Wednesday, March 19, 2025
Homeຂ່າວໜ້າໜຶ່ງລະນຶກເຫດການບັ້ນຮົບເມືອງທ່າແຂກ 21 ມີນາ

ລະນຶກເຫດການບັ້ນຮົບເມືອງທ່າແຂກ 21 ມີນາ

ວັນທີ 21 ມີນາ ແມ່ນວັນໜ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ, ແມ່ນວັນທ່ີປວງຊົນລາວທັງຊາດ, ເວ້ົາລວມ, ເວົ້າສະເພາະແມ່ນປະຊາຊົນເມືອງ ທ່າແຂກ ກໍຄືປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະກ່ອນໜ້ານີ້ ຄືວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝຣັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກໍາລັງປະກອບອາວຸດຫວຽດນາມຢູ່ລາວ ດໍາເນີນການຕໍ່ສູ້ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ຕົວເມືອງຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊ່ຶງເປັນຈຸດຍຸດທະສາດສໍາຄັນຂອງການປະຕິວັດໃນເວລານັ້ນ. ຄະນະບັນຊາການທະຫານ ແລະ ຄະນະຮັບຜິດຊອບຮັກສາຕົວເມືອງທ່າແຂກ ແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ນໍາພາກໍາລັງປະກອບອາວຸດຂອງລາວ ແລະ ຊາວຫຽດນາມ ຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ.

ໃນປີ 1946 ພວກລ່າເມືອຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່, ເພື່ອສະກັດກັ້ນ, ຕ້ານການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດ່ັນກວ່າໝູ່ແມ່ນບ້ັນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດສຳຄັນຂອງການປະຕິວັດໃນເວລານັ້ນ. ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ,ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິຊຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມຄວາມສາມັກຄີ ລະຫວ່າງ 2 ກຳລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”.(ເອກະສານສະຫາຍ ຫງວຽນ ຕື ກຸຍ ສະມາຊິກພັກ ໜ່ວຍພັກທ່າແຂກໃນສະໄໝນັ້ນ). ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນ ຜູ້ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນ ຕົວເມືອງຢ່າງລະອຽດ. ຄະນະ ບັນຊາການໄດ້ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີ ໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມ ກັບໜ່ວຍປ້ອງກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູໃນທຸກທິດ.,

 ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການ ໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກຊາດ-ຊາວຫວຽດນາມ ກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 2 ຊັ້ນ ອ້ອມຕົວເມືອງ. ໂດຍປະຕິບັດຕາມຄຳຂວັນທີ່ວ່າ: “ຖວາຍຄຳເພື່ອກູ້ຊາດ” ປະຊາຊົນລາວ ແລະ ຊາວ ຫວຽດນາມ ໄດ້ຈິງໃຈປະກອບເງິນ, ຄຳຢ່າງຫລວງຫລາຍໄປປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ກຳລັງປະກອບອາວຸດ, ສ່ວນສະມາຄົມແມ່ຍິງ ແມ່ນຮັບຜິດຊອບວຽກງານແຕ່ງກິນໃຫ້ບັນດາກົມກອງລວມໝູ່ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດໜ້າທີ່ໃນທຸກດ້ານ.

 ໃນເວລາ 6 ໂມງເຊົ້າຂອງວັນ ທີ 21 ມີນາ 1946 ຍົນຝຣັ່ງໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈຳນົນຕໍ່ກອງທະຫານຝຣັ່ງ, ຫລັງຈາກນັ້ນ ບ່ໍເຖິງເຄິ່ງຊົ່ວໂມງທະຫານລ່າເມືອງຂຶ້ນຝຣັ່ງນຳໂດຍພັນໂທເກີເຮີເວີກົວ ເປັນຜູ້ບັນຊາໄດ້ເຕ້ົາໂຮມກຳລັງຢ່າງຫລວງຫລາຍ; ໃນນັ້ນ ມີທະຫານຮາບ 7 ກອງຮ້ອຍ, ທະຫານປືນໃຫຍ່ 1 ໜວດ, ລົດສືບຂ່າວ 2 ຈຸດ, ເຮືອບິນຂັບໄລ່ 4 ລຳ, ເຮືອບິນຖິ້ມລະເບີດ 2 ລຳ ແລະ ເຮືອບິນສືບຂ່າວ 1 ລຳ ບຸກໂຈມຕີເຂ້ົາຕົວເມືອງທ່າແຂກ ເປັນ 3 ປີກ (3 ທິດ). ພວກເຂົາໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝຸງຄົນໃນຕະຫລາດ, ຍິ່ງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຢ່າງຮ້າຍແຮງ ແລະ ປ່າເຖື່ອນ, ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈຳນວນຫລາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ທາງພາກພື້ນດິນທະຫານສັດຕູໄດ້ບຸກເຂົ້າມາຫ່າງຈາກປ້ອມຮັກສາເຂດເບື້ອງນອກປະມານ 100-150 ແມັດ, ກອງຮັກສາປ້ອມ ແລະ ກຳລັງປ້ອງກັນຕົວຂອງພວກເຮົາ ເຊິ່ງຕ້ັງຢູ່ສະໜາມກິລາໄດ້ຍິງສຸມໃສ່ກຳລັງຂອງສັດຕູຢ່າງແຂງແຮງ.ພາຍຫລັງທີ່ໄດ້ໃຊ້ກຳລັງປືນ ໃຫຍ່ຍິງທຳລາຍ 2 ຊົ່ວໂມງແລ້ວ, ປີກທະຫານສັດຕູທີ່ຢູ່ທາງຕາເວັນ ອອກ ກໍບຸກເຂົ້າຕົວເມືອງໄດ້ 500 ກວ່າແມັດ. ພວກເຂົາໃຫ້ກອງຮ້ອຍ ຕີພິເສດຢືດເອົາທິດເໜືອຂອງຕົວ ເມືອງແລ້ວຕິດຕໍ່ພົວພັນກັບກອງ ຮ້ອຍທະຫານລ່າເມືອງຂຶ້ນ ແລະ ທະຫານຫຸ່ນລາວ ຢູ່ຫີນບູນໃຫ້ມາຊ່ວຍ. ສ່ວນພວກທີ່ຢູ່ປີກທິດໃຕ້ພ້ອມກັບລົດລາດຕະເວນຕິດອາວຸດຈຳນວນໜຶ່ງບຸກເຂົ້າມໍ່ເຂດຕະຫລາດ, ພວກຢູ່ປິກທາງເລກ 13 ໄດ້ບຸກເຂົ້າເຂດໂຮງຮຽນປະຖົມຊາວຫວຽດນາມ, ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ແຕ່ກໍຖືກທຳລາຍໜັກ, ໜ່ວຍໜຶ່ງທີ່ລອດເຂົ້າໄດ້ຖືກກອງທະຫານພວກເຮົາອ້ອມຕີດັບສູນກ້ຽງ. 

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments