Wednesday, March 19, 2025
Homeຂ່າວການເມືອງພັກຍາມໃດກໍຮັກສາໄດ້ຄຸນທາດການເມືອງ-ທາດແທ້ປະຕິວັດວິທະຍາສາດ

ພັກຍາມໃດກໍຮັກສາໄດ້ຄຸນທາດການເມືອງ-ທາດແທ້ປະຕິວັດວິທະຍາສາດ

ຕະຫລອດໄລຍະ 70 ປີຜ່ານມາ, ພັກ ປະຊາຊົນ ປະຕິວັດລາວ ຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ, ພັກໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.

ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄໍາເຫັນໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ວ່າ: ໃນເງື່ອນໄຂໃໝ່ ພັກເຮົາໄດ້ສືບຕໍ່ນໍາພາປະເທດຊາດ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຜົນສໍາເລັດເປັນກ້າວໆ, ເຮັດໃຫ້ປະເທດເຮົາມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ເພີ່ມທະວີຄວາມສາມາດ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະ ເທດໃນເວທີສາກົນນັບມື້ສູງຂຶ້ນ, ປັບປຸງຄວາມເຊື່ອໜັ້ນຂອງປະຊາຊົນບັນດາເຜົ່າ ຕໍ່ກັບການນໍາພາ-ຊີ້ ນໍາຂອງພັກ. ພັກເຮົາສົມແລ້ວທີ່ເປັນກໍາລັງຫລັກແຫລ່ງນໍາພາ ໃນທົ່ວລະບົບການເມືອງປະຊາທິປະໄຕປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ນອກຈາກການນໍາພາ-ຊີ້ນໍາອັນໜັກແໜ້ນຂອງພັກ ແລ້ວ ແມ່ນມາຈາກຄວາມພະຍາຍາມສູ້ຊົນ, ບາກບັ່ນຂອງທົ່ວກຳລັງປະກອບອາວຸດ, ທົ່ວປວງຊົນລາວທັງຊາດ, ໃນນັ້ນມີການປະກອບສ່ວນດ້ວຍການເສຍສະລະ ຊີວິດເລືອດເນື້ອເຫື່ອແຮງ, ສະຕິປັນຍາອັນ ສໍາຄັນ ຂອງຖັນແຖວພະນັກງານ-ສະມາຊິກພັກ, ນັກຮົບ ແລະ ຕະຫລອດຮອດປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆ. ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວິລະຊົນ ແລະ ປະ ຫວັດສາດອັນສະຫວ່າງສະໄຫວຂອງພັກ.

ສະຫາຍ ພົທ ກົງທອງ ພົງວິຈິດ ຍັງໃຫ້ຮູ້ອີກວ່າ: ພາຍໃຕ້ການນຳພາຂອງພັກ ກຳລັງປ້ອງກັນຄວາມສະຫງົບໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ມີແບບແຜນທັນສະໄໝ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ; ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ; ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ເຊິ່ງໃນໄລຍະຜ່ານມາ ພັກ-ລັດ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຍຶດໝັ້ນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບຢ່າງຮອບດ້ານ. ນອກຈາກນີ້, ພັກຍັງນໍາພາກໍາລັງພວກເຮົາ ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານພັດທະນາຊົນນະບົດ ເປັນວຽກງານຍຸດທະສາດຍາວນານ ທັງຖືເອົາປະຊາຊົນເປັນກົກເຫງົ້າພະລັງແຮງ, ເປັນບ່ອນອີງອັນແໜ້ນແກ່ນ ແລະ ເປັນພື້ນຖານສໍາຄັນໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ-ລັດໄດ້ວາງອອກ. ສ່ວນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີແບບແຜນການນໍາພາ ແລະ ວິທີການເຮັດວຽກທີ່ທັນສະໄໝ ເຊິ່ງພັກເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ວຽກງານ ແລະ ກໍາລັງປ້ອງກັນຄວາມສະຫງົບ ແນໃສ່ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີຄວາມເຕີບໃຫຍ່ເຂັ້ມແຂງດ້ວຍບາດກ້າວທີ່ໜັກແໜ້ນ, ຍຶດໝັ້ນຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ, ປະຕິບັດລະບອບປະຊຸມ ແລະ ປຶກສາຫາລືຕົກລົງບັນຫາສໍາຄັນ ເພື່ອກໍານົດເປັນມະຕິ, ມີກົນໄກປະ ສານງານ ລະຫວ່າງການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະ ພາຍຫລັງສໍາເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ, ຄະນະພັກແຕ່ລະຂັ້ນໄດ້ນໍາພາ-ຊີ້ນໍາ ແລະ ປັບປຸງລະບອບແບບແຜນນໍາພາ ແລະ ວິທີການເຮັດວຽກຕາມທິດຫັນເປັນທັນສະໄໝເທື່ອລະກ້າວ; ກໍານົດແຜນດໍາເນີນງານ, ແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງແຕ່ລະກົມກອງ-ທ້ອງຖິ່ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ອື່ນໆ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments