Wednesday, March 19, 2025
Homeຂ່າວຕ່າງປະເທດນະໂຍບາຍຂອງສູນກາງພັກ ຈະດີ ຫລື ບໍ່ດີ ແມ່ນຕ້ອງເບິ່ງວ່າປະຊາຊົນ ຈະຍິ້ມ ຫລື ເສົ້າ

ນະໂຍບາຍຂອງສູນກາງພັກ ຈະດີ ຫລື ບໍ່ດີ ແມ່ນຕ້ອງເບິ່ງວ່າປະຊາຊົນ ຈະຍິ້ມ ຫລື ເສົ້າ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນບ່າຍວັນທີ 17 ມີນາ ນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ເຄື່ອນໄຫວຢ້ຽມຢາມບ້ານເຜົ່າຕົ້ງ ເຂດຈ້າວຊິງ ເມືອງຫລີຜິງ ກິ່ງ ແຂວງເຜົ່າມົ້ງ ເຜົ່າຕົ້ງສຽນຕົ່ງໜານ ແຂວງກຸ້ຍໂຈ່ວ. ນີ້ແມ່ນການເຄື່ອນໄຫວຢ້ຽມຢາມທ້ອງຖິ່ນຄັ້ງທຳອິດຂອງທ່ານ ສີຈິ້ນຜິງ ພາຍຫລັງສຳເລັດກອງປະຊຸມສອງສະພາ ປະຈຳປີ 2025 ແລະ ເປັນຄັ້ງທີ 3 ທີ່ທ່ານ ສີຈິ້ນຜິງ ຢ້ຽມຢາມ ແຂວງກຸ້ຍໂຈ່ວ ຫລັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ທີ່ຈັດຂຶ້ນເມື່ອປີ 2012.

ກຸ້ຍໂຈ່ວ ເປັນແຂວງທີ່ມີຫລາຍຊົນເຜົ່າອາໄສຢູ່ຮ່ວມກັນ, ລວມມີ 56 ຊົນເຜົ່າ ດຳລົງຊີວິດຢູ່ແຂວງນີ້. ພາລະກິດສຳຄັນອັນໜຶ່ງຂອງທ່ານ ສີຈິ້ນຜິງ ໃນການເຄື່ອນໄຫວຢ້ຽມຢາມ ແຂວງກຸ້ຍໂຈ່ວ ເທື່ອນີ້ກໍຄືຊອກຮູ້ສະພາບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ວ່າເປັນແນວໃດ.

ໃນຫລາຍປີມານີ້, ບ້ານເຜົ່າຕົ້ງຈ້າວຊິງ ໄດ້ອອກແຮງພັດທະນາຂະແໜງການທ່ອງທ່ຽວ, ໄດ້ພັດທະນາໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ ຫລາຍກວ່າ 400 ແຫ່ງ, ສ້າງວິສາຫະກິດຜະລິດເຄື່ອງຫັດຖະກຳທີ່ເປັນມູນເຊື້ອຫລາຍກວ່າ 60 ແຫ່ງ, ສ້າງວຽກເຮັດງານທຳໃຫ້ປະຊາຊົນຫລາຍກວ່າ 2.000 ຄົນ. ປີກາຍນີ້, ບ້ານດັ່ງກ່າວໄດ້ຕ້ອນຮັບນັກທ່ອງທ່ຽວ 1.027.000 ເທື່ອຄົນ, ໄດ້ເພີ່ມຂຶ້ນ 63,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ລາຍຮັບສັງລວມດ້ານການທ່ອງທ່ຽວບັນລຸເຖິງ 1 ຕື້ 20 ລ້ານຢວນ, ເພີ່ມຂຶ້ນ 63,8%; ລາຍຮັບດ້ານເສດຖະກິດລວມໝູ່ຂອງບ້ານບັນລຸເຖິງ 2.450.000 ຢວນ, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕາມຫົວຄົນມີປະມານ 41.600 ຢວນ, ໄດ້ເພີ່ມຂຶ້ນ 12,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ກ່ອນນີ້ 10 ປີ ເມື່ອຕອນເຄື່ອນໄຫວຢ້ຽມຢາມບ້ານຮວ່າມ້າວ ແຂວງກຸ້ຍໂຈ່ວ, ທ່ານ ສີຈິ້ນຜິງ ເຄີຍເວົ້າວ່າ: “ນະໂຍບາຍຂອງສູນກາງພັກ ຈະດີ ຫລື ບໍ່ດີ ແມ່ນຕ້ອງເບິ່ງວ່າປະຊາຊົນ ຈະຍິ້ມ ຫລືເສົ້າ. ຖ້າວ່າປະຊາຊົນທັງຫລາຍມີຮອຍຍິ້ມແລ້ວກໍເປັນນະໂຍບາຍທີ່ດີ, ຄວນຍຶດໝັ້ນ; ຖ້າວ່າຍັງມີຜູ້ໃດຮູ້ສຶກໂສກເສົ້າ, ສະແດງໃຫ້ເຫັນວ່ານະໂຍບາຍນີ້ຍັງຕ້ອງການປັບປຸງໃຫ້ສົມບູນຂຶ້ນ.” ປັດຈຸບັນ, ມາດຕະຖານດັ່ງກ່າວຍັງຄົງເປັນມາດຕະຖານຂອງທົ່ວປະເທດຈີນ ໃນການປະຕິບັດວຽກງານກ່ຽວກັບ “ກະສິກຳ, ຊົນນະບົດ ແລະ ຊາວກະສິກອນ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments