Tuesday, March 18, 2025
Homeຂ່າວຕ່າງປະເທດການແກ້ໄຂບັນຫາຄວາມອຶດຫິວແບບເຊື່ອງຊ້ອນ ຈະສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ

ການແກ້ໄຂບັນຫາຄວາມອຶດຫິວແບບເຊື່ອງຊ້ອນ ຈະສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ

ຄວາມອຶດຫິວແບບເຊື່ອງຊ້ອນບໍ່ແມ່ນບັນຫາຂອງປະຊາຊົນຜູ້ທຸກຍາກເທົ່ານັ້ນ. ຫລັກຖານລະດັບສາກົນສະແດງໃຫ້ເຫັນວ່າ: ການພັດທະນາດ້ານອຸດສາຫະກໍາ ແລະ ການຫັນປ່ຽນໄປສູ່ປະເທດທີ່ມີລະດັບລາຍຮັບທີ່ສູງຂຶ້ນມັກສົ່ງຜົນໃຫ້ຕະຫລາດເຕັມໄປດ້ວຍອາຫານແປຮູບທີ່ໃຫ້ພະ ລັງງານສູງ, ແຕ່ຂາດສານອາຫານ ເຊິ່ງມີຄວາມສໍາພັນທີ່ຊັດເຈນລະຫວ່າງນ້ໍາໜັກເກີນມາດຕະຖານ, ພະຍາດອ້ວນ ແລະ ຄວາມອຶດຫິວແບບເຊື່ອງຊ້ອນ. ໃນຂະນະທີ່ ສປປ ລາວ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນ, ການແກ້ໄຂບັນຫາການຂາດສານອາຫານ ຜ່ານການສົ່ງເສີມການກິນອາຫານທີ່ຫລາກຫລາຍ ແລະ ການເສີມສ້າງດ້ານສະບຽງອາຫານທີ່ມີຈຸນລະສານອາຫານ.ໃນເວລາທີ່ຮ່າງກາຍຂອງພວກເຮົາບໍ່ໄດ້ຮັບອາຫານພຽງພໍ ກໍ່ຈະມີຄວາມຮູ້ສຶກເມື່ອຍ, ຈ່ອຍຜອມ ເຮັດໃຫ້ຮ່າງກາຍຂະຫຍາຍຕົວຊ້າ ໂດຍສະເພາະແມ່ນເດັກນ້ອຍ ຍ້ອນຮ່າງຂາດວິຕາມິນ ຫລື ແຮ່ທາດທີ່ຈໍາເປັນ? ຕົວຢ່າງ, ພວກເຮົາຕ້ອງການວິຕາມິນ ເອ ໃນປະລິມານພຽງເລັກນ້ອຍສໍາລັບລະບົບພູມຄຸ້ມກັນຮ່າງກາຍ ແລະ ການຈະເລີນພັນ ຫລື ທາດເຫລັກ ເຊິ່ງເຮັດໜ້າທີ່ສະໜອງອົກຊີເຈນໃຫ້ກັບອະໄວຍະວະພາຍໃນ ແລະ ກ້າມຊີ້ນ. ໃນເວລາທີ່ຮ່າງກາຍຂອງພວກເຮົາຫິວ ຫລື ຕ້ອງການສານອາຫານທີ່ເອີ້ນວ່າ ຈຸນລະສານອາຫານ, ສະໝອງຂອງພວກເຮົາຈະບໍ່ສາມາດຮັບສັນຍານ “ຫິວ”ໄດ້ຊັດເຈນ. ນີ້ຄືສາເຫດທີ່ພວກເຮົາເອີ້ນການຂາດແຄນຈຸນລະສານອາຫານເຫລົ່ານີ້ວ່າ ເປັນຄວາມອຶດຫິວແບບເຊື່ອງຊ້ອນ.

ການຂາດສານອາຫານໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການຈະເລີນເຕີບໂຕ, ພັດທະນາການ ແລະ ການເຮັດວຽກຂອງຮ່າງກາຍເຊິ່ງພົບເຫັນໄດ້ຫລາຍຢູ່ໃນ ສປປ ລາວ ໂດຍສະເພາະແມ່ນແມ່ຍິງໃນໄວຈະເລີນພັນສະເລ່ຍ 40 ເປີເຊັນ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ 44 ເປີເຊັນ ແມ່ນຂາດທາດເຫລັກ ອັນມາຈາກການເປັນພະຍາດເລືອດຈາງ, ເຊິ່ງອາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສຸຂະພາບ ແລະ ພັດທະນາການຂອງພວກເຂົາ ແລະ ສົ່ງຜົນໃຫ້ປະສິດທິພາບໃນການຜະລິດກໍາລັງແຮງງານຫລຸດລົງໃນໄລຍະຍາວ. ໃນປີ 2020 ພະຍາດເລືອດຈາງພຽງຢ່າງດຽວເຮັດໃຫ້ ສປປ ລາວ ຂາດດຸນດ້ານເສດຖະກິດໄປກວ່າ 241 ລ້ານໂດລາສະຫະລັດ ເຊິ່ງຫລາຍກວ່າ 1 ເປີເຊັນຂອງ GDP ຂອງປະເທດ. ການຂາດຈຸນລະສານອາຫານ ແລະ ອາຫານທີ່ມີໂພຊະນາການ ໃນໄລຍະການຖືພາອາດສົ່ງຜົນເສຍຫາຍຮ້າຍແຮງໄດ້.

ອີງຕາມການລາຍງານຂອງ ໂຮງຮຽນສຸຂະອະນາໄມ ແລະ ການແພດເຂດຮ້ອນ ຢູ່ນະຄອນຫລວງລອນດອນ, ເດັກນ້ອຍ 19 ຄົນ ໃນຈໍານວນ 10.000 ຄົນ ໃນ ສປປ ລາວ ເກີດມາມີຄວາມບົກຜ່ອງທາງດ້ານລະບົບປະສາດ. ໃນຂະນະທີ່ການກິນອາຫານສົດ ແລະ ມີຄວາມຫລາກຫລາຍອາດເປັນທາງເລືອກທີ່ດີທີ່ສຸດໃນການປ້ອງກັນຄວາມອຶດຫິວທີ່ເຊື່ອງຊ້ອນ, ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນຈະສາມາດເຂົ້າເຖິງອາຫານເຫລົ່ານີ້ໄດ້ສະເໝີໄປ. ເຖິງຢ່າງໃດກໍ່ຕາມ, ຍັງມີວິທີການແກ້ໄຂ ເຊິ່ງປະຫຍັດຄ່າໃຊ້ຈ່າຍ, ປອດໄພ ແລະ ສາມາດສະໜອງໄດ້ໃນປະລິມານທີ່ຫລາຍຄື: ການເພີ່ມວິຕາມິນ ແລະ ແຮ່ທາດໃສ່ໃນອາຫານ. ການເພີ່ມວິຕະມິນ ແລະ ແຮ່ທາດໃສ່ໃນອາຫານ ໝາຍເຖິງການເພີ່ມ ຈຸນລະສານອາຫານໃສ່ໃນອາຫານຫລັກທີ່ບໍລິໂພກທົ່ວໄປ ເຊັ່ນ: ການເພີ່ມທາດໄອໂອດິນໃສ່ໃນເກືອເພື່ອປ້ອງກັນພະຍາດ ຄໍໜຽງ-ຄໍເອີມ. ນັບແຕ່ປີ 1995 ເປັນຕົ້ນມາ, ກະຊວງສາທາລະນະສຸກໄດ້ກຳນົດມາດຕະຖານການຜະລິດ ແລະ ການນຳເຂົ້າເກືອໄອໂອດິນ ເຮັດໃຫ້ການເສີມໄອໂອດິນໃສ່ໃນເກືອກາຍເປັນຂໍ້ບັງຄັບ ຊຶ່ງໄດ້ກໍານົດເອົາເຂົ້າເປັນຕົວຂັບເຄື່ອນທີ່ດີທີ່ສຸດສໍາລັບການເສີມສ້າງຈຸນລະສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ. ເຂົ້າໜຽວ ແມ່ນອາຫານທີ່ຄົນສ່ວນໃຫຍ່ໃນທົ່ວປະເທດບໍລິໂພກເປັນປະຈຳ ເປັນແຫລ່ງພະລັງງານທີ່ດີ, ແຕ່ເຂົ້າໜຽວຍັງຂາດສານອາຫານທີ່ຈຳເປັນເຊັ່ນ: ວິຕາມິນເອ, ບີ, ທາດເຫລັກ ແລະ ສັງກະສີ ເຊິ່ງມັກຈະພົບເຫັນໃນອາຫານປະເພດອື່ນໆແຕ່ໄດ້ຮັບຄວາມນິຍົມບໍລິໂພກໜ້ອຍ ແລະ ເຂົ້າເຖິງຍາກ. ການທົດລອງຜະລິດເຂົ້າທີ່ເພີ່ມວິຕາມິນ, ແຮ່ທາດຢູ່ພາຍໃນປະເທດ ແລະ ຮັບໃຊ້ເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນແກ່ນັກຮຽນຊັ້ນປະຖົມສຶກສາສະແດງໃຫ້ເຫັນວ່າເຂົ້າທີ່ປະສົມຈູນລະສານອາຫານບໍ່ໄດ້ກໍ່ໃຫ້ເກີດບັນຫາແຕ່ຢ່າງໃດຕໍ່ ນັກຮຽນ, ພໍ່ຄົວ, ຄູອາຈານ ແລະ ພໍ່ແມ່ປະຊາຊົນ ພວກເຂົາເຫັນດີວ່າການກິນເຂົ້າທີ່ເພີ່ມວິຕາມິນ ແລະ ແຮ່ທາດແມ່ນບໍ່ຈຳເປັນຕ້ອງປັບປ່ຽນວິທີ ແລະ ຮູບແບບຂອງການແຕ່ງກິນແຕ່ຢ່າງໃດ.

ທ່ານ ໄຊຣ ນາເຣນດາ ໂມດິ, ນາຍົກລັດຖະມົນຕີອິນເດຍ ໄດ້ປະກາດໃນວາລະການມາຢ້ຽມຢາມນະຄອນຫລວງວຽງຈັນໃນປີທີ່ຜ່ານມາວ່າ ອິນເດຍຈະປະກອບສ່ວນທາງດ້ານທຶນຮອນປະມານ 1 ລ້ານໂດລາສະຫະລັດ ແລະ ລວມໄປເຖິງໃນການພັດທະນາອາຫານທີ່ມີຈຸນລະສານອາຫານຂະໜາດໃຫຍ່ຢູ່ໃນ ສປປ ລາວ. ໂຄງການໄລຍະ 2 ປີກຳລັງເລີ່ມຕົ້ນຂຶ້ນໂດຍມີກະຊວງສາທາລະນະສຸກ ແລະ ອົງການອາຫານໂລກແຫ່ງສະຫະປະຊາຊາດຈັດຕັ້ງປະຕິບັດຮ່ວມກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments