພື້ນທີ່ການດຳລົງຄົງຕົວ ຂອງອາຊາຍາກຳ ການຫລອກລວງທາງໂທລະຄົມ ຢູ່ເຂດເມຍວາດີຂອງມຽນມາ ຢ່າງສຸດຂີດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ