ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມຜ່ານ ຮ່າງບົດລາຍງານການສຶກສາສິ່ງແວດລ້ອມເບື້ອງຕົ້ນ ຂອງໂຮງງານຜະລິດໄຟຟ້າພະລັງ ງານແສງຕາເວັນ ຢູ່ບ້ານນາໝາກ ແລະ ບ້ານໂພນຄໍາ ເມືອງທຸລະຄົມ ຈັດຂຶ້ນໃນທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ມີ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ມີພາກສ່ວນກ່ຽວຂ້ອງ, ຄະນະຮັບຜິດຊອບເກັບກໍາຂໍ້ມູນໂຄງການຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານເປົ້າໝາຍຂອງໂຄງການເຂົ້າຮ່ວມ.

ທ່ານ ສຸກັນ ວິໄລຣັດ ໄດ້ໃຫ້ຮູ້ເຖິງ ຄວາມຈໍາເປັນໃນການວ່າຈ້າງ ບໍລິສັດສຶກສາຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ ກ່ອນລົງມືຈັດຕັ້ງປະຕິບັດໂຄງການ, ທັງນີ້ ກໍເພື່ອປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ຂັ້ນຕອນສະເໜີຂໍລົງທຶນ ເນື່ອງຈາກບັນຫາສະພາບແວດລ້ອມທໍາມະຊາດ ແລະ ສັງຄົມ ເວລາໃດກໍມີຄວາມສໍາຄັນ, ມີຄວາມ ຈໍາເປັນຕ້ອງປະຕິບັດຢ່າງຮອບຄອບ ເພື່ອຫລີກເວັ້ນຕໍ່ຜົນກະທົບອື່ນໆຕາມພາຍຫລັງ, ເຊິ່ງບໍລິສັດທີ່ໄດ້ຮັບການສຶກສາຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ ຂອງໂຮງງານຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ ບ້ານນາໝາກ ແລະ ໂພນຄໍາ ແມ່ນ ບໍລິສັດ ໂກຣບ ວໍເທີ ອິນໂນເວເຊິນໂຊລ ຈໍາກັດ (Globe Water Innovation Sole Co. LTD) ໂດຍແມ່ນ ບໍລິສັດ ນະວະດີພະລັງງານສະອາດ ຈໍາກັດ ເປັນຜູ້ສໍາຫລວດເກັບກໍາຂໍ້ມູນ ແລະ ໄດ້ຮັບອະນຸມັດໃຫ້ລົງທຶນກໍ່ສ້າງ, ຖ້າຫາກໂຄງການໄດ້ດໍາເນີນຕາມແຜນການ ແລະ ກໍ່ສ້າງສໍາເລັດແລ້ວ ຈະສາມາດຜະລິດໄຟຟ້າໄດ້ 5 MW, ມີໄລຍະປະຕິບັດໂຄງການ 25 ປີ, ມູນຄ່າການລົງທຶນ 4.750.000 ໂດລາສະຫະລັດ, ສໍາລັບທຶນປະກອບສ່ວນພັດທະນາເມືອງ ແລະ ບ້ານ ໄດ້ກໍານົດຢູ່ໃນສັນຍາຕາມລະບຽບການລົງທຶນທີ່ນິຕິກໍາໄດ້ລະບຸໄວ້.

ໂອກາດນີ້, ທ່ານ ນາງ ວົງເດືອນ ວັດຕະໂສ ໄດ້ກ່າວວ່າ: ໂດຍພື້ນຖານແລ້ວໃນນາມຕາງໜ້າໃຫ້ການນໍາເມືອງ ແມ່ນເຫັນດີຮັບເອົາການສ້າງຕັ້ງ ໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນ ຢູ່ບ້ານນາໝາກ ແລະ ບ້ານໂພນຄໍາ, ຖ້າຫາກກໍ່ສ້າງສໍາເລັດ ແລະ ໄດ້ດໍາເນີນການຜະລິດແລ້ວ ກໍຈະເປັນປະໂຫຍດໃຫ້ແກ່ເມືອງທຸລະຄົມ, ສ່ວນລວມ ແລະ ສັງຄົມ, ທັງເປັນສີສັນອັນໃໝ່ປະກອບສ່ວນພັດທະນາເມືອງທຸລະຄົມ ເຊິ່ງຂະບວນການຂອງການສ້າງຕັ້ງນັ້ນ ກໍຍັງມີຂັ້ນຕອນຈໍາເປັນອີກຫລາຍດ້ານ ໂດຍສະເພາະ ການສຶກສາຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ເຊິ່ງກອງປະຊຸມຄັ້ງນີ້ແມ່ນສໍາຄັນຫລາຍ ເພາະມັນຈະເປັນພື້ນຖານສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ໂດຍທ່ານໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມ ປະກອບຄໍາເຫັນຢ່າງສ້າງສັນກົງໄປກົງມາ ເພື່ອໃຫ້ສາມາດສັງລວມຄວາມເຫັນທີ່ເປັນເອກະພາບ, ເປັນບ່ອນອີງນໍາສະເໜີຂັ້ນຕອນ, ສະເໜີຈັດຕັ້ງປະຕິບັດໂຄງການຕາມແຜນການທີ່ວາງໄວ້.

ຜ່ານການຄົ້ນຄວ້າປຶກ ສາຫາລືໂດຍລວມແລ້ວ, ກອງປະຊຸມເຫັນດີເອກະພາບຮັບ ຮອງເອົາບົດລາຍງານສະບັບດັ່ງກ່າວ, ແຕ່ໃຫ້ປັບປຸງບາງເນື້ອໃນ, ບາງຄໍາສັບ ໃຫ້ຮັດກຸມສົມບູນຂຶ້ນຕື່ມ.

ຂ່າວ: ຖວທ ເມືອງທຸລະຄົມ.

LEAVE A REPLY

Please enter your comment!
Please enter your name here