Wednesday, March 19, 2025
Homeຂ່າວພາຍໃນເມືອງລະມາມ ຫວນຄືນມູນເຊື້ອວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ເມືອງລະມາມ ຫວນຄືນມູນເຊື້ອວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ແຫລ່ງຂ່າວຈາກແຂວງເຊກອງ ໃຫ້ຮູ້ວ່າ: ຄະນະຮັບຜິດຊອບສະເຫລີມສະຫລອງ 3 ວັນປະຫວັດສາດຂັ້ນແຂວງ ປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ໃຫ້ຂົງເຂດວັດທະນະທຳ-ສັງຄົມ ແລະ ຂົງເຂດປົກປ້ອງກົດໝາຍ ໄດ້ເຊື່ອມຊຶມ ໃນວັນທີ 14 ມີນາ 2025 ທີ່ເມືອງລະມາມ ເພື່ອໃຫ້ພະນັກງານ, ສະມາຊິກພັກ ໃນ 2 ຂົງເຂດ ໄດ້ຮັບຮູ້, ເຂົ້າໃຈເລິກເຊິ່ງຕື່ມ ກ່ຽວກັບມູນເຊື້ອ ຂອງພັກ ເພື່ອພ້ອມກັນຍົກສູງບົດບາດການນຳພາ, ເສີມຂະຫຍາຍຜົນງານ, ຜົນສຳເລັດ ແລະ ແບບຢ່າງນຳໜ້າ ຂອງພັກ ມາໝູນໃຊ້ເຂົ້າໃນໜ້າວຽກຕົວຈິງ.

ການປາຖະກະຖາຄັ້ງນີ້ໂດຍ ທ່ານ ຖາວອນ ພົມມະໄລລຸນ ອາດີດຄະນະປະຈຳພັກແຂວງ, ອະດີດຮອງເຈົ້າແຂວງໆເຊກອງ ເຊິ່ງໄດ້ຍົກໃຫ້ເຫັນຂະບວນວິວັດ ແຫ່ງການກຳເນີດຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ແຫ່ງການນຳພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກ ໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາ ໄດ້ມີການນໍາພາ-ຊີ້ນໍາ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫລາດສ່ອງໃສ ອັນໄດ້ນໍາພາປວງຊົນລາວບັນດາເຜົ່າ ຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກ ທີ່ໂຫດຮ້າຍປ່າເຖື່ອນ ມີກຳລັງ, ມີອາວຸດ ແລະ ມີເຕັກນິກທີ່ທັນສະໄໝເໜືອກວ່າເປັນຫລາຍເທົ່າ, ແຕ່ດ້ວຍຄວາມສະຫລາດ, ມີໄຫວພິບປະຕິພານຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ບວກກັບການຊ່ວຍເຫລືອຂອງເພື່ອນມິດສາກົນທີ່ກ້າວໜ້າ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ, ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975. ພາຍຫລັງປົດປ່ອຍຊາດ, ພັກປະຊາຊົນປະຕິວັດລາວ ກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງ ຮຳບາດແຜສົງຄາມ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ; 50 ປີ ແຫ່ງການສະຖາປະນາ ສປປ ລາວ, ພັກ ປປ ລາວ ໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ພັກ ໄດ້ນໍາພາການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນດ້ານວັດທະນະທໍາ ກໍໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ ໄປຕາມແນວທາງຂອງພັກຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ.

ໃນມື້ດຽວກັນ, ທາງຄະນະຮັບຜິດຊອບສະເຫລີມສະຫລອງ 3 ວັນປະຫວັດສາດຂັ້ນແຂວງ ຍັງໄດ້ເຄື່ອນໄຫວປາຖະກະຖາ ມູນເຊື້ອວັນສ້າງຕັ້ງພັກ ປປ ລາວ ຢູ່ບັນດາເມືອງ ເປັນຕົ້ນ ເມືອງທ່າແຕງ ແລະ ເມືອງກະລຶມຕື່ມອີກ.

ຂ່າວ: ອັດສະວິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments