ພິທີສະເຫລີມສະຫລອງ ວັນສັດປ່າ ແຫ່ງຊາດ ແລະ ສາກົນ ພາຍໃຕ້ຫົວຂໍ້:“ການເງິນເພື່ອວຽກງານອະນຸລັກສັດປ່າ” ຈັດຂຶ້ນໃນວັນທີ 14 ມີນາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ມາກ ກາລາກເຮີ (Mark Gallagher) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການສະເຫລີມສະຫລອງວັນດັ່ງກ່າວ, ຈັດຂຶ້ນເພື່ອໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ພະນັກງານຂະແໜງການຂອງລັດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວຽກງານການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດປ່າແບບຍືນຍົງ. ນອກຈາກນີ້, ຍັງເປັນການເຜີຍແຜ່ຜົນການເຂົ້າຮ່ວມກອງປະຊຸມຄັ້ງທີ 78 (SC78) ຂອງຄະນະປະຈຳສົນທິສັນຍາສາກົນ ວ່າດ້ວຍການຄ້າ ຂາຍສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດໄຊເຕັດ (CITES) ໃນລະຫວ່າງວັນທີ 3-8 ກຸມພາ 2025 ຜ່ານມາ ທີ່ນະຄອນເຊີແນວ ປະເທດສະວິດ, ໃຫ້ເຂົ້າໃຈຕໍ່ກັບວຽກງານສົນທິສັນຍາ ວ່າດ້ວຍການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ ສປປ ລາວ ເຂົ້າເປັນພາຄີ.

ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 3 ມີນາ ຂອງທຸກໆປີ ທົ່ວໂລກໄດ້ຈັດງານສະເຫລີມສະຫລອງ ວັນສັດປ່າ ແລະ ພືດປ່າໂລກ ຊຶ່ງກົງກັບວາລະຂອງ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ໄດ້ລົງນາມໃນປີ 1973 ຄົບຮອບ 52 ປີ ແຫ່ງການກໍາເນີດ ສົນທິສັນຍາສາກົນ CITES ແລະ ສປປ ລາວ ກໍໄດ້ເຂົ້າເປັນພາຄີ ຂອງສົນທິສັນຍາສາກົນດັ່ງກ່າວ ໃນວັນທີ 30 ພຶດສະພາ 2004 ແລະ ໃນປັດຈຸບັນຍັງໄດ້ກຳນົດເອົາວັນດັ່ງກ່າວ, ເປັນວັນສັດປ່າແຫ່ງຊາດ ໂດຍອີງຕາມກົດໝາຍວ່າດ້ວຍສັດປ່າສະບັບປັບປຸງ (2023) ຊຶ່ງໃນແຕ່ລະປີ ບັນດາປະເທດພາຄີ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄື ທົ່ວໂລກ ໃຫ້ເຫັນໄດ້ຄວາມສໍາຄັນຂອງການອະນຸລັກສັດປ່າ ແລະ ພືດປ່າແນໃສ່ຄວາມອຸດົມສົມບູນ ແລະ ຍືນຍົງ.

ລັດຖະບານລາວ ໄດ້ຖືເອົາວຽກງານ ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກຍຸດທະສາດ ທີ່ສຳຄັນໂດຍໄດ້ກຳນົດນະໂຍບາຍ, ນິຕິກຳ ແລະ ຄາດໝາຍສູ້ຊົນ ຢ່າງຈະແຈ້ງ ພ້ອມທັງມີຍຸດທະສາດພັດທະນາປ່າໄມ້ ເພື່ອຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ ທີ່ມີໃນປັດຈຸບັນໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ພ້ອມທັງ ປົກປັກຮັກສາທີ່ດິນປ່າໄມ້ ໃຫ້ໄດ້ 70% ເພື່ອສະໜອງຕາມທິດທາງນະໂຍບາຍຂອງລັດຖະບານ. ນອກຈາກນັ້ນ, ລັດຖະບານ ຍັງໄດ້ປະກາດໃຊ້ ກົດໝາຍ ວ່າດ້ວຍສັດປ່າ (2023), ກົດໝາຍ ວ່າດ້ວຍປ່າໄມ້ (2019), ດໍາລັດ ໄຊເຕັດ (2024) ແລະ ນິຕິກຳລຸ່ມກົດໝາຍຕ່າງໆ ໂດຍຖືເອົາວຽກງານຄຸ້ມຄອງ, ກວດກາ, ປົກປັກຮັກສາ ແລະ ພັດທະນາປ່າໄມ້, ຊັບພະຍາກອນປ່າໄມ້ ກໍຄື ຊີວະນາໆພັນ ຖືເປັນບຸລິມະສິດຕົ້ນຕໍ ແລະ ເປັນວຽກງານທີ່ສຳຄັນ ໂດຍສະເພາະແມ່ນວຽກງານຄຸ້ມຄອງ, ປົກປັກຮັກສາຖິ່ນທີ່ຢູ່ຂອງສັດປ່າ ໃຫ້ມີຄວາມຍືນຍົງ,