Wednesday, March 19, 2025
Homeຂ່າວໜ້າໜຶ່ງໂພຊະນາການ ເໜັ້ນໜັກຄວາມສໍາຄັນ “ສະໜອງທຶນໃຫ້ວຽກງານໂພຊະນາການ ໂດຍອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ”

ໂພຊະນາການ ເໜັ້ນໜັກຄວາມສໍາຄັນ “ສະໜອງທຶນໃຫ້ວຽກງານໂພຊະນາການ ໂດຍອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ”

ວັນທິ 18 ມີນາ 2025ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ X ໄດ້ເຊື້ອເຊີນເອົາທັງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາສາກົນ ເຂົ້າຮ່ວມສົນທະນາກ່ຽວບູລີມະສິດສໍາຄັນທີ່ຕ້ອງປະຕິບັດຮ່ວມກັນ ເພື່ອປັບປຸງໂພຊະນາການຂອງແມ່ ແລະ ເດັກນ້ອຍໃນ ສປປ ລາວ. ໂດຍພາຍໃຕ້ຫົວຂໍ້ “ສະໜອງທຶນໃຫ້ວຽກງານໂພຊະນາການ ໂດຍອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ” ປີນີ້ ກອງປະຊຸມໄດ້ເໜັ້ນໜັກເຖິງຄວາມສໍາຄັນຂອງການລົງທຶນສໍາລັບໂພຊະນາການ ແລະ ການຮ່ວມມື ເພື່ອແກ້ໄຂບັນຫາໂພຊະນາການໃນປະເທດ.

ກອງປະຊຸມປະຈໍາປີໄດ້ຈັດຂຶ້ນໂດຍຄະນະກໍາມະການໂພຊະນາການແຫ່ງຊາດ ແລະ ໂດຍການເຂົ້າຮ່ວມຂອງຄູ່ຮ່ວມພັດທະນາສາກົນເປັນຕົ້ນແມ່ນ ສະຫະພາບເອີລົບ, ທະນາຄານໂລກ, ທະນາຄານພັດທະນາອາຊີ, , ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ, ອົງການສະຫະປະຊາຊາດສໍາລັບເດັກ, ອັງການແຄຣ, ອົງການ ອາດຣາ, ອົງການອາຫານໂລກ, ກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ ແລະ ຕົວແທນເຄືອຂ່າຍພາກເອກະຊົນ. ໃນກອງປະຊຸມໄດ້ເປີດໂອກາດໃຫ້ຮ່ວມກັນທົບທວນຄວາມຄືບໜ້າໃນການແກ້ໄຂບັນຫາດ້ານໂພຊະນາການຢູ່ປະເທດລາວໃນປີຜ່ານ ແລະ ກໍານົດບູລີມະສິດສໍາລັບປີ 2025.

“ສິ່ງທີ່ສໍາຄັນ ພວກເຮົາຕ້ອງຜັນຂະຫຍາຍຄວາມຄືບໜ້າໃນປີຜ່ານມາ ແລະ ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ ໄດ້ເຂົ້າເຖິງໂພຊະນາການທີ່ດີ ຈຶ່ງຈະເຮັດໃຫ້ສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ” ກ່າວໂດຍ ພະນະທ່ານ. ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທັງເປັນປະທານຄະນະກໍາມະການໂພຊະນາການແຫ່ງຊາດ. ທ່ານ ຍັງໄດ້ກ່າວຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາທີ່ສືບຕໍ່ໃຫ້ການສະໜັບສະໜູນເພື່ອແກ້ໄຂບັນຫາດ້ານໂພຊະນາການໃນປະເທດລາວ.

ຫົວຂໍ້ສໍາຄັນອັນໜຶ່ງທີ່ໄດ້ຍົກມາສົນທະນາ ແມ່ນຄໍາໝາຍໝັ້ນໃນປີຜ່ານມາກ່ຽວກັບໂພຊະນາການ ທີ່ໄດ້ຖະແຫຼງໃນກອງປະຊຸມສຸດຍອດວ່າດ້ວຍຊັບສິນດ້ານມະນຸດຄັ້ງທີ 2. ຊຶ່ງປະກອບດ້ວຍການກໍານົດເອົາບູລີມະສິດກິດຈະກໍາຕ່າງໆທີ່ມີຜົນຕໍ່ການແກ້ໄຂດ້ານໂພຊະນາການສູງທີ່ສຸດຄືແນວໃດ, ປັບປຸງການປະສານງານລະຫວ່າງຂະແໜງການຕ່າງໆ ແລະ ລວມໄປເຖິງຄວາມສໍາຄັນຂອງການນໍາໃຊ້ຂໍ້ມູນເພື່ອອອກແບບມາດຕະການແກ້ໄຂດ້ານໂພຊະນາການ. ນອກຈາກນັ້ນ, ການສົນທະນາຍັງລວມໄປເຖິງຄວາມຈໍາເປັນທີ່ຕ້ອງມີລະບົບລວມສູນເພື່ອບັນທຶກ ແລະ ຕິດຕາມການນໍາໃຊ້ງົບປະມານສໍາລັບແກ້ໄຂໂພຊະນາການອີກດ້ວຍ.

ທ່ານ ອາເລັກຊານເດີ ເຄຣເມີ, ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ, ກ່າວວ່າ: “ໂພຊະນາການທີ່ພຽງພໍແມ່ນມີຄວາມຈຳເປັນຕໍ່ການຈະເລີນເຕີບໂຕ, ຄວາມສະຫຼາດ ແລະ ລະດັບລາຍຮັບໃນອະນາຄົດຂອງເດັກ. ແຕ່ຫນ້າເສຍດາຍ, ປະເທດລາວຍັງປະເຊີນກັບອັດຕາການຂາດສານອາຫານໃນໄວເດັກທີ່ສູງຫຼາຍ ແລະ ຊໍ້າພັດກັບມາມີອັດຕາທີ່ສູງກວ່າແຕ່ກ່ອນ. ເພື່ອໃຫ້ສາມາດກັບມາສືບຕໍ່ຫຼຸດຜ່ອນອັດຕາການຂາດໂພຊະນາການໄດ້, ມັນຈໍາເປັນຕ້ອງມີບຸກຄະລາກອນດ້ານສາທາລະນະສຸກທີ່ໄດ້ຮັບການຝຶກອົບຮົມຫຼາຍຂຶ້ນ, ມີການສະໜອງເງິນສົດໂດຍມີເງື່ອນໄຂເພື່ອໃຫ້ເດັກໄດ້ຮັບສານອາຫານແລະໂພຊະນາການທີ່ພຽງພໍ, ພ້ອມທັງມີການລົງທຶນໃສ່ການສະໜອງນໍ້າສະອາດ. ທະນາຄານໂລກ ແລະ ບັນດາຄູ່ຮ່ວມງານ ຈະສືບຕໍ່ສະໜັບສະໜູນລັດຖະບານລາວ ໃນການລົງທຶນໃສ່ວຽກງານທີ່ຕິດພັນກັບໂພຊະນາການ, ເຊິ່ງຮຽກໃຫ້ໃຫ້ລັດຖະບານຕ້ອງໄດ້ເພີ່ມການຈັດສັນງົບປະມານພາກລັດເຂົ້າໃນວຽກງານດັ່ງກ່າວຢ່າງຮີບດ່ວນ ເພື່ອຮັດແຄບຊ່ອງຫວ່າງໃນການສະໜອງທຶນ.”

“ຕ້ອງມີຍຸດທະສາດການລົງທຶນ ແລະ ສະໜັບສະໜູນດ້ານງົບປະມານທີ່ຍືນຍົງຈຶ່ງຈະຮັບປະກັນໄດ້ວ່າເດັກນ້ອຍທຸກໆຄົນ ຈະໄດ້ຮັບໂພຊະນາການທີ່ພຽງພໍຕາມຄວາມຕ້ອງການຂອງພວກເຂົາ, ໂດຍສະເພາະແມ່ນໄລຍະ 1,000 ວັນທໍາອິດຂອງຊີວິດ ແລະ ແມ່ເອງກໍຕ້ອງໄດ້ຮັບການສະໜັບສະໜູນໃນການຊ່ວຍເບິ່ງແຍງດູແລລູກຂອງພວກເຂົາ” ກ່າວໂດຍ ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການສະຫະປະຊາດສໍາລັບເດັກ ປະຈໍາ ສປປ ລາວ. “ທ່ານຍັງໄດ້ກ່າວຕື່ມອີກວ່າຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຈິງຈັງ ແລະ ດ້ວຍການປະສານງານຈາກທຸກພາກສ່ວນ ພວກເຮົາສາມາດຮັບປະກັນໄດ້ວ່າງົບປະ ມານຈະຖືກຈັດສັນຢ່າງມີປະສິດທິຜົນເພື່ອໃຫ້ປະສົບຜົນສໍາເລັດໃນການແກ້ໄຂບັນຫາໂພຊະນາການໃນ ສປປ ລາວ”.

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ X ໄດ້ປິດລົງດ້ວຍການໃຫ້ຄໍາໝັ້ນສັນຍາຂອງຫຼາຍພາກສ່ວນ ທີ່ຈະຮ່ວມໃຈກັນເຊື່ອມສານເອົາວຽກງານໂພຊະນາການເຂົ້າໃນແຜນງານຂອງພວກເຂົາ ແລະ ເປັນບູລີມະສິດສໍາຄັນທີ່ຕ້ອງໄດ້ສຸມໃສ່ໃນປີ 2025, ເລີ່ມຕົ້ນບາດກ້າວຄວາມພະຍາຍາມໃນການລົງທຶນຄັ້ງໃໝ່ ແລະ ຂະຫຍາຍແຜນປະຕິບັດງານເພື່ອຍົກລະດັບໂພຊະນາການໃຫ້ກວ້າງອອກໄປໃນຂອບເຂດທົ່ວປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments