Friday, September 20, 2024
Homeຂ່າວພາຍໃນລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ເຂົ້າພົບປະການນໍາແຂວງຈໍາປາສັກ

ລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ເຂົ້າພົບປະການນໍາແຂວງຈໍາປາສັກ

ລະຫວ່າງວັນທີ່ 25 ກໍລະກົດ 2022 ນີ້, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວ ແລະ ຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ແຂວງຈໍາປາສັກ ໃນໂອກາດນີ້ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງແຂວງຈໍາປາສັກ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວວຽກງານ ແລະ ລາຍງານກ່ຽວ ກັບການຈັດຕັ້ງປະຕິບັດວຽກງານຂະ ແໜງພາຍໃນໃນໄລຍະຜ່ານມາ ກໍ່ຄື ປັດຈຸບັນ ໃຫ້ການນໍາແຂວງຈໍາປາສັກ ໄດ້ຮັບຊາບ ໂດຍສະເພາະ ການມອບໝາຍຂອງລັດຖະບານ ຂະແໜງພາຍໃນ ພວມສຸມໃສ່ການຈັດຕັ້ງປະຕິບັດວຽກງານບຸລິມະສິດຈຸດສຸມສໍາຄັນຈໍານວນໜຶ່ງ ໃນໄລຍະ 05 ປີ (2021-2025) ຂະແໜງພາຍໃນ ຈະໄດ້ສຸມໃສ່ການຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກໍາ ທີ່ຕິດພັນກັບພາລະບົດບາດຂອງຂະແໜງພາຍໃນ; ພັດທະນາການບໍລິຫານລັດຕາມທິດກະທັກຮັດ, ບໍ່ຊໍ້າຊ້ອນກ້າວກ່າຍວຽກງານກັນ, ມີຄວາມເຂັ້ມແຂງ ແລະ ມີປະສິດ ທິພາບ; ຫັນວຽກງານຄຸ້ມຄອງພະນັກ ງານ-ລັດຖະກອນ ເປັນທັນສະໄໝ, ສຸມໃສ່ປະເມີນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພ້ອມທັງຄົ້ນຄວ້າແນວທາງ-ກົນໄກໃນການຫຼຸດຜ່ອນຈໍານວນພະນັກງານ-ລັດຖະກອນລົງ ເພື່ອຫຼຸດລາຍຈ່າຍງົບປະມານຂອງລັດ ຖະບານ; ຫັນວຽກງານຄຸ້ມຄອງພົນລະ ເມືອງໃຫ້ເປັນລະບົບທັນສະໄໝ ໃນຂອບເຂດທົ່ວປະເທດ ໂດຍເລັ່ງໃສ່ການຈົດທະບຽນຕ່າງໆ ທີ່ພົວພັນເຖິງຄວາມຮັບຜິດຊອບຂອງຂະແໜງພາຍໃນ; ແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງ ໃຫ້ສໍາເລັດພາຍໃນປີ 2022 ນີ້ ແລະ ປະຕິບັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ; ຜັນຂະຫຍາຍກົດໝາຍວ່າດ້ວຍເອກະສານເຂົ້າໃນວຽກງານຕົວຈິງ ແລະ ເອົາໃຈໃສ່ທ້ອນໂຮມເກັບກໍາເອກະສານສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ-ສັງຄົມ; ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໂຄງການສໍາຫຼວດ, ວັດແທກປັກຫຼັກໝາຍ ແລະ ສ້າງແຜນທີ່ເສັ້ນຊາຍແດນລະຫວ່າງຊາດ ກັບບັນດາປະເທດທີ່ຍັງບໍ່ສໍາເລັດ; ຄົ້ນຄວ້າຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ ພ້ອມທັງຫັນພະນັກງານ-ວິຊາການ ທີ່ຢູ່ຫົວໜ່ວຍວິຊາການດັ່ງກ່າວເປັນພາ ລະກອນ ເພື່ອຫຼຸດຜ່ອນຈໍານວນພະນັກ ງານ-ລັດຖະກອນ; ຄົ້ນຄວ້າຮູບການ ແລະ ວິທີການມາດຕະຖານ, ຕົວຊີ້ວັດ ເພື່ອເປັນບ່ອນອີງໃຫ້ແກ່ການຄັດເລືອກຜົນງານໃນການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່.

ທ່ານລັດະມົນຕີກະຊວງພາຍໃນ ຍັງໄດ້ຖືເອົາໂອກາດນີ້ປືກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນການປັບປຸງ ແລະ ພັດ ທະນາຮອບດ້ານວຽກງານຂະແໜງພາຍ ໃນ ຮ່ວມກັບການນໍາແຂວງຈໍາປາສັກ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments