Tuesday, March 18, 2025
Homeຂ່າວການເມືອງເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສ ເບລາຣຸດຊີ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສ ເບລາຣຸດຊີ

ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ໃນວັນທີ 11 ມີນາ 2025 ຜ່ານມາ, ຢູ່ທໍານຽບປະທານາ ທິບໍດີ ເບລາຣຸດຊີ ທີ່ນະຄອນຫລວງມິນ, ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ອາເລັກຊັງເດຼີ ລູກາແຊນໂກ (Alexander Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອດໍາລົງຕໍ່າແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ເບລາຣຸດຊີ ທີ່ມີສໍານັກງານການທູດຕັ້ງຢູ່ ນະຄອນຫລວງມົດສະກູ, ສ ຣັດເຊຍ.

ໂອ¬ກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ອາເລັກຊັງເດຼີ ລູກາແຊນໂກ ປະ¬ທາ¬ນາ¬ທິບໍດີ ແຫ່ງ ສາທາລະ¬ນະລັດ ເບລາຣຸດຊີ.

ພ້ອມກັນນັ້ນ, ທ່ານ ອາເລັກຊັງເດຼີ ລູກາແຊນໂກ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ກ່າວວ່າ: ການພົວພັນຮ່ວມມື ກັບ ສປປ ລາວ ໃນເວທີສາກົນ ແມ່ນເປັນເພື່ອນມິດທີ່ບໍ່ປ່ຽນແປງ ແລະ ມີລັກສະນະສ້າງສັນຢ່າງສະເໝີຕົ້ນສະເໜີປາຍ. ໃນອະນາຄົດອັນໃກ້ນີ້, ເຫັນຄວນຈັດຕັ້ງປະ ຕິບັດຂໍ້ຕົກລົງທີ່ໄດ້ຕົງລົງກັນໃນການພົບປະກັບ ທ່ານປະທານເທດ ທອງລຸນ ສີສຸລິດ ໃນປີ 2024 ທີ່ຜ່ານມາ ທີ່ເມືອງກາຊານ, ລັດຕາຕາສະຖານ ສະຫະພັນຣັດເຊຍ. ເພື່ອຈຸດປະສົງດັ່ງກ່າວ ຈະໄດ້ມີການວາງແຜນກິດຈະກໍາຮ່ວມກັນສອງຝ່າຍ.

ກ່ອນໜ້າ¬ມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 10 ມີນາ 2025 ທ່ານ ເອກອັກຄະລັດ ຖະທູດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເອບເກນນີ ເຊສະຕາກອບ (Evgeny Shestakov) ຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໄດ້ມີການພົບປະກັນ ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເບລາຣຸດຊີ, ທັງສອງຝ່າຍໄດ້ເຫັນພ້ອມກັນວ່າ ຈະຕ້ອງໄດ້ເພີ່ມທະວີການພົວພັນຮ່ວມມືນໍາກັນຕື່ມ ທາງດ້ານເສດຖະກິດ-ການຄ້າ, ການແລກປ່ຽນການຢ້ຽມຢາມຂອງການນໍໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ເສີມຂະຫຍາຍການຮ່ວມມືທາງດ້ານວັດທະນະທຳ-ສັງຄົມ, ການສຶກສາ ແລະ ວຽກງານຍຸຕິທຳ ໃຫ້ເຂົ້້າສູ່ລວງເລິກ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືຊອກຫາທ່າແຮງບົ່ມຊ້ອນ ໃນການຮ່ວມມືທາງດ້ານການສຶກສາ, ຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະໃນບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ ແລະ ທິດທາງໃນການພັດ ທະນາການພົວພັນຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ລາວ-ເບລາຣຸສຊີ ໃນຕໍ່ໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸສຊີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 07 ກຸມພາ 1994.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments