Friday, March 14, 2025
Homeຂ່າວໜ້າໜຶ່ງຄະນະກໍາມະການຮ່ວມມືລາວ-ຈີນ ສະຫລຸບວຽກງານປີ 2024

ຄະນະກໍາມະການຮ່ວມມືລາວ-ຈີນ ສະຫລຸບວຽກງານປີ 2024

ກອງປະຊຸມສະຫລຸບວຽກງານຂອງຄະນະກໍາມະການຮ່ວມມືລາວ-ຈີນ(ຄລຈ) ປະຈໍາປີ 2024 ແລະ ກໍານົດທິດທາງວຽກຈຸດສຸມ ປີ 2025 ຈັດຂຶ້ນໃນວັນທີ 14 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຮ່ວມມື ລາວ-ຈີນ ໂດຍມີບັນດາຮອງລັດຖະມົນຕີ ຈາກກະຊວງ ແລະ ອົງການລັດທຽບເທົ່າ, ບັນດາຮອງເຈົ້າແຂວງ ທີ່ເປັນຄະນະກຳມະການຮ່ວມມືລາວ-ຈີນ, ສໍາລັບທ້ອງຖິ່ນແມ່ນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.

ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ໄດ້ກ່າວວ່າ: 1 ປີຜ່ານມາ, ບົນພື້ນຖານສາຍພົວພັນ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ບົນຈິດໃຈ 4 ດີ: “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ພິເສດປີ 2024 ນີ້ ເປັນປີທໍາອິດຂອງການຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ (2024-2028) ສະບັບທີ 2 ເຊິ່ງແຜນແມ່ບົດດັ່ງກ່າວ, ເປັນແຜນທີ່ມີເປົ້າໝາຍເຮັດໃຫ້ເປັນແຜນ ທີ່ມີມາດຕະຖານ, ຄຸນນະພາບ ແລະ ລະດັບທີ່ສູງກວ່າເກົ່າ ເຊິ່ງເຫັນວ່າໄດ້ຮັບໝາກຜົນອັນດີ ເປັນພື້ນຖານໃຫ້ແກ່ການສຶືບຕໍ່ຮັດແໜ້ນສາຍພົວພັນ ຂອງສອງປະເທດໃນຊຸມປີຕໍ່ໜ້າ. ສຳລັບຜົນງານທີ່ພົ້້ນເດັ່ນໃນໜຶ່ງປີຜ່ານມາ ເປັນຕົ້ນ ການປະຕິບັດໂຄງການຊ່ວຍເຫລືອລ້າ, ໃນປີ 2024 ນີ້ ແມ່ນໄດ້ປະຕິບັດສໍາເລັດໂຄງການທີ່ສໍາຄັນຫລາຍໂຄງການ ເປັນຕົ້ນ ໂຄງການສະຖາບັນເຕັກໂນໂລຊີ ການສື່ສານ ແລະ ຂໍ້ມູນຂ່າວສານ, ໂຄງການ E-Commerce ສໍາລັບສິນຄ້າ ກະສິກໍາຂອງລາວ; ໂຄງການຊ່ວຍເຫລືອວັດຖຸ-ອຸປະກອນຮີບດ່ວນ ເພື່ອຮັບໃຊ້ແກ່ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂຄງການປັບປຸງຍົກລະດັບ ໂຮງໝໍແຂວງຫລວງພະບາງ, ໂຄງການຊ່ວຍເຫລືອວັດຖຸ-ອຸປະກອນ ສຳລັບຫ້ອງທົດລອງອະຊີວະສຶກສາ. ພິເສດແມ່ນໄດ້ຮັບການຊ່ວຍເຫລືອຮີບດ່ວນ ດ້ານພາຫະນະ ແລະ ອຸປະກອນ ເພື່ອຮອງຮັບການເປັນເຈົ້າພາບປະຊຸມ ASEAN ແລະ ອື່ນໆ; ການຮ່ວມມືດ້ານການຄ້າ ສະເພາະປີ 2024 (ໄລຍະ ເດືອນມັງກອນ-ທັນວາ) ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ໄດ້ 8,23 ຕື້ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 15,91%. ໃນນີ້, ລາວສົ່ງອອກໄປຈີນ 4,56 ຕື້ໂດລາສະຫະລັດ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 21,4%, ລາວນໍາເຂົ້າຈາກຈີນ 3,68 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,8% (ໃນໄລຍະ 10 ປີ ຜ່ານມາ ນັບແຕ່ປີ 2014-2024) ມູນຄ່າການຄ້າສອງຝ່າຍລາວ-ຈີນ ແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍຫລັງ ເລີ່ມເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າ ລະຫວ່າງປະເທດເປັນຕົ້ນມາ. ໃນປີ 2022 ມູນຄ່າການຄ້າສອງຝ່າຍ ບັນລຸ 5,68 ຕື້ໂດລາສະຫະລັດ, ປີ 2023 ບັນລຸໄດ້ 7,09 ຕື້ໂດລາສະຫະລັດ ແລະ ປີ 2024 ບັນລຸໄດ້ 8,23 ຕື້ຖດລາສະຫະລັດ).

ການດຶງດູດການລົງທຶນ ສປ ຈີນ ນັບແຕ່ລັດຖະບານໄດ້ເປີດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ກໍມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສັງເກດເຫັນໄດ້ຈໍານວນໂຄງການ ແລະ ມູນຄ່າໂຄງການ ທີ່ໄດ້ອະນຸມັດແຕ່ປີ 1989 ຮອດປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດທັງໝົດຫລາຍກວ່າ 18 ຕື້ກວ່າໂດລາສະຫະລັດ ເປັນອັນດັບ 1 ໃນ 53 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນໃນ ສປປ ລາວ. ສ່ວນໃຫຍ່ແມ່ນການລົງທຶນ ໃນຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ບໍລິການ, ກະສິກຳ ແລະ ຂະແໜງການອື່ນໆ. ສໍາລັບການຮ່ວມມືພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການຝຶກອົບຮົມໄລຍະສັ້ນ ທັງຢູ່ ສປ ຈີນ ແລະ ພາຍໃນປະເທດລາວ ເຊິ່ງໄດ້ສ້າງໂອກາດໃຫ້ພະນັກງານຈາກບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຂອງລາວ ເຂົ້າຮ່ວມເປັນຈໍານວນຫລວງຫລາຍ, ສະເພາະ ໃນປີ 2024 ປະຕິບັດສໍາເລັດແລ້ວ 196 ຫົວຂໍ້, ມີຜູ້ເຂົ້າຮ່ວມທັງໝົດ 2.068 ເທື່ອຄົນ.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຊາບກ່ຽວກັບ ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຮ່ວມມືລາວ-ຈີນ(ສະບັບປັບປຸງໃໝ່ ເລກທີ637/ນຍ,ລົງວັນທີ 18/11/2024) ທີ່ໄດ້ເພີ່ມສິດ ແລະ ບົດບາດ ໃຫ້ ຄລຈ ມີສ່ວນຮ່ວມຫລາຍຂຶ້ນ ຕໍ່ກັບວຽກງານສົ່ງເສີມ ແລະ ດຶງດູດການລົງທຶນ ຂອງບັນດາຫົວໜ່ວຍວິສາຫະກິດຈີນ ຢູ່ລາວ. ນອກນັ້ນ, ຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ ຮ່າງແຜນແມ່ບົດການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ (5 ປີ) ຊຸດທີ 3 ເຊິ່ງຈະໄດ້ກໍານົດທິດທາງ, ຂົງເຂດ ແລະ ຂອບເຂດການຮ່ວມມືໃນແຜນແມ່ບົດ ເພື່ອສືບຕໍ່ສົມທົບກັບຝ່າຍຈີນ ແລະ ຮ່ວມກັນລົງນາມໃນຕໍ່ໜ້າ; ໄດ້ນໍາເອົາຮ່າງເນື້ອໃນກ່ຽວກັບ ຂໍ້ກໍານົດ ແລະ ລະບຽບການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອລ້າ ຈາກ ສປ ຈີນ ຕໍ່ ສປປ ລາວ.

ຄຽງຄູ່ກັບຜົນງານຢ່າງຫລວງຫລາຍທີ່ຍາດມາໄດ້, ກອງປະຊຸມຍັງໄດ້ຕີລາຄາຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆ, ພ້ອມທັງຖອດຖອນບົດຮຽນ ແນໃສ່ຊອກຫາມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ ໂດຍກໍານົດທິດທາງແຜນການຮ່ວມມືໃນປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບການໃໝ່ ແນໃສ່ເພີ່ມທະວີການພົວພັນຮ່ວມມືອັນແໜ້ນແຟ້ນລະຫວ່າງລາວ-ຈີນ ແລະ ທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາເອກະສານຮ່ວມມື ທີ່ການນໍາຂັ້ນສູງສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ມີໝາກຜົນສູງຍິ່ງໆຂື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments