50 ປີກ່ອນ ລາວ ປະເຊີນກັບສິ່ງທ້າທາຍດ້ານຄວາມໝັ້ນຄົງດ້ານສະບຽງອາຫານຢ່າງໜັກໜ່ວງ ຊື່ງສ່ວນຫຼາຍແມ່ນຢູ່ຊົນນະບົດ ສາເຫດມາຈາກປະຊາກອນອາໄສຢູ່ເຂດຫ່າງໄກສອກຫຼີກທີ່ມີການເຂົ້າເຖິງການບໍລິການຈຳກັດ, ສ່ວນຫຼາຍແມ່ນເອື່ອຍອີງໃສ່ການປູກເຂົ້າ ເຮັດໃຫ້ຂາດຄວາມຫຼາກຫຼາຍທາງດ້ານອາຫານ ແລະ ເຮັດໃຫ້ເກີດການຂາດສານອາຫານສູງ.
ໃນປີ 1975 ອົງການອາຫານໂລກ (WFP) ໄດ້ສ້າງຕັ້ງຢູ່ ສປປ ລາວ ເພື່ອສະໜັບສະໜູນວິໄສທັດຂອງລັດຖະບານ ກ່ຽວກັບປະເທດທີ່ຈະເລີນຮຸ່ງເຮືອງ, ມີປະຊາກອນທີ່ມີສຸຂະພາບແຂງແຮງ, ປາສະຈາກຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ການຂາດສານອາຫານ ແລະ ຄວາມທຸກຍາກ WFP ແນໃສ່ແກ້ໄຂຄວາມຈຳເປັນອັນຮີບດ່ວນສຳລັບການປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ໂດຍສະເພາະໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

ໃນເບື້ອງຕົ້ນ WFP ໄດ້ສຸມໃສ່ການສະຫນອງການບໍລິການເພື່ອຫຼຸດຜ່ອນຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ ແລະ ການຂາດສານອາຫານທັນທີທັນໃດ, ຄ່ອຍໆ ຫັນໄປສູ່ການສ້າງຄວາມສາມາດຂອງສະຖາບັນແລະຊຸມຊົນສໍາລັບການແກ້ໄຂບັນຫາແບບຍືນຍົງ.

ນັບຕັ້ງແຕ່ການລິເລີ່ມໂຄງການອາຫານກາງວັນໃນປີ 2014 WFP ໄດ້ໃຫ້ການສະໜັບສະໜູນທາງດ້ານເຕັກນິກ ແລະ ການເງິນເພື່ອຂະຫຍາຍໂຄງການອາຫານທ່ຽງຂອງໂຮງຮຽນແຫ່ງຊາດ ມາຮອດປະຈຸບັນ, WFP ໄດ້ມອບໂຮງຮຽນປະມານ 1.500 ແຫ່ງໃຫ້ລັດຖະບານ ແລະ ສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການເພື່ອເສີມຂະຫຍາຍຄວາມອາດສາມາດໃຫ້ແກ່ການປະຕິບັດແບບຍືນຍົງ.
ອົງການສາກົນໄດ້ເປັນເຈົ້າການໃນການສ້າງສະພາບແວດລ້ອມດ້ານນະໂຍບາຍ ໃນນັ້ນມີການຮັບຮອງເອົາລັດຖະດຳລັດ ຂອງນາຍົກລັດຖະມົນຕີ ຊຸກຍູ້ໂຄງການອາຫານທ່ຽງໃນໂຮງຮຽນ, ພັດທະນາອາຫານ, ຊຸກຍູ້ການເພີ່ມທະວີການຈັດສັນງົບປະມານຂອງລັດຖະບານ ຂອງສະພາແຫ່ງຊາດ ແລະ ລັດຖະບານ ໄດ້ເພີ່ມງົບປະມານອາຫານທ່ຽງໃນໂຮງຮຽນຈາກ 1.000 ກີບ ຂຶ້ນເປັນ 5.000 ກີບ ຕໍ່ຄົນຕໍ່ມື້.

ໂດຍຜ່ານການເຄື່ອນໄຫວຕ່າງໆ ໃນຫຼາຍທົດສະວັດ WFP ໄດ້ປະກອບສ່ວນເຂົ້າໃນການປັບປຸງໝາກຜົນດ້ານໂພຊະນາການຢູ່ ສປປ ລາວ ໄດ້ຫຼຸດອັດຕາອາຫານເປັນພິດ 48% ໃນປີ 2006 ລົງເປັນ 32,8% ໃນປີ 2023.