Wednesday, March 12, 2025
Homeຂ່າວພາຍໃນງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ຈະຈັດຂຶ້ນໃນກາງເດືອນກໍລະກົດ ທີ່ຈະມາເຖິງນີ້

ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ຈະຈັດຂຶ້ນໃນກາງເດືອນກໍລະກົດ ທີ່ຈະມາເຖິງນີ້

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ແລະ ສູນການຄ້າລາວ-ໄອເຕັກ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2025 “ Lao-Viet Trade Fair 2025 ” ໃນລະຫວ່າງວັນທີ 17-21 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້, ເພື່ອເປັນການສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ມີມາຍາວນານ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະ ການເພີ່ມທະວີຄວາມຮ່ວມມືທາງດ້ານການຄ້າລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.ພ້ອມກັນນີ້, ກໍເປັນການເປີດໂອກາດໃຫ້ນັກທຸລະກິດ, ຜູ້ປະກອບການຂອງ 2 ປະເທດ ໄດ້ມີການແລກປ່ຽນບົດ ຮຽນ, ແນະນໍາຄຸນນະພາບສິນຄ້າ ຂອງກັນ ແລະ ກັນ ເພື່ອກ້າວໄປເຖິງການຊື້-ຂາຍສິນຄ້າໃຫ້ຫລາຍຂຶ້ນກວ່າເກົ່າ.ງານວາງສະແດງສິນຄ້າຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຈະກະຕຸ້ນການຄ້າສອງຝ່າຍໃຫ້ມີການຂະຫຍາຍຕົວ, ທັງເປັນ ການຜັນຂະຫຍາຍສົນທິສັນຍາການຄ້າ ຂອງສອງລັດຖະບານ ຊຶ່ງໄດ້ກຳນົດມູນຄ່າການຄ້າໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ການຈັດງານໃນຄັ້ງນີ້, ຈະມີຫ້ອງວາງສະແດງສິນຄ້າທັງໝົດ 200 ກວ່າຫ້ອງ. ໃນນັ້ນ, ມີທຸລະກິດຈາກ ສສ ຫວຽດນາມ ແລະ ພາກທຸລະກິດລາວເຂົ້າຮ່ວມຈາກທົ່ວປະເທດ. ສໍາລັບສິນຄ້າທີ່ນໍາມາວາງສະແດງສ່ວນໃຫຍ່ຈະແມ່ນເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າກະສິກໍາປຸງແຕ່ງ, ຜະລິດຕະພັນການກະເສດ, ເຄື່ອງຫັດຖະກຳ, ເຄື່ອງ ຕັດຫຍິບ-ແຟຊັ້ນ, ອາຫານທະເລ, ເຄື່ອງເຟີນີເຈີ, ຢາ ແລະ ອຸປະກອນການແພດ. ນອກຈາກການວາງສະແດງ ສິນຄ້າແລ້ວ, ພາຍໃນງານຍັງມີກິດຈະກໍາອື່ນໆເຊັ່ນ: ການແຈກຢາຍສິນຄ້າໂປຣໂມຊັນຈໍານວນໜຶ່ງໃຫ້ຜູ້ມາຊົມງານ, ການສະແດງສິລະປະ-ວັນນະຄະດີ ທີ່ເປັນເອກະລັກໂດດເດັ່ນ ຂອງສອງຊາດ ລາວ-ຫວຽດນາມ ແລະ ການຮ້ອງເພງ ລາວ-ຫວຽດນາມ ຂອງນັກຮຽນ ແລະ ໄວໜຸ່ມ. ພິເສດ ຈະມີສິລະປະຈາກ ສສ ຫວຽດນາມ ມາສະແດງໃຫ້ ຊົມທຸກມື້ຕະຫລອດໄລຍະຈັດງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments