Wednesday, March 12, 2025
Homeຂ່າວການເມືອງຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ທົບທວນການຮ່ວມມືໄລຍະຜ່ານມາ

ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ທົບທວນການຮ່ວມມືໄລຍະຜ່ານມາ

ເມື່ອບໍ່ດົນມານີ້, ລັດຖະບານ ແຫ່ງ ຣາຊະອານາຈັກລຸກຊໍາບວກ ແລະ ລັດຖະບານ ແຫ່ງ ສປປ ລາວ ຈັດກອງປະຊຸມ ຄະນະກໍາມາທິການຮ່ວມມື ລຸກຊໍາບວກ-ລາວ, ລາວ-ລຸກຊໍາບວກ ຄັ້ງທີ XVI ຢູ່ນະຄອນ ຫລວງລຸກຊຳບວກ ພາຍໃຕ້ການ ເປັນປະທານຮ່ວມຂອງ ທ່ານ ຊາວີເອ ເບັດແຕນ (Xavier Bettel) ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ລັດຖະມົນຕີການຮ່ວມມື ແລະ ວຽກ ງານມະນຸດສະທຳ ແຫ່ງ ຣາຊະນາຈັກລຸກຊໍາບວກ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍມີຜູ້ຕ່າງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກ, ກະຊວງສຶກສາ ທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດລາວເຂົ້າຮ່ວມ ເພື່ອທົບທວນວຽກງານການຮ່ວມມືພາຍໃຕ້ແຜນງານໃນໄລຍະ ຜ່ານມາ, ສິ່ງທ້າທາຍ ແລະ ວາງແຜນວຽກໃນຕໍ່ໜ້າ, ພ້ອມທັງເປັນເວທີໃນການປຶກສາຫາລື, ແລກປ່ຽນຄຳຄິດເຫັນ, ມາດຕະການ ແລະ ບັນດາຂໍ້ສະເໜີ ເພື່ອນຳໄປສູ່ການແກ້ໄຂ້ບັນດາຂໍ້ຄົງຄ້າງຕ່າງໆ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດ ໂຄງການດຳເນີນ ໄປຢ່າງມີປະສິດທິຜົນ.

ກອງປະຊຸມ ໄດ້ຮັບຟັງການລາຍງານການທົບທວນວຽກງານການຮ່ວມມືໃນໄລຍະຜ່ານມາ ກໍຄື ຄວາມຄືບ ໜ້າການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ດ້ວຍການຜັນຂະຫຍາຍແຜນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອາຈັກລຸກຊໍາບວກ ປີ 2023-2027 ແລະ ຮັບຮອງເອົາຂອບການຕິດຕາມ ປະເມີນ ຜົນຂອງ ແຜນງານການຮ່ວມມື 2023-2027 ຊຶ່ງແຜນງານການຮ່ວມມືໄດ້ສຸມໃສ່ການສະໜັບສະໜູນ ໃຫ້ແກ່ຂົງເຂດ ສາ ທາລະນະສຸກ, ການພັດທະນາທ້ອງຖິ່ນ ຢູ່ແຂວງບໍ່ແກ້ວ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ແລະ ການຝຶກອົບຮົມວິຊາຊີບ ໃນຂະແໜງການທ່ອງທ່ຽວ, ການບໍລິຫານການປົກຄອງ. ພ້ອມນີ້, ໃນກອງປະຊຸມ ໄດ້ມີພິທີເຊັນສັນຍາດັດແກ້ເພີ່ມເຕີມ 1 ສະບັບ ເພື່ອເພີ່ມມູນຄ່າ ໃຫ້ແກ່ໂຄງ ການຮ່ວມມືດ້ານສາທາລະນະສຸກ ລາວ-ລຸກຊຳບວກ ດ້ານສຸຂະພາບ ແລະ ໂພຊະນາການ (ໂຄງການລາວ/035) ໃນມູນຄ່າ 10,5 ລ້ານເອີໂຣ.

ກອງປະຊຸມ ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ເປັນກົນໄກການຮ່ວມມື ທີ່ ໄດ້ດໍາເນີນມາເປັນປົກກະຕິ ຂອງທັງສອງລັດຖະບານ ໂດຍຜັດປ່ຽນກັນເປັນເຈົ້າພາບ ເຊິ່ງຄັ້ງຫລ້າສຸດໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2024 ທີ່ນະຄອນຫລວງວຽງຈັນ.

ໃນໂອກາດດຽວກັນ ກໍຄື ກ່ອນໜ້ານີ້, ສອງຝ່າຍຍັງໄດ້ຈັດກອງປະຊຸມແລກປ່ຽນກ່ຽວກັບ ບົດຮຽນການ ພັດທະນາຂອງລຸກຊຳບວກ ໂດຍມີ ທ່ານ ນາງພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ພ້ອມຄະນະເຂົ້າຮ່ວມ ເພື່ອປືກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີຂອງລຸກຊຳບວກ ໃນການສ້າງສາພັດ ທະນາປະເທດຊາດ ຊຶ່ງເປັນໜຶ່ງໃນຂົງເຂດບຸລິມະສິດ ການຊ່ວຍເຫລືອຂອງ ລັດຖະບານລຸກຊຳບວກ ໃຫ້ແກ່ ສປປ ລາວ ໂດຍສະເພາະແມ່ນການພັດທະນາທ້ອງຖິ່ນ ທີ່ສຸມໃສ່ 4 ແຂວງ ເປົ້າໝາຍຂອງ ສປປ ລາວ ຄື: ແຂວງບໍ່ແກ້ວ, ແຂວງວຽງຈັນ, ແຂວງບໍ່ລິຄຳໄຊ ແລະ ແຂວງຄຳມ່ວນ.

ໃນໄລຍະການເຄື່ອນໄຫວ ແລະ ເຮັດວຽກຂອງຄະນະຜູ້ແທນລາວ ທີ່ລຸກຊຳບວກໃນຄັ້ງນີ້, ຄະນະຜູ້ແທນ ລາວ ກໍໄດ້ໄປຢ້ຽມຢາມຕະຫລາດລັກຊັບ ແລະ ສີຂຽວຂອງ ລຸກຊຳບວກ ເພື່ອເປັນການເສີມສ້າງການຮ່ວມມື ທາງດ້ານການເງິນທີ່ມີຄວາມຍຶນຍົງ ຂອງ ສປປ ລາວ ກັບ ລຸກຊຳບວກ ໂດຍສະເພາະການສ້າງ MOU ທີ່ໄດ້ລົງ ນາມໃນປີ 2024 ໃນໂອກາດທີ່ ທ່ານຮອງນາຍົກລັດຖະມົນຕີ ຊາວີເອ ເບັດແຕນ (Xavier Bettel) ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຢູ່ ສປປ ລາວ ໃນປີ 2024 ທີ່ຜ່ານມາ ເພື່ອກ້າວໄປສູ່ການຮ່ວມມື ໃນການພັດທະນາ ທັນນະບັດສີຂຽວ ແລະ ການຄຸ້ມຄອງຕະຫລາດກາກບອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments