ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ເຄີດສະຕາມມເມີ(Keir Starmer),ນາຍົກ ລັດຖະມົນຕີອັງກິດ ເປັນປະທານກອງປະຊຸມສຸດຍອດແບບທາງໄກດ້ວຍການເຂົ້າຮ່ວມຂອງ 25 ປະເທດ ແນໃສ່ປຶກສາຫາລື ກ່ຽວກັບວິທີຮັບປະກັນຄວາມໝັ້ນຄົງ ໃຫ້ແກ່ອູແກຣນ ພາຍຫລັງຄຳສັ່ງຢຸດຍິງໄດ້ຮັບການລົງນາມ. ກອງປະຊຸມສຸດຍອດຄັ້ງນີ້ ໄດ້ເຕົ້າໂຮມການນຳ 25 ທ່ານ ມາຈາກຫລາຍປະເທດເອີຣົບ, ອົດສະຕຣາລີ, ການາດາ ແລະ ນູເວນເຊລັງ. ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີອັງກິດ ຮຽກຮ້ອງບັນດາປະເທດເຂົ້າຮ່ວມ “ສຳພັນທະມິດອາສາສະໝັກ” ເພື່ອປ້ອງກັນບໍ່ວ່າຄຳສັ່ງຢຸດຍິງໃດທີ່ບັນລຸໄດ້ຢູ່ອູແກຣນ. ພ້ອມທັງຮຽກຮ້ອງຣັດເຊຍ ຕ້ອງມີຄວາມຈິງຈັງກວ່າ ແລະ ເຂົ້າຮ່ວມການເຈລະຈາ ພາຍຫລັງ ທ່ານ ວາໂລດີເມຍ ເຊເລັນສະກີ (Volodymyr Zelensky) ປະທານາທິບໍດີອູແກຣນ ໄດ້ໃຫ້ຄຳໝັ້ນສັນຍາຢຸດຍິງ ໂດຍບໍ່ມີເງື່ອນໄຂ ພາຍໃນ 30ວັນ ຢ່າງທັນທີ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ