Wednesday, March 12, 2025
Homeຂ່າວຕ່າງປະເທດອັງກິດ ມີແພດຍິງຫຼາຍກວ່າແພດຊາຍເປັນຄັ້ງທຳອິດ

ອັງກິດ ມີແພດຍິງຫຼາຍກວ່າແພດຊາຍເປັນຄັ້ງທຳອິດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ; ສະພາການແພດທົ່ວໄປຂອງອັງກິດໄດ້ເປີດເຜີຍວ່າ: ອັງກິດມີແພດຍິງຫຼາຍກວ່າແພດຊາຍເປັນຄັ້ງທຳອິດໃນປະຫວັດສາດ. ໂດຍປັດຈຸບັນມີແພດຍິງ 164,440 ຄົນ ທີ່ມີໃບອະນຸຍາດປະກອບອາຊີບ ກວມເອົາ 50,04% ຂອງທ່ານແພດທັງໝົດ ສ່ວນຈຳນວນແພດຊາຍແມ່ນ 164,195 ຄົນ ຫຼື 49,96%.

ທ່ານ ແຄຣຣີ ແມກອີເວນ ປະທານສະພາການແພດທົ່ວໄປ ກ່າວວ່າ: ໂຄງສ້າງບຸກຄະລາກອນການແພດກຳລັງປ່ຽນແປງຢ່າງໄວວາ ຄວາມຫຼາກຫຼາຍນີ້ຈະໃຫ້ຜົນປະໂຫຍດແກ່ຄົນເຈັບ ແລະ ຖືເປັນບາດກ້າວອັນສຳຄັນ.

ອັດຕາສ່ວນຂອງແພດຍິງເພີ່ມຂຶ້ນໃນແຕ່ລະປີນັບຕັ້ງແຕ່ປີ 2015 ຊຶ່ງສ່ວນໃຫຍ່ແມ່ນມາຈາກແມ່ຍິງເຂົ້າໂຮງຮຽນການແພດເພີ່ມຂຶ້ນ, ໂດຍໃນປີ 2023 ນັກສຶກສາແພດໃນອັງກິດ 60% ຂອງນັກຮຽນແພດຈະເປັນເພດຍິງ, ໃນຂະນະທີ່ອັດຕາສ່ວນໃນໄອແລນເໜືອແມ່ນສູງກວ່າ 72%.

ເຖິງຢ່າງໃດກໍຕາມ, ເຖິງວ່າຈະບັນລຸຄວາມສະເໝີພາບລະຫວ່າງຍິງຊາຍແລ້ວ ແຕ່ຄວາມແຕກຕ່າງຂອງພາກພື້ນ ແລະ ຄວາມຊ່ຽວຊານສະເພາະທາງຍັງຄົງມີຢູ່, ໂດຍສະກັອດແລນ ແລະ ໄອແລນເໜືອ ມີແພດຍິງຫຼາຍກວ່າແພດຜູ້ຊາຍ. ໃນຂະນະທີ່ໃນປະເທດອັງກິດ ແລະ ເວລ ຍັງຄົງມີແພດຜູ້ຊາຍຫຼາຍກວ່າແພດຍິງ.

ແພດຍິງຍັງມີຈຳນວນຫຼາຍໃນຫຼາຍສາຂາ ເຊັ່ນ: ແພດເດັກ, ແພດປະສູດ, ແພດພະຍາດຍິງ. ແຕ່ມີອັດຕາສ່ວນນ້ອຍກວ່າ 17% ໃນສາຂາແພດຜ່າຕັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments