ການນອນເອົາມືພາດບ່າໄຫຼ່ປະສານກັບຫົວ ແລະ ວາແຂນອອກ: ທ່ານມີຄວາມອ່ອນໄຫວ, ເປັນຄົນຄຽດງ່າຍ, ອາລົມແປປວນ, ອາລົມຮ້ອນເຮັດໃຫ້ຄົນອ້ອມຂ້າງຮັບບໍ່ໄດ້, ມີຄວາມກະຕືລືລົ້ນ, ເປັນຄົນສະຫຼາດ ແລະ ມີຄງາມຊົງຈຳດີໃນການເຮັດວຽກ.
ການນອນເອົາຂາໄຂ່ວກັນ: ເປັນຄົນເຊື່ອຄົນຍາກ, ບໍ່ຍອມເປີດໃຈໂຕເອງ, ບຸກຄະລິກນີ້ເຮັດໃຫ້ພົບກັບອຸປະສັກບາງຢ່າງໃນອາຊີບ ແລະ ການພົບປະເພື່ອນຂອງທ່ານ, ສຳລັບເລື່ອງຄວາມຮັກພາຍນອກເບີ່ງເປັນຄົນເປີດເຜີຍ ແຕ່ແທ້ຈີງແລ້ວເປັນຄົນມີຄວາມຄິດແບບບູຮານເພາະທ່ານຄິດວ່າຄວາມຮັກຄວນຮັກດຽວໃຈດຽວ.
ການນອນຂ້ວມຄຸບເຂົ່າ: ການນອນແບບນີ້ສ່ວນຫຼາຍມັກຈະເຫັນໃນເດັກນ້ອຍຫຼາຍກ່ວາຜູ້ໃຫຍ່, ການນອນແບບນີ້ກຳລັງທົນທໍລະມານຈາກການເຈັບປວດທາງຈິດໃຈຫຼາຍ.
ການນອນຂ້ວມ: ຄົນມັກນອນຂ້ວມແມ່ນມີຄວາມຮູ້ສຶກໄວ ແລະ ຄິດຫຼາຍ, ບຸກຄະລິກລະອຽດອ່ອນເຮັດໃຫ້ໂດດເດັ່ນໃນການເຮັດວຽກ ແລະ ສາມາດຈັບປະເດັນຄວາມສຳຄັນທີ່ຄົນອື່ນບໍ່ໄດ້ສົນໃຈ, ມີຄວາມກະຕືລືລົ້ນ, ມີຄວາມຄິດ, ກ້າສະແດງອອກ ແລະ ມີຄວາມຄິດເຫັນແຕກຕ່າງຈາກຄົນອື່ນ.
ການນອນແຄງ: ທ່ານເປັນຄົນມີເຫດຜົນ, ແຕ່ບາງຄັ້ງກໍ່ລັງເລບໍ່ກ້າຕັດສິນໃຈ, ຖ້າຫາກຕັດສິນໃຈແລ້ວກໍ່ຈະຢຶດໝັ້ນເຖີງທີ່ສຸດ ແລະ ຈະບໍ່ປ່ອຍມືງ່າຍໆ, ມີຄວາມລະມັດລະວັງໃນການຄົບໝູ່ ແລະ ມັກລອງໃຈ.
ການນອນແຄງຫົດຕົວງໍເຂົ່າ: ຄົນທີ່ມັກນອນແບບນີ້ມັກເປັນຄົນຕ້ອງການຄວາມຮັກ, ຄວາມອົບອຸ່ນ, ອາຍ, ບໍ່ກ້າສະແດງອອກ, ໃຈດີ, ອ່ອນໂຍນ, ທ່ານຕ້ອງກາານຄົນຮັກທີ່ຈີງໃຈ, ບໍ່ເຊື່ອໃຈໃຜເພາະຢ້ານຈະຖືກທຳຮ້າຍ ແລະ ຢ້ານໄປທຳຮ້າຍຜູ້ອື່ນ, ຫຼາຍຄົນອາດຈະເບີ່ງເປັນຄົນເຂັ້ມແຂງແຕ່ແທ້ຈີງແມ່ນອ່ອນແອ.
ການນອນກອດໝອນ: ເປັນຄົນທີ່ຮູ້ສຶກວ່າໂຕເອງຂາດຄວາມປອດໄພເພາະເປັນຄົນທີ່ບໍ່ໄດ້ຮັບການເບີ່ງແຍງເອົາໃຈໃສ່ພຽງພໍ ຈີ່ງຕ້ອງຫາສີ່ງອື່ນມາທົດແທນ, ຮູ້ສຶກໂດດດ່ຽວແຕ່ບໍ່ສະແດງອາລົມແທ້ອອກມາໃຫ້ໃຜເຫັນ, ເປັນຄົນຊ່າງຄິດ ແລະ ເຂັ້ມງວດກັບຕົນເອງ, ທໍ້ແທ້ ແລະ ຜິດຫັວງໃນສີ່ງທີ່ບໍ່ໄດ້ຕາມຄວາມຫັວງ, ອາລົມບຶດດີບຶດຮ້າຍ ແລະ ເປັນຄົນໃຫ້ຄວາມສຳຄັນກັບຄອບຄົວ, ໝູ່ເພື່ອນ.
ການນອນກາງແຂນກາງຂາ: ທ່ານເປັນຄົນຮັກອິດສະລະ, ມີຄວາມໝັ້ນໃຈສູງ, ໃຫ້ຄວາມສຳຄັນຢ່າງຍີ່ງຕໍ່ເສລີພາບ, ສິດທິໃນຕົນເອງ, ເປັນຄົນເບີກບານ, ໃຈກວ້າງ, ຈີງໃຈ ແລະ ເປັນຜູ້ຟັງທີ່ດີ, ສາມາດພົບປະກັບຄົນອື່ນໄດ້ຕະຫຼອດເວລາ, ເຂັ້ມແຂງ ແລະ ໝັ້ນໃຈເວລາຢູ່ກັບຄົນອື່ນ.