Wednesday, March 19, 2025
Homeແຈ້ງການສໍາຄັນແຈ້ງເຕືອນອາກາດເຢັນ, ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ແລະ ລົມພັດແຮງ ປະຈໍາວັນທີ 18 ມີນາ 2025

ແຈ້ງເຕືອນອາກາດເຢັນ, ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ແລະ ລົມພັດແຮງ ປະຈໍາວັນທີ 18 ມີນາ 2025

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົົ່ວທຸກພາກ ຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບ ກະແສລົມອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ ອາກາດຈະເຢັນຢູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງຢູ່ເກືອບທົົ່ວໄປຢູ່ໃນແຕ່ລະພາກ ໃນໄລຍະວັນທີ 18 ຫາ 20 ມີນາ 2025 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິິ່ນ ທຸກພາກສ່ວນ ຈົົ່ງມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບ ອາກາດ ຮ້າຍແຮງທີ່ຈະເກີດຂື້ນດັ່ງກ່າວ ໂດຍສະເພາະ ສະພາບອາກາດ ເຢັນ, ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ໝາກເຫັບຕົກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ, ໃຫ້ຫລີກລ່ຽງການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ແລະ ເດີ່ນກາງແຈ້ງທີ່ກວ້າງ ເພືຶ່ອບໍໍ່ໃຫ້ຖືກຟ້າຜ່າ. ພ້ອມນີ້ໃຫ້ ຮັກສາສຸຂະພາບ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ..

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments