Thursday, March 13, 2025
Homeຂ່າວພາຍໃນເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

ວັນທີ 11 ມີນາ 2025, ທີ່ຫ້ອງວ່າການແຂວງ, ທ່ານ ອາລຸນໄຊ ສຸນນະລາດ, ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າ ແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ຫວຽນ ມິງ ເຕິມ ເອກອັກ ຄະລັດຖະທູດຫວຽດນາມ ປະຈໍາລາວ ພ້ອມດ້ວຍຄະນະ ໃນໂອ ກາດເຄື່ອນໄຫວເຮັດວຽກທີ່ແຂວງຈໍາປາສັກ.

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງເຊື່ອໝັ້ນວ່າ ດ້ວຍບົດ ຮຽນ ແລະ ປະສົບການຂອງ ສະຫາຍເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ຄົນໃໝ່ ຈະສາມາດປະຕິບັດ ໜ້າທີ່ການ ທູດຢູ່ລາວ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມທີ່ພັກ-ລັດ ມອບໝາຍໃຫ້ ເພື່ອສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະ ເລີນງອກງາມຍິ່ງໆຂຶ້ນ.

ທ່ານ ຫວຽນ ມິງ ເຕິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຂອງທ່ານເຈົ້າແຂວງພ້ອມຄະນະ, ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສ້າງທຸກບັນດາເງື່ອນໄຂການຮ່ວມມືກັບຝ່າຍລາວ ບັນ ດາພະແນການກ່ຽວຂ້ອງເພື່ອຮັກສາສະຖຽນລະພາບ ສາຍພົວ ພັນທາງການເມືອງອັນເປັນເສົາຄໍ້າ ຄວາມສາມັກຄີ ເພື່ອສັນຕິ ພາບ ແລະ ການຮ່ວມມືຂອງສອງປະເທດ ຫວຽດນາມ-ລາວ ໃນພາກພື້ນ ແລະ ສາກົນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະ ເທດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ຊຶ່ງສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ມີການພົບປະ ແລະ ແລກ ປ່ຽນຄະນະຜູ້ແທນຂັ້ນທ້ອງຖິ່ນ ຢ່າງເປັນປົກກະຕິ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມແໜ້ນແຟ້ນ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ມີທ່າຂະຫຍາຍຕົວຢ່າງຕັ້ງໜ້າ.

ພ້ອມນັ້ນ, ສອງຝ່າຍຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມ ມືສອງຝ່າຍໃຫ້ເປັນຮູບປະທໍາໂດຍໄວ ໂດຍສະ ເພາະໂຄງການທີ່ມີລັກສະນະຍຸດທະສາດ ເພື່ອແນໃສ່ການເຊື່ອມ ໂຍງພື້ນຖານເສດຖະກິດຂອງສອງປະເທດ.

ການເຄື່ອນໄຫວຄັ້ງນີ້, ທ່ານ ເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ຮ່ວມເຮັດວຽກກັບ ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈໍາປາສັກ ພ້ອມບັນດາພະແນກການກ່ຽວຂອງແຂວງ ເພື່ອປຶກສາຫາລືກ່ຽວກັບວຽກງານການຄ້າ, ການລົງທຶນ, ໂອກາດ ແລະ ສິ່ງທ້າທາຍໃນການດຶງດູດການລົງທຶນຂອງແຂວງ ຜ່ານການນໍາສະເໜີຂອງພະແນກແຜນການ ແລະ ການລົງທຶນ ກ່ຽວ ກັບຈຸດພິເສດທີ່ຕັ້ງຍຸດທະສາດ, ນະໂຍບາຍສົ່ງເສີມການລົງທຶນຂອງລັດຖະບານ, ກາລະໂອກາດການລົງທຶນ, 4 ທ່າແຮງຕົ້ນຕໍໃນການລົງທຶນຂອງແຂວງ ກໍ່ຄື ການຜະລິດກະສິກໍາ, ການບໍລິການ, ການທ່ອງທ່ຽວ,ການບໍລິການ ການຄ້າການລົງທຶນ ແລະ ອຸດສາ ຫະກໍາປຸ່ງແຕ່ງ; ໂຄງການຮຽກບັນຊີໃນ 4 ຕົວເມືອງແລະ ນະຄອນປາກເຊ, ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ VIII ແລະ ທິດທາງ 5 ປີ ຄັ້ງທີ IX 2021-2025 ຂອງແຂວງ; ພ້ອມຮັບຟັງຄໍາເຫັນການຕີລາຄາການດໍາເນີນທຸລະກິດ.

ສອງຝ່າຍຕົກລົງເຫັນດີ, ຕໍ່ການສະເໜີຂອງກອງປະຊຸມ ໃຫ້ປະສານສົມທົບກັນ ເພື່ອດໍາເນີນການປະຕິບັດ ຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນຂົງເຂດການປຸ່ງແຕ່ງກະສິກໍາ, ການທ່ອງ ທ່ຽວ, ອຸດສະຫະກໍາ, ການສ້າງເຂດອຸດສະຫະກໍາ ລາວ-ຫວຽດ ນາມ ເພື່ອຮັບປະກັນຜົນປະໂຫຍດຂອງການລົງທຶນຂອງສອງຝ່າຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments